ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026
ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫອງວນປະຖມພະຍາບານໂລກ ປະຈຳປ 2026 - image 1
 

ທ່ານ ນາງ ຈັນທະໜອມ ມະນີທິບໄດ້ກ່າວວ່າ: ສໍາລັບປີນີ້ ວັນປະຖົມພະຍາ ບານໂລກ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການປະຖົມພະຍາບານໃນບໍລິບົດການຍົກຍ້າຍຖິ່ນຖານ” ໂດຍມີຄຳຂວັນ “ເຖິງຈະຢູ່ໃນການເດີນທາງ ແຕ່ບໍ່ໄດ້ຢູ່ຢ່າງໂດດດ່ຽວ” ໃນປັດຈຸບັນ ຜູ້ຄົນຈຳນວນຫຼາຍໄດ້ເດີນທາງ ຫຼື ຍົກຍ້າຍຖິ່ນຖານດ້ວຍຫຼາກຫຼາຍເຫດຜົນ ເຊັ່ນ: ເພື່ອການເຮັດວຽກ, ສຶກສາຮ່ຳຮຽນ, ການຢູ່ຮ່ວມກັບຄອບຄົວ, ການຫຼີກໜີຈາກສະພາບການທີ່ຫຍຸ້ງຍາກ ແລະ ສາເຫດອື່ນໆ ເມື່ອຢູ່ຫ່າງໄກຈາກບ້ານ ຫຼື ຊຸມຊົນຂອງຕົນ ການເຂົ້າເຖິງການຊ່ວຍເຫຼືອໃນເວລາສຸກເສີນ ອາດຈະປະສົບຄວາມຫຍຸ້ງຍາກຫຼາຍຂຶ້ນ ດ້ວຍເຫດນັ້ນ ການປະຖົມພະຍາບານຈຶ່ງເປັນທັກສະທີ່ມີຄຸນຄ່າ ແລະ ຈຳເປັນສຳລັບທຸກຄົນ ການປະຖົມ ພະຍາບານບໍ່ແມ່ນໜ້າທີ່ຂອງບຸກຄະລາກອນທາງການແພດເທົ່ານັ້ນ ແຕ່ປະຊາຊົນທຸກຄົນກໍສາມາດຮຽນຮູ້ ແລະ ນຳໃຊ້ທັກສະນີ້ເພື່ອຊ່ວຍເຫຼືອຜູ້ອື່ນໄດ້.

ສະຫອງວນປະຖມພະຍາບານໂລກ ປະຈຳປ 2026 - image 2
 

ທ່ານຮອງປະທານອົງການກາແດງແຫ່ງຊາດລາວ ກ່າວຕື່ມວ່າ: ມີຄວາມປິຕິຍິນດີເປັນພິເສດທີ່ໄດ້ເຫັນນັກຮຽນຈຳນວນຫຼາຍເຂົ້າຮ່ວມກິດຈະກຳໃນວັນນີ້ ໃນເຫດການສຸກເສີນ ຜູ້ທີ່ສາມາດໃຫ້ການຊ່ວຍເຫຼືອເບື້ອງຕົ້ນໄດ້ທັນທີ ອາດເປັນເພື່ອນ ຄູ-ອາຈານ ສະມາຊິກໃນຄອບຄົວ ຫຼື ຕົວທ່ານເອງ ແລະ ຫວັງເປັນຢ່າງຍິ່ງວ່າ ທຸກທ່ານຈະໄດ້ຮັບຄວາມຮູ້ ມີຄວາມສຸກກັບກິດຈະກຳໃນຄັ້ງນີ້ ໄດ້ຝຶກຝົນທັກສະປະຖົມພະຍາ ບານ ແລະ ນຳຄວາມຮູ້ທີ່ໄດ້ຮັບໄປເຜີຍແຜ່ໃຫ້ແກ່ໝູ່ເພື່ອນ ແລະ ສະມາຊິກໃນຄອບຄົວ ດ້ວຍຄວາມຮ່ວມມືຂອງພວກເຮົາທຸກຄົນ ພວກເຮົາສາມາດສ້າງສັງຄົມ ແລະ ຊຸມຊົນໃຫ້ມີຄວາມປອດໄພຫຼາຍຂຶ້ນ ພ້ອມທັງສ້າງຫຼັກປະກັນວ່າ ຈະບໍ່ມີຜູ້ໃດຖືກປະໄວ້ຢ່າງໂດດດ່ຽວ ເມື່ອຕ້ອງການຄວາມຊ່ວຍເຫຼືອ.

