ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ
​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ອາເມຣກາ ແລະ WFP ມອບເງນ 19 ຕກວາກບ ຊວຍປະຊາຊນ 4 ເມອງ ທຖກຜນກະທບຈາກໄພນາຖວມ - image 1
 

 

ໃນພິທີດັ່ງກ່າວ, ທ່ານ ພົງໄຊສັກ ອິນທະລາດ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານສະຫະລັດ ອາເມຣິກາ ຜ່ານອົງການອາຫານໂລກ (WFP) ທີ່ໄດ້ໃຫ້ການສະໜັບສະໜູນງົບປະມານເປັນເງິນສົດ ຈຳນວນຫຼາຍກວ່າ 19 ຕື້ 260 ລ້ານກວ່າກີບ ເພື່ອນຳມາຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມ ຢູ່ 4 ເມືອງຂອງແຂວງສະຫວັນນະເຂດ ຄື: ເມືອງສອງຄອນ, ຈຳພອນ, ໄຊບູລີ ແລະ ເມືອງຊົນນະບູລີ.

ທ່ານຮອງລັດຖະມົນຕີ ໄດ້ໃຫ້ຮູ້ເພີ່ມເຕີມວ່າ: ໃນໄລຍະເດືອນ ກໍລະກົດ ຫາ ເດືອນກັນຍາ 2026 ທີ່ຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດໄລຍະຜ່ານມາ ເປັນວົງກວ້າງໃນ 14 ແຂວງທົ່ວປະເທດ, ມີຜູ້ເສຍຊີວິດ 22 ຄົນ ແລະ ຄວາມເສຍຫາຍທາງດ້ານເສດຖະກິດລວມມູນຄ່າສູງເຖິງ 9.141.990.757.337 ກີບ. ເຖິງແມ່ນວ່າລັດຖະບານ ແລະ ບັນດາປະເທດເພື່ອນມິດ ພ້ອມທັງອົງການຈັດຕັ້ງສາກົນ ຈະໄດ້ໃຫ້ການຊ່ວຍເຫຼືອສຸກເສີນມາຢ່າງຕໍ່ເນື່ອງແລ້ວ, ແຕ່ຄວາມຕ້ອງການຕົວຈິງຂອງປະຊາຊົນຍັງມີສູງ; ດັ່ງນັ້ນ ການຊ່ວຍເຫຼືອເປັນເງິນສົດໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພື່ອຊ່ວຍໃຫ້ປະຊາຊົນສາມາດນຳໄປຟື້ນຟູຊີວິດການເປັນຢູ່ ແລະ ບັນເທົາຄວາມຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວ ໃຫ້ນັບມື້ນັບດີຂຶ້ນຕາມລຳດັບ.

ອາເມຣກາ ແລະ WFP ມອບເງນ 19 ຕກວາກບ ຊວຍປະຊາຊນ 4 ເມອງ ທຖກຜນກະທບຈາກໄພນາຖວມ - image 2
 

ທ່ານ ມາກ ອັງເດຣ ໂພຣສ ກ່າວວ່າ: ອີງຕາມຂໍ້ມູນຈາກຄະນະກໍາມະການຄຸ້ມຄອງໄພພິບັດ (DMC), ມີປະຊາຊົນ 400,000 ກວ່າຄົນ ໄດ້ຮັບຜົນກະທົບໃນ 14 ແຂວງ, ມີຜູ້ເສຍຊີວິດ 24 ຄົນ ແລະ ມູນຄ່າເສຍຫາຍທາງເສດຖະກິດຖືກປະເມີນໄວ້ 40 ລ້ານກວ່າໂດລາ ແລະ ອີງຕາມຜົນການປະເມີນດັ່ງກ່າວ, ປະຊາຊົນ 15,000 ຄົນ ໃນ 18 ບ້ານ ຈາກ 4 ເມືອງແຂວງສະຫວັນນະເຂດ ຈະໄດ້ຮັບເງິນສົດຈຳນວນ 60 ໂດລາ/ຄົນ ຊຶ່ງເປັນຈຳນວນເງິນທີ່ຄິດໄລ່ເທົ່າກັບຄວາມຕ້ອງການດ້ານສະບຽງອາຫານເປັນໄລຍະເວລາ 30 ວັນ. ນີ້ກວມເອົາປະມານ 900,000 ໂດລາ ທີ່ຈະຖືກສົ່ງມອບໂດຍກົງໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ເຂົ້າສູ່ລະບົບເສດຖະກິດຂອງແຂວງສະຫວັນນະເຂດ.

