ການສຳຫຼວດຄັ້ງນີ້ ຈະສຳເລັດຂັ້ນຕອນສຸດທ້າຍຂອງການກໍ່ສ້າງ ແລະ ວຽກງານການກວດກາ ແລະ ຮັບຮອງຕໍ່ສະຖານີສຳຫຼວດຂົ້ວໂລກໃຕ້ແຫ່ງທີ 5 ຂອງຈີນ ຄື: ສະຖານີສິນຫຼິງ ຢ່າງຮອບດ້ານ ແລະ ຊຸກຍູ້ການຕິດຕັ້ງອຸປະກອນ, ການສຳຫຼວດພື້ນທີ່ ແລະ ເຮັດແຜນທີ່ຢູ່ສະຖານີສຳຫຼວດ ມາຣີ ເບີດ ແລນ ເພື່ອກຽມຄວາມພ້ອມໃຫ້ແກ່ການປັບປຸງຍົກລະດັບສະຖານີສາງເສີງ ແລະ ສະຖານີຈົ່ງຊ່ານ.
ນອກຈາກນີ້, ໜ່ວຍສຳຫຼວດຍັງຈະດຳເນີນການສຳຫຼວດ ແລະ ຕິດຕາມວັດແທກຢ່າງຮອບດ້ານໃນຫຼາຍດ້ານກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດທີ່ມີຕໍ່ລະບົບນິເວດໃນມະຫາສະໝຸດໃຕ້, ພ້ອມທັງປະຕິບັດພາລະກິດວິທະຍາສາດເຕັກໂນໂລຊີທີ່ສຳຄັນຕ່າງໆ ເຊັ່ນ: ການເຈາະສຳຫຼວດທະເລສາບສີຫຼິນທີ່ຢູ່ໃຕ້ນ້ຳກ້ອນຂອງຂົ້ວໂລກໃຕ້ ເປັນຕົ້ນ.
ຄໍາເຫັນ