ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ
ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ຄຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຢຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫຼັງ​ເຈັບ​ປ່ວຍ. ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ກຳ​ອຳ​ນາດມາ​ເປັນ​ເວ​ລາ​ຍາວ​ນານ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານແມ່ນ “​ການ​ອອກ​ກຳ​ລັງ​ກາຍ​ຂອງ​ພັກ​ການ​ເມືອງ” ທີ່​ເປັນ​ປົກ​ກະ​ຕິ, ມັນບໍ່​ແມ່ນ​ການ​ປັບ​ປຸງ​ເປັນ​ໄລ​ຍະ​, ແຕ່​ເປັນ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​​ໂດຍຕົນ​ເອງ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ພັກ​ທີ່​ມີ​ອາ​​ຍຸ​ຮ້ອຍກວ່າ​ປີ​ເພື່ອ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ.

 

ທ່ານອາດຈະຄິດວ່າ “ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ” ແມ່ນນິຍາມທາງການເມືອງທີ່ເຂົ້າໃຈຍາກ, ແຕ່ຄວາມຈິງແລ້ວແກນກາງຂອງມັນລຽບງ່າຍທີ່ສຸດ. ເໝືອນກັບການອອກກຳລັງກາຍຂອງມະນຸດ ທີ່ເປັນການບຳລຸງຮັກສາທຸກດ້ານ ຊຶ່ງໄດ້ກວມເຖິງການຮັດແໜ້ນພື້ນຖານ, ການຮັກສາຫຸ່ນ, ການຂັບສານພິດ ແລະ ການເສີມສ້າງກະດູກໃຫ້ເຂັ້ມແຂງ, ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານກໍເໝືອນກັບ “ການຄຸ້ມຄອງສຸຂະພາບ” ຢ່າງຮອບດ້ານຕໍ່ຖັນແຖວທົ່ວພັກ. ການຝຶກຜົນຫຼໍ່ຫຼອມດ້ານແນວຄິດແມ່ນ “ການຮັດແໜ້ນພື້ນຖານຂອງອຸດົມການ”, ເພີ່ມຄວາມໝັ້ນໃຈທາງດ້ານຈິດໃຈ ແລະ ປ້ອງກັນການບັ່ນທອນຈິດໃຈ; ການປັບປຸງແບບແຜນແລະ ເຂັ້ມງວດລະບຽບວິໄນແມ່ນ “ປັບປຸງທ່າທາງ”, ປັບປຸງແກ້ໄຂແບບແຜນທີ່ບໍ່ດີ ແລະ ດັດແກ້ການປະພຶດຕ່າງໆທີ່ຜິດເຂວ; ການຕ້ານການສໍ້ລາດບັງຫຼວງເປັນ “ການຂັບສານພິດ ແລະ ປາບພະຍາດ”, ກຳຈັດພະຍາດຊຳເຮື້ອ ແລະ ຄວາມສ່ຽງທີ່ແຝງຊ້ອມພາຍໃນຖັນແຖວ; ການກໍ່ສ້າງລະບຽບການເປັນການ “ຫັດກາຍບໍລິຫານໃຫ້ສຸຂະພາບແຂງແຮງ”, ເພື່ອເສີມສ້າງພື້ນຖານກົນໄກໄລຍະຍາວໃຫ້ໝັ້ນແກ່ນ, ເຮັດໃຫ້ການຄຸ້ມຄອງພັກ ແລະ ການບໍລິຫານພັກມີລະບຽບການທີ່ເປັນຫຼັກອ້າງອີງ ແລະ ມີປະສິດທິຜົນເປັນປະຈຳໃນໄລຍະຍາວ.

