![]() |
ຜ່ານການແຂ່ງຂັນ ປະເພດເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ທີ 1 ເຮືອນາງຄໍາໄຫຼຈະເລີນສຸກກໍ່ສ້າງ ຂົວ-ທາງ ບ້ານນາເມືອງ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຮັບເງິນລາງ ວັນ 40 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ເຮືອເພັດມົງຄົນໄຊ VP Group ບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຮັບເງິນລາງວັນ 30 ລ້ານກີບ, ທີ 3 ເຮືອສາວຄໍາມ່ວນ ບ້ານຍາງຄໍາ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບເງິນລາງວັນ 25 ລ້ານກີບ ແລະ ທີ 4 ເຮືອຈູມຄໍາລໍາເງິນ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບເງິນລາງວັນ 15 ລ້ານກີບ; ປະເພດເຮືອຂຸດເຈາະ (ຍິງ) 30-35 ສີພາຍ ທີ 1 ເຮືອເພັດມົງຄົນໄຊ VP Group ໄດ້ຮັບເງິນລາງວັນ 40 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ເຮືອຈູມຄໍາລໍາເງິນ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບເງິນລາງວັນ 30 ລ້ານກີບ, ທີ 3 ເຮືອເທບທິລາດ ບ້ານປາກເປັ່ງ ເມືອງທ່າແຂກ ໄດ້ຮັບເງິນລາງວັນ 25 ລ້ານກີບ ແລະ ທີ 4 ເຮືອນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ ໄດ້ຮັບເງິນລາງວັນ 15 ລ້ານກີບ; ປະເພດເຮືອສູດປະກອບ (ຊາຍ) 30-35 ສີພາຍ ທີ 1 ເຮືອເລັກຕ້າ 168 ບໍລິສັດແກ້ວດວງດີ ບ້ານກຸດຈັບ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຮັບເງິນລາງວັນ 32 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ເຮືອເພັດມົງຄົນໄຊ VP Group ໄດ້ຮັບເງິນລາງວັນ 23 ລ້ານກີບ, ທີ 3 ເຮືອເທບທິລາດ ໄດ້ຮັບເງິນລາງວັນ 20 ລ້ານກີບ ແລະ ທີ 4 ເຮືອນາງຄໍາໄຫຼ ໄດ້ຮັບເງິນລາງວັນ 15 ລ້ານກີບ; ປະເພດເຮືອສູດປະກອບ (ຊາຍ) 50-55 ສີພາຍ ທີ 1 ເຮືອນາງຄໍາໄຫຼ ມັງກອນຄາຍຢວນ ບ້ານນາເມືອງ ໄດ້ຮັບເງິນລາງວັນ 55 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ເຮືອນ້ອງແກ້ວໃສ ໄວລຸ້ນຂົວ 3 ຈາກບ້ານຜັກຂະ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບເງິນລາງວັນ 45 ລ້ານກີບ, ທີ 3 ເຮືອເພັດສີໂພໄຊ VP Group ບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຮັບເງິນລາງວັນ 40 ລ້ານກີບ ແລະ ທີ 4 ເຮືອດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບເງິນລາງວັນ 30 ລ້ານກີບ; ສໍາລັບປະເພດເຮືອມິດຕະພາບ ຄໍາມ່ວນ-ນະຄອນພະນົມ 30-35 ສີພາຍ ທີ 1 ເຮືອເທບທິລາດ ອານຸວົງ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຮັບເງິນລາງວັນ 20 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ເຮືອເລັກຕ້າ 168 ບໍລິສັດແກ້ວສົມດີ ບ້ານກຸດຈັບ ເມືອງໜອງບົກ ໄດ້ຮັບເງິນລາງວັນ 16 ລ້ານກີບ, ທີ 3 ເຮືອ 20 ມັງກອນ ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຮັບເງິນລາງວັນ 12 ລ້ານກີບ ແລະ ທີ 4 ເຮືອພອນພະອິນປົງ VP Group ບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຮັບເງິນລາງວັນ 10 ລ້ານກີບ.
![]() |
ເຂົ້າຮ່ວມເປັນປະທານ ພ້ອມມອບລາງວັນໃນການແຂ່ງຂັນຊ່ວງເຮືອໃນຄັ້ງນີ້ ມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ທັງເປັນປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈໍາປີ 2026, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ຄໍາໝັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ ທັງເປັນຮອງປະທານຈັດງານ, ທ່ານ ສັກດາ ແກ້ວມະນີໄຊ ປະທານຄະນະກຳມະການປົກຄອງເມືອງທ່າແຂກ ພ້ອມດ້ວຍການນໍາຈາກພະແນກການຂັ້ນແຂວງ, ຂະແໜງການຂັ້ນເມືອງ, ແຂກຖືກເຊີນ ແລະ ຜູ້ຈັດການເຮືອເຂົ້າຮ່ວມ.
![]() |
ຂ່າວ: ກອງຄໍາ



ຄໍາເຫັນ