ສິງກະໂປ ກຳລັງກະກຽມທີ່ຈະເປີດການປະມູນຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງຄັ້ງທຳອິດພາຍໃນກາງເດືອນທັນວາ 2026 ຊຶ່ງນໍ້າມັນເຊື້ອໄຟນີ້ຕ້ອງຕອບສະໜອງມາດຖານຄວາມຍືນຍົງພາຍໃຕ້ໂຄງການຊົດເຊີຍ ແລະ ຫຼຸດຜ່ອນການປ່ອຍອາຍພິດກາກບອນ ສຳລັບການບິນສາກົນ (CORSIA) ຂອງອົງການການບິນພົນລະເຮືອນສາກົນ (ICAO) ດ້ວຍ.
ບົດລາຍງານຊີ້ໃຫ້ເຫັນວ່າ: ການປະມູນໃນເບື້ອງຕົ້ນມີຈຸດປະສົງເພື່ອຈັດຊື້ນໍ້າມັນເຊື້ອໄຟ 20-30 ກິໂລໂຕນ, ໂດຍເປີດໃຫ້ຜູ້ຈຳໜ່າຍ ແລະ ຜູ້ຜະລິດເຂົ້າຮ່ວມການປະມູນ ຫາກສາມາດສົ່ງນໍ້າມັນເຊື້ອໄຟການບິນແບບຍືນຍົງຜ່ານລະບົບໂຄງສ້າງພື້ນຖານນໍ້າມັນເຊື້ອໄຟທີ່ມີຢູ່ແລ້ວຂອງສະໜາມບິນຊາງງີ ແລະ ຕອບສະໜອງຄວາມຕ້ອງການດ້ານເຕັກນິກ ແລະ ຄວາມຍືນຍົງ.
ຄໍາເຫັນ