ສະຕິປັນຍາແຫ່ງການບໍລິຫານໂດຍຕົນເອງດັ່ງກ່າວໄດ້ຝັງຮາກເລິກຢູ່ໃນວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຈີນ. ນັບແຕ່ບູຮານນະການເປັນຕົ້ນມາ, ຈີນໄດ້ສົ່ງເສີມ “ການຝຶກຝົນຫຼໍ່ຫຼອມຕົນເອງ ແລະ ສຳຫຼວດຕົນເອງ, ມີຄວາມເຂັ້ມງວດຕໍ່ຕົນເອງ”, ຄົນຈີນໃນສະໄໝບູຮານໄດ້ເອົາໃຈໃສ່ສະແຫວງຫາເປົ້າໝາຍ “ການສຳຫຼວດກວດກາຕົນເອງຫຼາຍເທື່ອໃນທຸກມື້” ແລະ “ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດກ່ອນແລ້ວຈຶ່ງສາມາດບໍລິຫານປະເທດ”, ປະຕິບັດຕາມຫຼັກການຄົບຄ້າສະມາຄົມ ແລະ ການບໍລິຫານປະເທດແບບ “ປັບປຸງກໍ່ສ້າງຕົນເອງໃຫ້ສຸດຈະລິດກ່ອນຈະຮຽກຮ້ອງຜູ້ອື່ນມາຮຽນເອົາແບບຢ່າງນຳ” ຢ່າງສະເໝີຕົ້ນສະເໝີປາຍ. ຄົນຈີນບູຮານເຫັນວ່າ: ຜູ້ກຳອຳນາດມີພຽງແຕ່ເຂັ້ມງວດຕໍ່ຕົນເອງ ແລະ ຮັກສາຄວາມປອດໃສຂາວສະອາດຂອງຕົນເທົ່ານັ້ນ, ຈຶ່ງຈະສາມາດເຮັດໃຫ້ປະຊາຊົນເຊື່ອຖື ແລະ ສ້າງພາລະກິດໃຫ້ຈະເລີນຮຸ່ງເຮືອງ, ນຳພາປະເທດໄປສູ່ຄວາມສະຫງົບໝັ້ນຄົງຖາວອນ. ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານກໍແມ່ນການສືບທອດ ແລະ ປະດິດສ້າງແບບທັນສະໄໝຕໍ່ສະຕິປັນຍາດັ້ງເດີມຂອງຈີນແຫ່ງການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດ ແລະ ການບໍລິຫານປະເທດ, ໂດຍຫັນແນວຄິດການເຂັ້ມງວດຕໍ່ຕົນເອງ ແລະ ການສຳຫຼວດຕົນເອງທີ່ສືບທອດມາເປັນເວລາພັນປີໃຫ້ເປັນລະບຽບການຢ່າງເປັນລະບົບ ແລະ ພຶດຕິກຳໄລຍະຍາວຂອງການຄຸ້ມຄອງພັກການເມືອງໃນຍຸກປັດຈຸບັນ.

ຍ້ອນຫຍັງພັກກອມມູນິດຈີນ ຈຶ່ງຢຶດໝັ້ນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ? ຄຳຕອບຢູ່ໃນຕັກກະແຫ່ງການບໍລິຫານປະເທດ. ຂໍກຸນແຈສຳຄັນໃນການບໍລິຫານປະເທດໃຫຍ່ແມ່ນຂຶ້ນກັບພັກກຳອຳນາດ. ພັກໃຫຍ່ທີ່ມີສະມາຊິກຫຼາຍກວ່າ 100 ລ້ານຄົນ ແລະ ນຳພາປະຊາຊົນ 1 ຕື້ 400 ລ້ານຄົນເພື່ອການພັດທະນານັ້ນ, ຄວາມບໍລິສຸດ ແລະ ຄວາມກ້າວໜ້າຂອງຖັນແຖວໄດ້ຕັດສິນຊີ້ຂາດໂດຍກົງ ຕໍ່ຄຸນນະພາບຂອງການພັດທະນາປະເທດຊາດ, ຜົນສຳເລັດຂອງການຄຸ້ມຄອງສັງຄົມ ແລະ ຄວາມຜາສຸກຂອງປະຊາຊົນ. ການກຳອຳນາດເປັນໄລຍະຍາວເປັນການທົດສອບຍິ່ງເປັນສິ່ງທ້າທາຍ, ພັກກຳອຳນາດໄລຍະຍາວສ່ວນຫຼາຍໃນໂລກລ້ວນແຕ່ໄດ້ປະເຊີນກັບບັນຫາຮ່ວມກັນຄື: ຄວາມຂີ້ຄ້ານມັກງ່າຍແບບອາຍາສິດ, ອຳນາດຖືກຜັນແປເປັນເຄື່ອງມືໃນການສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ການຫ່າງເຫີນຈາກປະຊາຊົນ, ງ່າຍທີ່ຈະຕົກເຂົ້າສູ່ “ວັດທະຈັກປະຫວັດສາດ” ທີ່ຈາກຄວາມຈະເລີນຮຸ່ງເຮືອງສູ່ຄວາມຊຸດໂຊມ. ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານກໍແມ່ນຄຳຕອບແກນກາງຂອງພັກກອມມູນິດຈີນ ໃນການແກ້ໄຂບັນຫາຫຍຸ້ງຍາກແຫ່ງຍຸກສະໄໝ. ນັບແຕ່ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ສະເໜີແນວຄິດດັ່ງກ່າວຢ່າງເປັນທາງການໃນປີ 2014, ຮອດປີ 2022 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ໄດ້ບູລະນະລະບົບຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ສົມບູນຂຶ້ນ, ຕະຫຼອດຮອດກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈະຈັດຂຶ້ນໃນໄວໆນີ້ ເພື່ອວາງແຜນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງຕໍ່ເນື່ອງ, ທັງນີ້ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ: ການຄຸ້ມຄອງ ແລະ ການບໍລິຫານພັກຢ່າງເຂັ້ມງວດເວລາໃດກໍບໍ່ແມ່ນມາດຕະຖານ ຫຼື ວິທີການຊົ່ວຄາວເທົ່ານັ້ນ, ຫາກແມ່ນຍຸດທະສາດໄລຍະຍາວໃນການປົກປ້ອງຄວາມທັນສະໄໝແບບຈີນ.

ການປະຕິວັດໂດຍຕົນເອງຄືຄວາມກ້າຫານທີ່ຫາຍາກທີ່ສຸດທັງເປັນພະລັງຊີວິດທີ່ຍືນຍົງທີ່ສຸດ. ມັນແຕກຕ່າງກັນກັບການແກ້ໄຂບັນຫາຫຼັງມີບັນຫາເກີດຂຶ້ນ, ພັກກອມມູນິດຈີນເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍ “ການອອກກຳລັງກາຍເພື່ອຍົກສູງຄຸນນະພາບຮ່າງກາຍ” ຢ່າງເປັນປົກກະຕິ, ເປັນເຈົ້າການກວດຄົ້ນຫາບັນຫາດ້ວຍຕົນເອງ, ດັດແກ້ການປະພຶດທີ່ຜິດເຂວ, ສ້າງຄວາມບໍລິສຸດຂອງຖັນແຖວພະນັກງານສະມາຊິກພັກ ແລະ ຮັກສາຄວາມມີຊີວິດຊີວາ ແລະ ຄວາມເຂັ້ມແຂງຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

ເມື່ອເບິ່ງໃນທົ່ວໂລກແລ້ວ, ການທີ່ເຮັດແນວໃດເພື່ອຢຶດໝັ້ນຮັກສາອຸດົມການແຕ່ຫົວທີ, ຫຼີກລ່ຽງຄວາມສ່ຽງທີ່ຈະເກີດການສໍ້ລາດບັງຫຼວງ ແລະ ຄວາມປະໝາດໃນການກຳອຳນາດຢ່າງຍາວນານນັ້ນເປັນຫົວຂໍ້ຮ່ວມຂອງພັກກຳອຳນາດບັນດາປະເທດ. ດ້ວຍການຄວບຄຸມຕົນເອງ ແລະ ການປະຕິວັດໂດຍຕົນເອງຢ່າງຕໍ່ເນື່ອງ, ພັກກອມມູນິດຈີນໄດ້ບຸກເບີກເສັ້ນທາງໃໝ່ແຫ່ງການບໍລິຫານພັກໃຫຍ່ຂອງປະເທດໃຫຍ່.

