ຂ່າວລະບຸວ່າ: ງານວາງສະແດງຄັ້ງນີ້ໄດ້ສ້າງສະຖິຕິໃໝ່ອີກຄັ້ງໃນດ້ານໂຕເລກຂໍ້ມູນຫຼາຍລາຍການເຊັ່ນ: ໄດ້ເຕົ້າໂຮມ 162 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ມີວິສາຫະກິດຕ່າງປະເທດ 4,142 ແຫ່ງເຂົ້າຮ່ວມ, ເນື້ອທີ່ວາງສະແດງທັງໝົດເກີນ 440,000 ຕາແມັດເປັນຄັ້ງທຳອິດ.
ເນື້ອທີ່ວາງສະແດງສຳລັບວິສາຫະກິດເກີນ 370,000 ຕາແມັດ, ວິສາຫະກິດທີ່ຖືກຈັດຢູ່ໃນ 500 ວິສາຫະກິດທີ່ເຂັ້ມແຂງຂອງໂລກ ແລະ ວິສາຫະກິດແຖວໜ້າຂອງໂລກເກີນ 300 ແຫ່ງເປັນຄັ້ງທຳອິດ. ຜະລິດຕະພັນທີ່ມີລັກສະນະຕົວແທນທີ່ຈຳໜ່າຍເປັນເທື່ອທຳອິດໃນທົ່ວໂລກ, ວາງສະແດງຢູ່ອາຊີເປັນເທື່ອທຳອິດ ແລະ ຮ່ວມວາງສະແດງເປັນ ໃນຈີນເທື່ອທຳອິດ ມີຫຼາຍກວ່າ 480 ອັນ ຊຶ່ງໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.
ຄໍາເຫັນ