ໂຄງການອາຫານໂລກ (WFP) ນຳເອົາຄວາມຊ່ຽວຊານທາງດ້ານວິຊາການ, ຄວາມສາມາດໃນການປະຕິບັດງານ ແລະ ຄວາມພ້ອມທີ່ມີຢູ່ ເພື່ອຊ່ວຍໃຫ້ກາຍເປັນລະບົບທີ່ເຂັ້ມແຂງຂຶ້ນ ແລະ ຊ່ວຍເຫຼືອປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພສຸກເສີນໄດ້ໄວຂຶ້ນ. ແຕ່ຄູ່ຮ່ວມມືທີ່ສຳຄັນທີ່ສຸດກໍຄືຕົວຊຸມຊົນເອງ. ໃນມື້ນີ້, ພວກເຮົາບໍ່ພຽງແຕ່ຮັບຮູ້ເຖິງສິ່ງທີ່ບັນດາຄອບຄົວໄດ້ສູນເສຍໄປເທົ່ານັ້ນ, ແຕ່ຍັງລວມເຖິງຄວາມເຂັ້ມແຂງ, ຄວາມຍືດຍຸ່ນ ແລະ ຄວາມມຸ່ງໝັ້ນຂອງພວກເຂົາເຈົ້າໃນການຟື້ນຕົວຄືນໃໝ່.

ໃນນາມຕາງໜ້າໃຫ້ WFP, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈອີກຄັ້ງໜຶ່ງ ມາຍັງລັດຖະບານສະຫະລັດອາເມຣິກາ, ລັດຖະບານ ສປປ ລາວ, ອົງການປົກຄອງແຂວງສະຫວັນນະເຂດ ແລະ 4 ເມືອງ, ພ້ອມດ້ວຍທຸກໆທ່ານທີ່ມີສ່ວນຮ່ວມໃນການເຮັດໃຫ້ການຊ່ວຍເຫຼືອກູ້ໄພຄັ້ງນີ້ເກີດຜົນສໍາເລັດ ແລະ ເໜືອສິ່ງອື່ນໃດ, ສຳລັບຄອບຄົວ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, WFP ຈະຄຽງຂ້າງທ່ານໃນເວລາທີ່ທ່ານກຳລັງຟື້ນຕົວ, ສ້າງສາຊີວິດການເປັນຢູ່ຄືນໃໝ່ ແລະ ມຸ່ງໜ້າໄປສູ່ອະນາຄົດ. ພວກເຮົາສາມາດຮ່ວມມືກັນ ເພື່ອຊ່ວຍຮັບປະກັນວ່າ ເວລາທີ່ໄພພິບັດຄັ້ງຕໍ່ໄປມາຮອດ, ຊຸມຊົນຈະບໍ່ພຽງແຕ່ໄດ້ຮັບການຊ່ວຍເຫຼືອເທົ່ານັ້ນ, ແຕ່ຍັງມີຄວາມພ້ອມທີ່ດີກວ່າເກົ່າ ແລະ ມີຄວາມຍືດຍຸ່ນຫຼາຍຂຶ້ນ.

ພາຍຫຼັງພິທີເປີດຢ່າງເປັນທາງການ, ທີມງານພ້ອມດ້ວຍຕາງໜ້າຄອບຄົວຜູ້ໄດ້ຮັບຜົນປະໂຫຍດ ກໍໄດ້ເລີ່ມຕົ້ນລົງມືຈັດກິດຈະກຳມອບເງິນຊ່ວຍເຫຼືອໂດຍກົງໃຫ້ແກ່ປະຊາຊົນເປົ້າໝາຍ ຢ່າງເປັນລະບຽບຮຽບຮ້ອຍ, ໂປ່ງໃສ ແລະ ຖືກຕ້ອງຕາມຄວາມເປັນຈິງໃນພື້ນທີ່.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ເພີ່ມເຕີມ