![]() |
ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຈັດງານບຸນ ໄດ້ກ່າວຕ້ອນຮັບ ແລະ ຂອບໃຈການນຳພັກ-ລັດ, ພາກທຸລະກິດ ແລະ ປະຊາຊົນທີ່ຮ່ວມສະໜັບສະໜູນ ຈົນເຮັດໃຫ້ງານບຸນດຳເນີນມາເປັນເວລາ 6 ວັນ ດ້ວຍບັນຍາກາດຄຶກຄື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.
![]() |
ພາຍໃນງານໄດ້ມີການເຮືອໄຟ 13 ລໍາ ທີ່ປະດັບປະດາຢ່າງວິຈິດງົດງາມ ສະທ້ອນເຖິງສິລະປະ, ພູມປັນຍາ ແລະ ຄວາມຄິດສ້າງສັນຂອງປະຊາຊົນ ປະສານກັບແສງທຽນຈາກກະໂທງສາຍ 2,569 ດວງ ສ້າງພາບປະທັບໃຈເໜືອລຳນ້ຳຂອງ ພ້ອມສະທ້ອນເຖິງຄວາມສາມັກຄີຂອງຊາວຄຳມ່ວນ.
![]() |
ເພື່ອສືບສານປະເພນີອັນລ້ຳຄ່າ, ສະທ້ອນເຖິງສັດທາທາງພຸດທະສາສະໜາ ແລະ ການບູຊາສາຍນ້ຳ ພ້ອມອວຍພອນໃຫ້ປະຊາຊົນມີຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຮົ່ມເຢັນເປັນສຸກ. ການຈັດງານບຸນຄັ້ງນີ້ ຍັງເປັນການສົ່ງເສີມການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວ ແລະ ສ້າງເງື່ອນໄຂອັນດີໃຫ້ການພັດທະນາເມືອງທ່າແຂກ ກ້າວສູ່ການເປັນນະຄອນໃນອະນາຄົດ.
![]() |
ຂ່າວ : ມະນີວັນ; ພາບ : ກອງຄໍາ




ຄໍາເຫັນ