![]() |
ກິດຈະກໍາໃນຄັ້ງນີ້, ຈັດຂຶ້ນເພື່ອປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ຫວ່າງກະຊວງສາທາ ລະນະສຸກ ແລະ ສຊປລ ຈັດຕັ້ງປະຕິບັດກິດຈະກຳຮ່ວມກັນໃນໄລຍະປີ 2026-2030 ພາຍໃຕ້ຫົວຂໍ້: “ຮ່ວມແຮງໃຈກັນຮັກສາສຸຂະພາບໄວໜຸ່ມ-ເຍົາວະຊົນ ໃຫ້ສົມບູນທັງກາຍ ແລະ ໃຈ” ໂດຍໄດ້ກຳນົດ 8 ຄາດ ໝາຍສຳຄັນ ທີ່ສອງພາກສ່ວນຈະຕ້ອງຮ່ວມກັນປະຕິບັດຄື: 1. ປ້ອງກັນການແຕ່ງງານກ່ອນໄວອັນຄວນ ແລະ ການມີລູກແຕ່ຍັງນ້ອຍ; 2. ປັບປຸງດ້ານໂພຊະນາການ ແລະ ຫຼຸດຜ່ອນພະຍາດເລືອດຈາງໃນໄວໜຸ່ມ-ເຍົາວະຊົນ; 3. ປັບປຸງການເຂົ້າເຖິງບໍລິການ ການແພດ ແລະ ເພີ່ມອັດຕາການເກີດລູກໃນສະຖານທີ່ບໍລິ ການສາທາລະນະສຸກ; 4. ສົ່ງເສີມການເຂົ້າເຖິງບໍລິການຄຸມກຳເນີດຂອງຊາວໜຸ່ມ; 5. ສົ່ງເສີມການເຂົ້າເຖິງຂໍ້ມູນ, ຄຳປຶກສາ, ການປ້ອງກັນ, ການກວດວິນິດໄສ ແລະ ປິ່ນປົວພະຍາດຕິດຕໍ່ທາງເພດສຳພັນ ແລະ HIV; 6. ສົ່ງເສີມການຝາກທ້ອງ, ການເກີດລູກໃນສະຖານທີ່ບໍລິການສຸຂະພາບ ແລະ ການດູແລຫຼັງເກີດ ລວມທັງການສັກວັກຊິນໃຫ້ເດັກຄົບຕາມກຳນົດ; 7. ສົ່ງເສີມບໍລິການສຸຂະພາບທີ່ເປັນມິດຕໍ່ຊາວໜຸ່ມ-ເຍົາວະຊົນ; 8. ປ້ອງກັນພະຍາດຕິດຕໍ່ ແລະ ພະຍາດບໍ່ຕິດຕໍ່.
![]() |
ການສ້າງກິດຈະກຳໃນຄັ້ງນີ້, ໄດ້ມີການກວດກາສຸຂະພາບຫຼາຍລາຍການ ລວມທັງໝົດ 17 ລາຍ ການ ເປັນຕົ້ນການວັດແທກລວງສູງ, ນ້ຳໜັກ ແລະ ຄວາມດັນເລືອດ, ການກວດຄວາມສົມບູນຂອງເມັດເລືອດ, ການກວດນ້ຳຕານ ແລະ ໄຂມັນໃນເລືອດ, ການກວດການເຮັດວຽກຂອງໄຂ່ຫຼັງ ແລະ ຕັບ, ການກວດຫົວໃຈ, ປອດ, ສາຍຕາ, ຫູ-ດັງ-ຄໍ, ການກວດດ້ວຍເຄື່ອງເອັກສະເລປອດ ແລະ ເອັກສະເລທ້ອງ, ການໃຫ້ວັກຊິນປ້ອງກັນໄຂ້ຫວັດໃຫຍ່ ພ້ອມທັງການສະຫຼຸບຜົນກວດ ແລະ ໃຫ້ຄຳແນະນຳສຸຂະພາບເປັນລາຍບຸກຄົນ.
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ)


ຄໍາເຫັນ