ສຳລັບໂຄງການກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມສຶກສາ ບ້ານກູລົງ ແມ່ນປະກອບມີອາຄານຮຽນ 1 ຫຼັງ, ມີ 6 ຫ້ອງຮຽນ, 1 ຫ້ອງການຄູ ພ້ອມປະກອບເຟີນີເຈີຄົບຊຸດ ເຊິ່ງມີມູນຄ່າການຊ່ວຍເຫຼືອທັງໝົດ 138,000 ໂດລາ. ໃນໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອແຂວງອຸດົມໄຊ ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ເມືອງນາໝໍ້ ຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ເຊິ່ງລວມມີໂຄງການກໍ່ສ້າງໂຮງຮຽນຫຼາຍແຫ່ງ, ການຊ່ວຍເຫຼືອຢ່າງຕໍ່ເນື່ອງດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນຄູ-ອາຈານ, ເຮັດໃຫ້ມາດຕະຖານການຮຽນ-ການສອນດີຂຶ້ນກວ່າເກົ່າ ແລະ ສົ່ງເສີມການສ້າງສາພັດທະນາຊັບພະຍາກອນມະນຸດຂອງແຂວງອຸດົມໄຊ ໃຫ້ມີຄວາມພ້ອມໃນການພັດທະນາປະເທດຊາດໃນບາດກ້າວຕໍ່ໄປ.
ຂ່າວ : ແສງອາທິດ
ຄໍາເຫັນ