ໂອກາດດຽວກັນ, ທ່ານ ນາງ ຍູມິ ມາເອຊາວະ ໄດ້ກ່າວວ່າ: ມີຄວາມຕື້ນຕັນໃຈຫຼາຍທີ່ໄດ້ເຮັດວຽກ ແລະ ປະສານງານຢ່າງໃກ້ຊິດກັບອົງການກາແດງແຫ່ງຊາດລາວ ໃນສະໜັບສະໜູນວຽກງານປະຖົມພະຍາ ບານ ແລະ ການສົ່ງເສີມສຸຂະພາບ ແລະ ພ້ອມຈະສືບຕໍ່ໃຫ້ການຮ່ວມມື ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານນີ້ໃຫ້ມີຜົນສໍາເລັດຕາມຈຸດປະສົງເປົ້າໝາຍ.

ຂ່າວ:ອົງການກາແດງແຫ່ງຊາດລາວ

ຄໍາເຫັນ

ຂ່າວສາທະລະນະສຸກ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

ພະຍາດໄຂ້ຍຸງລາຍ ແມ່ນພະຍາດໂດຍມີຍຸງກົ້ນຊີ້ເປັນພາຫະ. ຍຸງຈະຕິດເຊື້ອໄດ້ກໍຕໍ່ເມື່ອມັນໄປກັດຄົນທີ່ຕິດເຊື້ອໄຂ້ຍຸງລາຍ. ຄົນເຮົາອາດຈະສະແດງອາການ ຫຼື ບໍ່ສະແດງອາການ. ພາຍຫຼັງ 1 ອາທິດ, ຍຸງດັ່ງກ່າວ ສາມາດສົ່ງຕໍ່ເຊື້ອພະຍາດໂດຍການກັດຄົນທີ່ແຂງແຮງ. ພະຍາດໄຂ້ຍຸງລາຍບໍ່ສາມາດແຜ່ກະຈາຍເຊື້ອຈາກຄົນສູ່ຄົນໄດ້ໂດຍກົງ. ກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າກຸ່ມອື່ນແມ່ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈໍາໂຕ ຫຼື ພະຍາດຊໍ້າເຮື້ອເຊັ່ນ: ເບົາ ຫວານ, ໝາກໄຂ່ຫຼັງຊຸດໂຊມ ຫຼື ພະຍາດຫົວໃຈ.
ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ຫຼື ປະຊາຊົນມັກເອີ້ນກັນວ່າ (ໄຂ້ເລືອດອອກ) ມັກເກີດຂຶ້ນໃນແຕ່ລະປີ ແລະ ເຫັນວ່າມີຈຳນວນການເຈັບເປັນຂ້ອນຂ້າງສູງພໍສົມຄວນ ຊຶ່ງມັກເກີດຂຶ້ນໃນໄລຍະລະດູຝົນເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ, ແຕ່ພົບຫຼາຍແມ່ນເດືອນກໍລະກົດ ແລະ ເດືອນສິງຫາ, ແຕ່ມາ ໃນປັດຈຸບັນນີ້ ແມ່ນເຫັນວ່າສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການ ຈຶ່ງເປັນສາເຫດໜຶ່ງທີ່ເຮັດ ໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.
ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໃນວັນທີ 5 ສິງຫາ 2026 ນີ້ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄດ້ລົງເຄື່ອນໃຫວຕິດຕາມຊກຍູ້ ແລະຢ້ຽມຢາມການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນຕົ້ນປີ ຢູ່ຂັ້ນບ້ານ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ໂດຍການນໍາພາ ຂອງທ່ານ ຄຳສິງ ໂລຍວິໄລສັກ ຮອງປະທານຄະນະກຳມະການປົກຄອງເມືອງກະລຶມ, ມີທ່ານ ສົງ ຈັນທະວົງສາ ຜູ້ບໍລິຫານໂຄງການຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ອົງການແຄຣ, ຜູ້ປະສານງານໂຄງການ ເຂົ້າຮ່ວມ.
ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ)ຂຶ້ນໃນລະຫວ່າງວັນທີ 6-8 ສິງຫານີ້ທີ່ທ່າລາດເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານ ນາງອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງ ແຂວງວຽງຈັນ ຜູ້ຊີ້ນໍາວຽກງານສາທາລະນະສຸກ, ມີຫົວໜ້າກົມກົດໝາຍຫ້ອງວ່າການສໍານັກງານປະທານປະເທດ, ຫົວໜ້າກົມກົດໝາຍສະພາແຫ່ງຊາດ, ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກກົມກົດໝາຍ ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ ຈາກ 9 ແຂວງຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ຈຳປາສັກ, ຄໍາມ່ວນ, ວຽງຈັນ, ອັດຕະປື, ເຊກອງ, ບໍລິຄໍາໄຊແລະ ອົງການຈັດຕັ້ງສາກົນ JICA, WHO, KOFIH, ຫ້ອງການປະສານງານຂອງໂຄງການ HANSA II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