ຢູ່ທີ່ຫ້ອງປະຊຸມຂອງພະແນກສາທາລະນະສຸກແຂວງ , ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ,ທ່ານ ທາກະອາກິ ອິຊືສຸກະ ( Mr. TakaakiISHIZUKA )ຫົວໜ້າຫ້ອງການອົງການໄອຊັບ ປະຈໍາ ສປປ ລາວ , ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ຈຸດປະສົງ ແມ່ນເພື່ອເຮັດໃຫ້ການຮ່ວມມືລະຫວ່າງທັງສອງຝ່າຍຢ່າງເປັນທາງການ ໂດຍຜ່ານການລົງນາມພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ເພື່ອໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າໃຈກ່ຽວກັບຈຸດປະສົງ, ຂອບເຂດ, ບົດບາດ ແລະ ວິທີການປະຕິບັດໂຄງການ ປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ແຂວງຄໍາມ່ວນ ກ່ອນຈະເລີ້ມດໍາເນີນໂຄງການຢ່າງເປັນທາງການ .
ໃນພິທີ ທ່ານ ນາງ ເພັດສະໜອນ ບຸດດາ ຮອງຫົວໜ້າພະແນກການຕ່າງປະເທດແຂວງໄດ້ຜ່ານຂໍ້ຕົກລົງຂອງກະຊວງການຕ່າງປະເທດ ວ່າດ້ວຍການອະນຸມັດຮັບເອົາໂຄງການ . ຈາກນັ້ນ ຄະນະຮັບຜິດຊອບໂຄງການໄດ້ນໍາສະເໜີ ສັງລວມໂດຍຫຍໍ້ກ່ຽວກັບໂຄງການວ່າ : ໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ແມ່ນພາຍໃຕ້ການຮ່ວມມືກັບລັດຖະບານຢີ່ປຸ່ນ , ໄລຍະເວລາຂອງໂຄງການ ແມ່ນເລີ້ມແຕ່ມື້ໄດ້ຮັບການອະນຸມັດ ຫາ ວັນທີ 31 ສິງຫາ 2027ໂດຍແມ່ນກະຊວງການຕ່າງປະເທດແຫ່ງປະເທດຢີ່ປຸ່ນເປັນຜູ້ໃຫ້ການສະໜັບສະໜູນດ້ານແຫຼ່ງທຶນ .
ໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ມີຄູ່ຮ່ວມງານຫຼັກຄື ພະແນກສາທາລະນະສຸກແຂວງຄໍາມ່ວນ , ອົງການຊ່ວຍເຫຼືອລະຫວ່າງປະເທດ ແລະ ຄວາມເປັນຫຸ້ນສ່ວນດ້ານສຸຂະພາບ ( ISAPH ) ມີຫ້ອງການຕັ້ງຢູ່ບ້ານສົມສະນຸກ, ເມືອງທ່າແຂກ, ແຂວງຄໍາມ່ວນ , ມີບ້ານເປົ້າໝາຍຂອງໂຄງການ 19 ບ້ານ ( 27 ຄຸ້ມບ້ານ ) ທີ່ຂຶ້ນກັບສຸກສາລາ 3 ແຫ່ງໄດ້ແກ່ ສຸກສາລາດຸ, ສຸກສາລາກະຈາມ, ສຸກສາລາຂະຍຸ ເມືອງບົວລະພາ , ແຂວງຄໍາມ່ວນ . ສໍາລັບໂຄງການນີ້ປະກອບມີ 3 ກິດຈະກໍາຫຼັກຄື: 1. ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັກສາສຸຂະພາບບ້ານ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນກິດຈະກໍາແພດເຄື່ອນທີ່ . 2. ປັບປຸງຄຸນນະພາບຂອງການບໍລິການ ສຸຂະພາບແມ່ ແລະ ເດັກຢູ່ສຸກສາລາ. 3. ຕິດຕາມຜູ້ໄດ້ຮັບຜົນປະໂຫຍດຢ່າງເປັນປົກກະຕິ, ສະໜັບສະໜູນການມີສ່ວນຮ່ວມຂອງຊຸມຊົນ ແລະ ການລາຍງານຄວາມຄືບໜ້າຂອງກິດຈະກໍາແພດເຄື່ອນທີ່ . ໂດຍມີງົບປະມານໂຄງການ 100,020 ໂດລາ ຊຶ່ງຜູ້ໃຫ້ທຶນຊ່ວຍເຫຼືອແມ່ນກະຊວງການຕ່າງປະເທດແຫ່ງປະເທດຢີ່ປຸ່ນຈໍານວນ 98,020 ໂດລາ ແລະ ອົງການໄອຊັບຈໍານວນ 2,000 ໂດລາ ຊຶ່ງໂຄງການມີພະນັກງານຕ່າງປະເທດ ໄລຍະຍາວ 2 ຄົນ , ໄລຍະສັ້ນ 4 ຄົນ ແລະ ພະນັກງານຄົນລາວ 4 ຄົນ, ພ້ອມກັນນັ້ນກໍ່ຍັງມີພາຫະນະ, ເຄື່ອງອຸປະກອນຮັບໃຊ້ເຂົ້າໃນໂຄງການ .
ຈາກນັ້ນສອງຝ່າຍກໍ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ຊຶ່ງພະແນກສາທາລະນະສຸກແຂວງຄໍາມ່ວນຕາງໜ້າເຊັນໂດຍທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ຕາງໜ້າເຊັນໂດຍທ່ານ ທາກະອາກິ ອິຊືສຸກະ ( Mr. TakaakiISHIZUKA )ຫົວໜ້າຫ້ອງການອົງການໄອຊັບ ປະຈຳ ສປປ ລາວ ໂດຍການເຂົ້າຮ່ວມເປັນພະຍານຂອງທ່ານ ເດດສັກດາ ມະນີຄໍາ ພ້ອມດ້ວຍທຸກພາກສ່ວນທີ່ເຂົ້າຮ່ວມ.
ຄໍາເຫັນ