ເວົ້າເຖິງທີ່ສຸດແລ້ວ, ເນື້ອໃນແກນກາງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານກໍຄື ເຂັ້ມງວດຕໍ່ຕົນເອງທີ່ຕ້ອງດຳເນີນຕະຫຼອດໄປ ແລະ ປົກປ້ອງອຸດົມການແຕ່ຫົວທີໃນການກຳອຳນາດ. ພັກອາຍຸຮ້ອຍກວ່າປີບໍ່ໄດ້ອາໄສຂໍ້ໄດ້ປຽບທີ່ມີຢູ່ແລ້ວເພື່ອຮັກສາພາລະກິດຂອງຕົນ, ແຕ່ແມ່ນອີງໃສ່ການປະຕິວັດໂດຍຕົນເອງຢ່າງຕໍ່ເນື່ອງເພື່ອສ້າງພາລະກິດອັນໃໝ່. ຮູບແບບການບໍລິຫານໂດຍຕົນເອງທີ່ກຳເນີດຈາກວັດທະນະທຳດັ້ງເດີມ, ຕິດແທດກັບການພັດທະນາຂອງຍຸກສະໄໝ ແລະ ອີງໃສ່ສະພາບຕົວຈິງດ້ານການບໍລິຫານໂດຍຕົນເອງແບບນີ້ບໍ່ພຽງແຕ່ໄດ້ຮັດແໜ້ນພື້ນຖານການບໍລິຫານປະເທດຂອງຈີນເທົ່ານັ້ນ ຍັງໄດ້ສະໜອງແຜນການແກ້ໄຂຂອງຈີນທີ່ຕິດແທດຕົວຈິງ ແລະ ສາມາດປະຕິບັດໄດ້ໃຫ້ແກ່ການຄຸ້ມຄອງພັກການເມືອງໃນທົ່ວໂລກນຳອີກ.

ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ທ່ານ ນາມານ ກາຣຸນຣັດຕະນະ ລັດຖະມົນຕີກະຊວງກະສິກຳ ແລະ ການລ້ຽງສັດ ຂອງສີລັງກາ ໄດ້ເປີດເຜີຍແຜນການຂະຫຍາຍຂອບເຂດເງິນອຸດໜູນການປູກພືດສຳລັບຊາວກະສິກອນທີ່ປູກພືດສະບຽງອາຫານ 12 ຊະນິດໃນທົ່ງນາ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງສີລັງກາທີ່ຊາວກະສິກອນທີ່ປູກພືດຊະນິດອື່ນນອກຈາກເຂົ້າຈະໄດ້ຮັບເງິນອຸດໜູນຄືກັນກັບຊາວກະສິກອນປູກເຂົ້າໃນປັດຈຸບັນ.
ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​​ໄດ້​ເປີດຂຶ້ນຢູ່​ຕາ​ແສງ​ອູ່​ເຈີ້ນ ​ແຂວງ​ເຈີ້​ຈ່ຽງ​ ຈີນ, ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ແຫຼ່ງ​ລະ​ຫັດ ​ການ​ຮ່ວມ​ມື​ແບບ​ເປີດ ສ້າງ​ສາ​ຮ່ວມ​ກັນ​ຊົມ​ໃຊ້​ຮ່​ວມ​ກັນ - ​ເຮັດ​ວຽກ​ຮ່ວ​ມ​ກັນເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”, ​
ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ແພລດຟອມແຜນທີ່ດີ​ຈີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນ​ທາງ​ການໃນວັນທີ 1 ພະຈິກ ຜ່ານມາ, ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ວັນມຽວ - ກວັກຕືຢຽມ ນະຄອນຫຼວງຮ່າໂນ້ຍ. ໂດຍມີຈຸດປະສົງ​ເພື່ອ​ເຊື່ອມຕໍ່ຂໍ້ມູນດ້ານ​ວັດ​ທະ​ນະ​ທຳ​ໃນສະພາບແວດລ້ອມດີ​ຈີຕອນ, ຮັບໃຊ້ປະ​ຊາ​ຊົນ, ​ນັກທ່ອງທ່ຽວ, ​ອົງ​ກາ​ນ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ສາ​ມາດເຂົ້າເຖິງ, ໂຄ​ສະ​ນາ ແລະ ການຂຸດຄົ້ນ​ບັນ​ດາ​ແຫຼ່ງກຳລັງ​ດ້ານວັດທະນະທຳຂອງ ຫວຽດນາມ ​ຢ່າງ​ມີປະ​ສິດ​ທິ​ຜົນ.
ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ປະ​ເຊີ​ນ​ໜ້າ​ໂດຍ​ກົງ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ ຄື: ເປັນ​ເຈົ້າ​ການກຳ​ຈັດ​ປວກ ແລະ ຕັດຮອນກິ່ງ​ງ່າ​ທີ່​ຕາຍ​ແລ້ວ ເພື່ອ​ຮັບ​ປະ​ກັນ​ຄວາມ​ແຂງ​ແຮງ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົ້ນ​ໄມ້. ນີ້ຄືທິດ​ສະ​ດີສຳ​ຄັນ​ກ່ຽວ​ກັບການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​​ທີ່ສະ​ເໜີ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ ​ຮ່ວມກັບ​ການ​ຕິດ​ຕາມກວດ​ກາ​ໂດຍ​ປະ​ຊາ​ຊົນທີ່​ສະ​ເໜີ​ໂດຍ​ທ່ານ​ ເໝົາ​ເຈີຕຸ່ງ ຜູ້​ນຳ​ຮຸ່ນ​ທຳ​ອິດ​ຂອງ ສ​ປ​ ຈີນ ​ໄດ້​ປະ​ກອບ​ເປັນ​ສອງ​ຄຳ​ຕອບ​ເພື່ອພົ້ນ​ອອກ​ຈາກວັດ​ຖະ​ຈັກ​ປະ​ຫວັດ​ສາດ​ແຫ່ງ​ການ​ຈາກ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ສູ່​ຄວາມ​ຊຸດ​ໂຊມ ໂດຍ​ໄດ້​ຕອບ​ຄຳ​ຖາມ​ພື້ນ​ຖານ​ທີ່​ວ່າ ​ພັກ​ໃຫຍ່ຈະ​ກຳ​ຈັດພ​ະ​ຍາດ​ຊຳ​ເຮື້ອພາຍ​ໃນ​ພັກ​ຄື​ແນວ​ໃດ​ໃນ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ເພື່ອ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົນ​ຢູ່​ສະ​ເໝີ.
ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ນະຄອນຝູໂຈວ ແຂວງຝູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງ ສປ ຈີນ.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ສຳນັກຂ່າວຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ມາຮອດວັນທີ 29 ຕຸລາ ຜ່ານມາ, ສະຫະລັດ ອາເມຣິກາ ມີຄົນເຈັບທີ່ໄດ້ຮັບການຢືນຢັນແລ້ວວ່າເປັນພະຍາດໝາກແດງ 4,852 ຄົນ. ໃນນັ້ນ, 4,834 ຄົນ ພົບໃນ 47 ເມືອງຂອງສະຫະລັດ ອາເມຣິກາ ແລະ 18 ຄົນ ເປັນນັກເດີນທາງຈາກຕ່າງປະເທດ ຊຶ່ງມີຄົນເຈັບ 511 ຄົນ ຫຼື ປະມານ 11% ຂອງຜູ້ທີ່ໄດ້ຮັບການຢືນຢັນວ່າຕິດພະຍາດໝາກແດງ ແລະ ໄດ້ເຂົ້າຮັກສາໃນໂຮງໝໍແລ້ວ.
ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກອງປະຊຸມໃຫຍ່ທາງວິຊາການການບິນອະວະກາດບັນທຸກຄົນຄັ້ງທີ 7 ຂອງຈີນ ທີ່ກຳລັງດຳເນີນຢູ່ນະຄອນຫຼວງປັກກິ່ງ, ໄດ້ເປີດເຜີຍແຜນການສົ່ງຍານບັນທຸກຄົນລົງຈອດເທິງດວງຈັນຂອງຈີນທີ່ໄດ້ຮັບຄວາມສົນໃຈຕໍ່ສາທາລະນະຊົນຢ່າງເປັນທາງການໃນກອງປະຊຸມເມື່ອວັນທີ 31 ຕຸລາຜ່ານມາ, ໂດຍຈີນມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະ ຈະນຳໃຊ້ແຜນການ “ຍິງສົ່ງສອງເທື່ອ ແລະ ລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ.
ເພີ່ມເຕີມ