ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສອນໄຊ ລາດຊະວົງ ກ່າວວ່າ: ວັນທີ 29 ຕຸລາ ຂອງທຸກໆປີ ແມ່ນວັນພະຍາດເສັ້ນເລືອດສະໜອງສາກົນ, ການຈັດພິທີຄັ້ງນີ້ເປັນຄັ້ງທີ 9 ແລ້ວ ຈັດຂຶ້ນເພື່ອໃຫ້ປະຊາຊົນໄດ້ຮູ້ຈັກອາການເຕືອນຂອງພະ ຍາດເສັ້ນເລືອດສະໝອງ ແລະ ຮູ້ວ່າຕ້ອງມາໂຮງໝໍໄວ, ກວດສຸຂະພາບພື້ນຖານບໍ່ເສຍຄ່າ ເພື່ອປະເມີນຫາປັດໄຈສ່ຽງເຊັ່ນ: ຄວາມດັນສູງ ແລະ ເບົາຫວານໃຫ້ພົບໂດຍໄວ ແລະ ສ້າງຄວາມເຊື່ອໝັ້ນວ່າພະຍາດນີ້ປ້ອງກັນໄດ້ ແລະ ປິ່ນປົວໄດ້ຖ້າມາທັນເວລາ. ອົງການເສັ້ນເລືອດສະໝອງໂລກໃຫ້ຮູ້ວ່າ: ທົ່ວໂລກມີຜູ້ເປັນພະຍາດເສັ້ນເລືອດສະໝອງ (ໃໝ່) ປະມານ 12 ລ້ານຄົນຕໍ່ປີ ແລະ ຜູ້ໃຫຍ່ທີ່ອາຍຸເກີນ 25 ປີ 1 ໃນ 4 ຄົນ ຈະເປັນພະຍາດນີ້ໃນຊີວິດ. ສໍາລັບໂຮງໝໍມິດຕະພາບ ຮັບຄົນເຈັບເປັນພະຍາດເສັ້ນເລືອດສະໜອງຫຼາຍກ່ວາ 1,000 ຄົນຕໍ່ປີ. ສິ່ງທີ່ໜ້າເປັນຫ່ວງ ແມ່ນຄົນເຈັບຫຼາຍຄົນມາຮອດໂຮງໝໍຊ້າເກີນເວລາທີ່ຈະໃຫ້ຢາລະລາຍລີ້ມເລືອດໄດ້, ພະຍາດນີ້ບໍ່ພຽງແຕ່ເຮັດໃຫ້ເສຍຊີວິດ, ແຕ່ຍັງເຮັດໃຫ້ພິການ ແລະ ເປັນພາລະຂອງຄອບຄົວໄປອີກດົນ. ໂຮງໝໍມິດຕະພາບ ເປັນສູນປິ່ນປົວພະຍາດລະບົບປະສາດທີ່ໃຫຍ່ທີ່ສຸດຂອງປະເທດ ແລະ ມີທີມງານເສັ້ນເລືອດສະໝອງສະເພາະ (Stroke Unit) ທີ່ດໍາເນີນງານຢ່າງເປັນລະບົບ, ມີທີມແພດຊ່ຽວຊານປະສາດ, ມີການກວດ CT&MRI ສະໝອງ ແລະ ຢາລະລາຍລີ້ນເລືອດ.
 |
| |
ປັດຈຸບັນກໍາລັງພັດທະ ນາລະບົບ Stroke Fast-Track ຢູ່ຫ້ອງສຸກເສີນ ເພື່ອໃຫ້ຄົນເຈັບໄດ້ຮັບການກວດ ແລະ ໄດ້ຢາໄວທີ່ສຸດ. ດ້ວຍແຜນນະໂຍບາຍຂອງໂຮງໝໍ ແລະ ການສະໜັບສະໜູນຂອງມູນນິທິການແພດສາກົນເກົາຫຼີ (KOFIH) ໃນຕໍ່ໜ້າ ຈະຝຶກອົບຮົມພະນັກງານແພດແຖວໜ້າ 50 ຄົນ ໃຫ້ມີຄວາມຊໍານານກ່ຽວກັບອາການ BEFAST ແລະ ລະບົບ Fast-Track (ລະບົບດ່ວນສໍາລັບຄົນເຈັບພະຍາດຫຼອດເລືອດສະໝອງ) ແລະ ຈະຄັດກອງກຸ່ມສ່ຽງຢ່າງໜ້ອຍ 500 ຄົນ ຮ່ວມກັບໂຮງໝໍເມືອງ. ເປົ້າໝາຍໄລຍະຍາວ ຈະພັດທະນາໂຮງໝໍມິດຕະພາບ ໃຫ້ເປັນສູນເສັ້ນເລືອດສະໜອງທີ່ຄົບວົງຈອນຂອງປະເທດ.
ຜູ້ອໍານວຍການໂຮງໝໍມິດຕະພາບ ຍັງຝາກເຖິງປະຊາຊົນໃຫ້ມາກວດຄວາມດັນ ແລະ ນໍ້າຕານຢ່າງໜ້ອຍປີລະຄັ້ງ, ຖ້າເປັນແລ້ວໃຫ້ກິນຢາສະໝໍ່າສະເໝີ ພ້ອມທັງປະເມີນປັດໃຈສ່ຽງອື່ນຮ່ວມນໍາ; ຖ້າເຫັນໜ້າບ້ຽວ, ແຂນຂາອ່ອນແຮງ, ເວົ້າບໍ່ຊັດເຈນ, ເສຍການຊົງຕົວ ຫຼື ຕາມົວກະທັນຫັນໃຫ້ມາໂຮງໝໍທັນທີ, ຢ່າລໍຖ້າ, ຢ່ານວດ, ຢ່າເຈາະເລືອດປາຍນິ້ວ ແລະ ໃຫ້ເຂົ້າໃຈວ່າທຸກນາທີມີຄວາມໝາຍຕໍ່ຊີວິດ.
(ຂ່າວ-ພາບ: ວັນເພັງ)
ຄໍາເຫັນ