ກ່າວຄຳເຫັນທາງໂທລະພາບແຫ່ງລັດ ອີຣານ, ທ່ານ ຄາເຊມ ຈາລາລີ ໃຫ້ຮູ້ວ່າ: ໄລຍະທຳອິດ, ຄາດວ່າຈະສຳເລັດໃນເວລາ 2-3 ປີ ແລະ ຈະບັນລຸສະມັດຖະພາບ 55 ຕື້ແມັດກ້ອນ". ທ່ານ ຈາລາລີ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນການຮ່ວມມືລະຫວ່າງ ອີຣານ ແລະ ຣັດເຊຍ ໃນຂົງເຂດນ້ຳມັນອາຍແກ໊ສໄດ້ແບ່ງເປັນສອງໄລຍະຄື: ໄລຍະສັ້ນ ແລະ ໄລຍະຍາວ. ໃນໄລຍະສັ້ນ, ການນຳໃຊ້ທໍ່ສົ່ງນ້ຳມັນອາຍແກ໊ສໃນປັດຈຸບັນຮຽກຮ້ອງຕ້ອງກໍ່ສ້າງຄືນໃໝ່ ແລະ ຮ່ວມມືກັບ ອາແຊັກໄບຊານ, ສິ່ງດັ່ງກ່າວຈະຕ້ອງໃຊ້ເວລາຫຼາຍ.
ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ
ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ອົງການການບິນພົນລະເຮືອນສິງກະໂປ ໄດ້ເປີດເຜີຍຂໍ້ກຳນົດຂັ້ນຕ່ຳສຳລັບນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF) ທີ່ຈັດຊື້ດ້ວຍລາຍຮັບຈາກຄ່າບໍລິການນໍ້າມັນເຊື້ອໄຟເພີ່ມເຕີມ ແລະ ຕ້ອງສາມາດຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕະຫຼອດວົງຈອນຊີວິດການນຳໃຊ້ ຢ່າງໜ້ອຍ 40%.
ຄໍາເຫັນ