![]() |
ການພົບປະກັນຄັ້ງນີ້ໂດຍປະຕິບັດຕາມແຜນການຮ່ວມມືສອງຝ່າຍ ຊຶ່ງໃນແຕ່ລະປີໄດ້ຜັດປ່ຽນກັນເປັນເຈົ້າພາບເພື່ອແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານວາລະສານ ແລະ ບັນດາຫົວຂໍ້ສະເພາະກ່ຽວກັບການຈັດທຳວາລະສານທີ່ແຕ່ລະຝ່າຍໃຫ້ຄວາມສົນໃຈ, ການພົບປະກັນຄັ້ງນີ້ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການທົບທວນຄືນການພົວພັນຮ່ວມມືສອງຝ່າຍ ແລະ ການແລກປ່ຽນບົດຮຽນບັນດາຫົວຂໍ້ສະເພາະ, ການແລກປ່ຽນດ້ານຂໍ້ມູນ-ຂ່າວສານ, ວິທີການສະໜອງບົດວາລະສານ, ການສ້າງເພື່ອນຮ່ວມງານ ແລະ ການຊຸກຍູ້ສົ່ງເສີມການຂຸດຄົ້ນການສະໜອງແຫຼ່ງບົດທາງດ້ານທິດສະດີ ແລະ ພຶດຕິກຳ, ພ້ອມນັ້ນກໍຄົ້ນຄວ້າປຶກສາຫາລືກ່ຽວກັບແຜນການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະການສ້າງເງື່ອນໄຂຄວາມເປັນໄປໄດ້ໃນການສ້າງບົດບັນທຶກການຮ່ວມມືໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ການພັດທະນາວາລະສານຂອງສອງຝ່າຍໃຫ້ມີການພັດທະນາຂຶ້ນເລື້ອຍໆ.
![]() |
ໃນໂອກາດດັ່ງກ່າວ, ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ມອບເຄື່ອງຊ່ວຍເຫຼືອອຸປະກອນຮັບໃຊ້ວຽກງານຫ້ອງການໃຫ້ແກ່ວາລະສານອະລຸນໃໝ່ ລວມມີມູນຄ່າ 100 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການພັດທະນາວາລະສານອະລຸນໃໝ່ໃຫ້ມີປະສິດທິພາບ ພ້ອມນີ້ ກໍຊ່ວຍສ້າງ ແລະ ຍົກລະດັບບຸກຄະລາກອນ ຂອງວາລະສານອະລຸນໃໝ່ຕື່ມອີກ.
(ຂ່າວ-ພາບ: ສຳນານ)


ຄໍາເຫັນ