ທ່ານນາງ ເລິມທິເຟືອງແທັງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ: ຂ້າພະເຈົ້າປາຖະໜາວ່າ ບັນດານັກສິລະປິນ, ນັກສິລະປະ, ຜູ້ປະດິດຄິດສ້າງ ແລະ ວິສາຫະກິດ ຈະພ້ອມກັນນຳເອົາບັນດາການເຄື່ອນໄຫວ ເລື່ອງລາວທີ່ມີຄຸນນະພາບ, ເລົ່າເລື່ອງກ່ຽວກັບ ຫວຽດນາມ ດ້ວຍຄວາມເຂົ້າໃຈ, ຄວາມເອກອ້າງທະນົງໃຈ ແລະ ຈິດໃຈປະດິດຄິດສ້າງ, ຄຸນນະພາບການສຳພາດຕົວຈິງຈະດຶງດູດໃຫ້ປະຊາຊົນຢາກກັບຄືນມາ ແລະ ຢາກແນະນຳ, ແບ່ງປັນກັບຜູ້ອື່ນອີກ.
ຢູ່ທີ່ນີ້, ປະຊາຊົນ ແລະ ນັກທ່ອງທ່ຽວສາມາດຊອກຫາ, ຄົ້ນຫາບັນດາເຫດການ, ມໍລະດົກ, ລະບົບພິພິທະພັນ ກໍຄືບັນດາການເຄື່ອນໄຫວວັດທະນະທຳທີ່ພົ້ນເດັ່ນຢູ່ 34 ແຂວງ ແລະ ນະຄອນ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງຖະແຫຼງຂ່າວ ແລະ ສະຖິຕິຂອງ ສ ເກົາຫຼີ ລາຍງານການຂາຍສິນຄ້າ ຫຼື ການບໍລິການໃຫ້ຕ່າງປະເທດໂດຍກົງທາງອອນລາຍ ໃນໄຕມາດທີ 3 (ກໍລະກົດ - ກັນຍາ) ຂອງປີ 2026 ຢູ່ທີ່ 1.09 ພັນຕື້ວອນ, ເພີ່ມຂຶ້ນ 40.7% ເມື່ອທຽບໃສ່ປີກາຍ ແລະ ເປັນໂຕເລກທີ່ສູງສຸດໃນໄຕມາດທີ 3 ນັບແຕ່ປີ 2020.
ຄໍາເຫັນ