![]() |
ການຝຶກອົບຮົມຄັ້ງນີ້, ປະຕິບັດຕາມແຜນຍຸດທະສາດການພັດທະນາວິຊາຊີບຕໍ່ເນື່ອງ (CPD) ເພື່ອສ້າງຄູຝຶກ ເພີ່ມພູນຄວາມຮູ້, ພັດທະນາຂີດຄວາມສາມາດຂອງພະຍາບານ Hemodialysis ແລະ Peritoneal Dialysis Nurse ໃຫ້ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ ນໍາໄປດູແລຄົນເຈັບໃຫ້ຖືກຕ້ອງຕາມມາດຕະຖານ ແລະ ເປັນເອກະພາບກັນ.
![]() |
ຫຼັກສູດການພະຍາບານ ແລະ ການປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (HD and PD Nurse) ນໍາໃຊ້ໄລຍະເວລາ 4 ເດືອນ ເລີ່ມແຕ່ວັນທີ 1 ກັນຍາ ຫາ ວັນທີ 25 ທັນວາ 2026 ໂດຍມີຜູ້ເຂົ້າຮ່ວມຝຶກອົບຮົມ 7 ຄົນ ທີ່ມາຈາກໂຮງໝໍແຂວງຫົວພັນ 2 ຄົນ, ໂຮງໝໍມິດຕະພາບ 2 ຄົນ, ໂຮງໝໍບໍລະ
ເວນ 107 ຫຼວງພະບາງ 1 ຄົນ, ໂຮງໝໍໄຊມັງກອນ 1 ຄົນ, ໂຮງໝໍກະເສມລາດວຽງຈັນ 1 ຄົນ ຊຶ່ງຈະໄດ້ຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຈາກອາຈານ/ຄູຝຶກທີ່ມີປະສົບການສູງ.
ຂ່າວ: ສູນຂ່າວສານການແພດສຸຂະສຶກສາ


ຄໍາເຫັນ