![]() |
ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ໄດ້ກ່າວວ່າ: ການສົ່ງເສີມແມ່ຍິງ ໄດ້ມີບົດບາດໃນການນຳພາ ແລະ ການຕັດສິນໃຈ ບໍ່ແມ່ນພຽງແຕ່ເລື່ອງຂອງຄວາມເທົ່າທຽມ, ແຕ່ຍັງເປັນເລື່ອງຂອງຄຸນນະພາບການບໍລິຫານ ແລະ ການພັດທະນາປະເທດ. ເມື່ອອົງການສາມາດນຳໃຊ້ ຄວາມຮູ້, ປະສົບການ ແລະ ທັດສະນະທີ່ຫຼາກຫຼາຍຂອງທັງຍິງ ແລະ ຊາຍ, ການກຳນົດນະໂຍບາຍ ແລະ ການບໍລິການປະຊາຊົນກໍຈະມີຄວາມຮອບດ້ານຫຼາຍຂຶ້ນ ເນື່ອງຈາກວ່າ ບົດບາດຂອງແມ່ຍິງມີຄວາມສຳຄັນໂດຍກົງຕໍ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP). ແມ່ຍິງບໍ່ພຽງແຕ່ເປັນຜູ້ໄດ້ຮັບປະໂຫຍດຈາກການພັດທະນາ, ແຕ່ເປັນກຳລັງສຳຄັນໃນການສ້າງຜົນຜະລິດ, ການປະກອບທຸລະກິດ, ການບໍລິການສາທາລະນະ, ການສຶກສາ, ສາທາລະນະສຸກ ແລະ ການພັດທະນາຊຸມຊົນ ຖ້າເຮົາສາມາດຂະຫຍາຍໂອກາດໃຫ້ແມ່ຍິງໄດ້ນຳໃຊ້ຄວາມຮູ້ ແລະ ສັກກະຍະພາບຢ່າງເຕັມທີ່, ກໍຈະຊ່ວຍໃຫ້ການຂະຫຍາຍຕົວ ທາງເສດຖະກິດມີຄຸນນະພາບ, ສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມແຕກໂຕນທາງສັງຄົມ.
ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານ, ຫ້ອງການ ADB ປະຈຳ ສປປ ໄດ້ກ່າວຄຳເຫັນຕໍ່ການຝຶກອົບຮົມວ່າ: ຜູ້ນຳເພດຍິງທີ່ເຂັ້ມແຂງມີຄວາມສຳຄັນຕໍ່ການຍືນຍົງ. ສະນັ້ນ, ADB ຈຶ່ງມີຄວາມມຸ່ງໝັ້ນຢ່າງຕັ້ງໜ້າໃນການເສີມສ້າງໃຫ້ແມ່ຍິງມີຄວາມໝັ້ນໃຈ, ທັກສະ ແລະ ເຄືອຂ່າຍ ເພື່ອກາຍເປັນພະລັງຂັບເຄື່ອນການປ່ຽນແປງ ເພື່ອເສີມຂະຫຍາຍການມີສ່ວນຮ່ວມຂອງແມ່ຍິງ ໃນການຕັດສິນບັນຫາທີ່ສຳຄັນໃນອະນາຄົດ.
ການຝຶກອົບຮົມໃນຄັ້ງນີ້, ສໍາມະນາກອນຈະໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານ ແລະ ຜູ້ນຳທີ່ສ້າງແຮງບັນດານໃຈ, ພ້ອມທັງໄດ້ຝຶກປະຕິບັດຕົວຈິງ ເຊັ່ນ: ການເວົ້າຕໍ່ໜ້າກ້ອງວີດີໂອ ແລະ ການສວມບົດບາດສົມມຸດ (Role-play) ຈາກກໍລະນີສຶກສາ, ການພັດທະນາທັກສະການສື່ສານທີ່ຊັດເຈນ, ໝັ້ນໃຈ ແລະ ມີພະລັງ, ການຝຶກທັກສະການເຈລະຈາ ແລະ ການຮັບມືກັບສະຖານະການທີ່ຫຍຸ້ງຍາກ ເພື່ອບັນລຸຂໍ້ຕົກລົງຮ່ວມກັນ.
(ແຫຼ່ງຂ່າວ: ຂປລ)

ຄໍາເຫັນ