![]() |
ພິທີເປີດຕາໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານມາ, ທີ່ໂຮງໝໍແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນັນທະສານ ວັນນະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ວຽງສະໃໝ ສູນນະລາດ ປະທານກອງທຶນສາມັກ ຄີຈໍາປາສັກ ຊ່ວຍເຫຼືອສັງຄົມ, ທ່ານ ວິທູນ ວິສອນນະວົງ ແພດຊ່ຽວຊານຕາອາວຸໂສ ປະທານທີ່ປຶກສາສະມາ ຄົມແພດຕາລາວ, ທ່ານ ຂັນມະນີ ໄຊຍະທິດ ຮອງປະທານສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ, ທ່ານ ສຸຂັນທະມາລີ ພອນກະເສີມສຸກ ແພດຊ່ຽວຊານຕາອາວຸໂສ ສະມາຄົມແພດຕາລາວ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ທ່ານ ຄໍາສິງ ແກ້ວທອງກຸ ຜູ້ອໍານວຍການໂຮງໝໍແຂວງ ກ່າວວ່າ: ການຈັດພິທີເປີດຕາຄັ້ງນີ້, ເພື່ອສະຫຼຸບຜົນສໍາເລັດການຜ່າຕັດແກ່ນຕາຂຸ້ນ ໃຫ້ຜູ້ທີ່ເປັນພະຍາດແກ່ນຕາຂຸ້ນໃຫ້ຮັບຮູ້ເຂົ້າໃຈ ເພື່ອມອບຄວາມຫວັງ ແລະ ຄືນໂອກາດໃນການເບິ່ງເຫັນໃຫ້ຄົນເຈັບທີ່ໄດ້ຮັບການຜ່າຕັດແກ່ນຕາຂຸ້ນ. ຊຶ່ງກິດຈະກຳຄັ້ງນີ້ ຈັດຂຶ້ນເປັນຄັ້ງທີສອງ, ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ເມສາ 2026 ທີ່ຜ່ານມາ ມີຄົນມາລົງທະບຽນ 83 ຄົນ ມາຜ່າຕັດຕົວຈິງ 65 ຄົນ ຍິງ 41 ຄົນ (ດໍາເນີນການຜ່າຕັດສໍາເລັດໃນວັນດຽວ); ຄັ້ງທີ 2 ມີຄົນມາລົງທະບຽນ 205 ຄົນ ມາຜ່າຕັດຕົວຈິງ 162 ຄົນ ຍິງ 101 ຄົນ (ສໍາເລັດການຜ່າຕັດໃນ 2 ວັນ). ຜົນການກວດກາຕິດຕາມຫຼັງຜ່າຕັດ ເຫັນວ່າ ບໍ່ມີອາການສົນເກີດຂຶ້ນ ຈໍານວນຄົນເຈັບທີ່ເຂົ້າຮ່ວມຜ່າຕັດເບິ່ງເຫັນດີຂຶ້ນ.
![]() |
ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະພັກ-ຄະນະນໍາ ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ພະນັກງານແພດໝໍ-ຊ່ຽວຊານ ຍົກສູງຈັນຍາບັນ, ຈັນຍາທໍາຂອງແພດໝໍ, ບໍລິການປິ່ນປົວຄົນເຈັບດ້ວຍຄວາມຈິງໃຈ ຮັບໃຊ້ສັງຄົມ, ມີຄວາມຍິ້ມແຍ້ມແຈ່ມໃສ ໃຫ້ສົມກັບວ່າເປັນນັກຮົບເສື້ອຂາວ, ເປັນແພດປະຕິວັດ; ຍົກສູງເຕັກນິກດ້ານວິຊາໃນການປິ່ນປົວຄົນເຈັບໃຫ້ມີຄວາມຊໍານານ, ພັດທະນາໂຮງໝໍ ໂດຍວາງແຜນຜັງຢ່າງລະອຽດ, ພັດທະນາອຸປະກອນ, ບຸກຄະລາກອນບໍລິຫານດ້ານການແພດໃຫ້ໄດ້ມາດຕະ ຖານເພື່ອບໍລິການ ແລະ ຮັບໃຊ້ສັງຄົມໃຫ້ນັບມື້ດີຂຶ້ນ. ຂ່າວ-ພາບ: ທູນທອງໃຈ


ຄໍາເຫັນ