![]() |
ໃນພິທີ, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ-ຫຼວງພະບາງ ໄດ້ກ່າວເປີດງານວ່າ: ບຸນປະເພນີອອກພັນສາປະວໍຣະນາ-ໄຫຼເຮືອໄຟຢູ່ນະຄອນ-ຫຼວງພະບາງ ດິນແດນເມືອງມໍຣະດົກໂລກ ເປັນງານທີ່ມີຄຸນຄ່າທາງດ້ານວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາວນະຄອນ-ຫຼວງພະບາງ, ພໍເຖິງຄໍ່າຄືນຂອງມື້ແຮມ 1 ຄໍ່າ ເດືອນ 11 ລາວຂອງທຸກປີ ປະຊາຊົນລາວບັນດາເຜົ່າໄດ້ພ້ອມກັນຈັດຂຶ້ນ ເພື່ອສະແດງເຖິງວັດທະນະທໍາອັນຍອດຍິ່ງຂອງຊາວນະຄອນ-ຫຼວງພະບາງ ໂດຍຈັດຂະບວນແຫ່ໄປຕາມເສັ້ນທາງກາງເມືອງ ຖະໜົນສີສະຫວ່າງວົງ ຈົນເຖິງທ່ານ້ຳວັດຊຽງທອງ ແລ້ວນໍາເຮືອໄຟໄຫຼລົງສູ່ແມ່ນ້ຳຂອງເພື່ອບູຊາພະແມ່ຄົງຄາ, ນ້ອມລະນຶກເຖິງຄຸນຂອງພະພຸດ-ພະທຳ-ພະສົງ ຂໍໃຫ້ບ້ານເມືອງມີຄວາມຈະເລີນຮຸ່ງເຮືອງ, ຄວາມຢູ່ເຢັນເປັນສຸກ-ສີວິໄລເໝືອນດັ່ງແສງທຽນ-ແສງໄຟທີ່ໄຕ້ບູຊາຢ່າງສະຫວ່າງສະ ໄຫວກາຍເປັນປະເພນີ ສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນນີ້, ພ້ອມນີ້ຢູ່ຕາມວັດວາອາຣາມ ແລະ ເຮືອນ ຂອງປະຊາຊົນແມ່ນເຕັມໄປດ້ວຍໄຟແສງສີຈາກໂຄມໄຟໃຫຍ່-ນ້ອຍຢ່າງສວຍສົດງົດງາມ ສະແດງເຖິງການປົກປັກຮັກສາ; ເສີມຂະຫຍາຍຄຸນຄ່າອັນຍອດຍິ່ງ ຄວາມເປັນເອກະລັກທາງດ້ານວັດທະນະທໍາ ຮີດຄອງປະເພນີອັນດີງາມໃຫ້ຍືນຍົງຕະຫຼອດໄປ.
![]() |
ທ່ານກ່າວຕື່ມວ່າ: ການຈັດງານປີນີ້ ປະກອບມີ 3 ກິດຈະກໍາຫຼັກຄື: ນະມັດສະການພະທາດຈອມສີ; ຄົບງັນເຮືອໄຟ ຊົມໂຄມໄຟ 1,000 ດວງ ແລະ ງານປະກວດເຮືອໄຟງາມ, ຊຶ່ງມີເຮືອໄຟເຂົ້າຮ່ວມທັງໝົດ 21 ລໍາ, ໃນນີ້ ມີເຮືອໄຟເຂົ້າປະກວດເຮືອໄຟງາມ 18 ລໍາ ແລະ ເຮືອໄຟປະກອບສ່ວນ 3 ລໍາ ມາຈາກບ້ານ-ຕາແສງ, ສະຖາບັນການສຶກສາ-ທະນາຄານ ແລະ ຫົວໜ່ວຍທຸລະກິດພາຍໃນນະຄອນ.
ພາຍຫຼັງເປີດພິທີຢ່າງເປັນທາງການ ເຮືອໄຟແຕ່ລະຂະບວນໄດ້ເຄື່ອນໄປຕາມເສັ້ນທາງສີສະຫວ່າງວົງ ຫາທ່ານ້ຳ ຂອງວັດຊຽງທອງ ແລ້ວນຳເອົາເຮືອໄຟໄຫຼລົງແມ່ນ້ຳຂອງ ຊຶ່ງຄະນະກຳມະການໄດ້ກຳນົດມາດຖານຂອງການປະກວດຄື: ມາເຖິງສະຖານທີ່ທັນເວລາ ແລະ ຕັ້ງຂະບວນເປັນລະບຽບ, ໂຄງສ້າງ-ສິລະປະການຕົບແຕ່ງ ເຮັດດ້ວຍວັດສະດຸທຳມະຊາດ ແລະ ມີຄວາມສວຍງາມ, ຮູບຮ່າງ ແລະ ແນວຄິດສ້າງສັນ, ຂະບວນແຫ່ມີຄວາມເປັນລະບຽບ ແລະ ນຸ່ງຖືສຸພາບ, ແສງໄຟ ໃຫ້ຄວາມສະຫວ່າງໃນເວລາແຫ່ຮຸ່ງແຈ້ງດີ, ແສງໄຟໃຫ້ຄວາມສະຫວ່າງໃນເວລາລົງນ້ຳບໍ່ມອດ ແລະ ເຮືອໄຟບໍ່ຈົມ.
![]() |
ຜ່ານການໃຫ້ຄະແນນຂອງຄະນະກຳມະການ ທີ 1 ແມ່ນເຮືອໄຟໝາຍເລກ 11 ຮ້ານອາຫານລິດໂທລາວ, ທີ 2 ເຮືອໄຟໝາຍເລກ 5 ຕາແສງເມືອງງາ 1, ທີ 3 ເຮືອໄຟໝາຍເລກ 10 ໂຮງແຮມສຸພັດຕາ+ຄີຣີດາລາ.
ຂ່າວ: ອາພຸດເດດ ບຸບຜາ



ຄໍາເຫັນ