![]() |
ນອກຈາກນີ້, ທ່າກຳປັ່ນໜານໜິງ ຍັງມີເສັ້ນທາງລົດໄຟສະເພາະເຊື່ອມຕໍ່ກັບສະຖານີໜານໜິງເຮັດໃຫ້ສາມາດປະສານການຂົນສົ່ງທາງນ້ຳ ແລະ ທາງລົດໄຟເຂົ້າດ້ວຍກັນ, ໂດຍເຂດປະຕິບັດງານນິວວານໄດ້ເປີດນຳໃຊ້ໃນປີ 2014 ຊຶ່ງເປັນຈຸດສຳຄັນໃນການປັບປ່ຽນທ່າກຳປັ່ນໄປສູ່ຮູບແບບການພັດທະນາແບບລວມສູນ, ສຳລັບການພັດທະນາເສັ້ນທາງນ້ຳໂຄງການສູນກາງນ້ຳຢົງນິງໄດ້ຊ່ວຍຍົກລະດັບການເດີນເຮືອຕາມແມ່ນ້ຳຢົງຈຽງໃຫ້ບັນລຸມາດຕະຖານແລະສາມາດຮອງຮັບເຮືອຂະໜາດ 1,000 ໂຕນແລະໃນປີ 2023 ເສັ້ນທາງນໍ້າທີ່ຮອງຮັບເຮືອຂະໜາດ 3,000 ໂຕນໄດ້ເປີດນຳໃຊ້ຕະຫຼອດສາຍ, ສ່ວນໂຄງການປັບປຸງເສັ້ນທາງນ້ຳຈາກປາກແມ່ນ້ຳພິງໄປຫາລິວຈິງແມ່ນກຳລັງດຳເນີນການກໍ່ສ້າງຢ່າງຮອບດ້ານ, ເມື່ອໂຄງການສຳເລັດຈະສາມາດຮອງຮັບເຮືອທະເລຂະໜາດ 5,000 ໂຕນເຂົ້າມາເດີນເຮືອໄດ້.
ປັດຈຸບັນທ່າກຳປັ່ນໜານໜິງມີບົດບາດສຳຄັນໃນການຮອງຮັບການຂົນສົ່ງສິນຄ້າຜ່ານແດນຂອງພາກຕາເວັນຕົກສ່ຽງໃຕ້ຂອງຈີນພ້ອມທັງຮອງຮັບການຂົນສົ່ງສິນຄ້າສຳລັບອຸດສາຫະກຳຕາມແລວແມ່ນ້ຳ ແລະ ເສັ້ນທາງນ້ຳຊີຈຽງຍັງເປັນສາຍພົວພັນສຳຄັນຊຶ່ງເຊື່ອມໂຍງກວາງຊີກັບມົນທົນຢຸນນານ, ກຸ້ຍໂຈ່ວ, ກວາງຕຸ້ງ, ຮົງກົງມາກາວແລະພາກພື້ນອາຊຽນ. ດັ່ງນັ້ນ, ທ່າກຳປັ່ນໜານໜິງຈຶ່ງເປັນໂຄງລ່າງພື້ນຖານດ້ານການຂົນສົ່ງທີ່ສຳຄັນໃນການເຊື່ອມຕໍ່ການຄ້າແລະເສດຖະກິດພາຍໃນຈີນກັບພາກພື້ນອາຊຽນພ້ອມທັງເປັນກຳລັງສຳຄັນໃນການຂັບເຄື່ອນຍຸດທະສາດສອງແກນເສດຖະກິດຂອງກວາງຊີ.

ຄໍາເຫັນ