![]() |
ວັນທີ 27 ຕຸລາຜ່ານມາ, ທີ່ຮ້ານອາຫານ ແລະ ເດີ່ນບານເຕະຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມ ສອນ ເບ ສະຫວັນ ເອັບຊີ ຮອງປະທານສະຫະພັນບານເຕະ ນວ ທັງເປັນປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ໄດ້ເປີດເຜີຍໃຫ້ຮູ້ວ່າ: ກ່ອນໜ້ານີ້ຫຼານນ້ອຍ ເບສະຫວັນ ເອັບຊີ ສາມາດຄອງແຊັມໃນການແຂ່ງຂັນບານເຕະນາ ນາຊາດ ທີ່ແຂວງຊຽງໃໝ່ ປະເທດໄທ ພ້ອມໄດ້ຮັບສິດເຂົ້າຮ່ວມແຂ່ງຂັນ ລາຍການ Singa Cup 2026 ໃນຄັ້ງນີ້, ເພື່ອຮັບປະກັນໃຫ້ທີມສາມາດຄອງແຊັມຕາມເປົ້າໝາຍທີ່ວາງໄວ້ໃນລາຍການດັ່ງກ່າວ ທາງສະໂມສອນໄດ້ເພີ່ມຄວາມເຂັ້ມງວດໃນການຝຶກຊ້ອມ ເພື່ອກະກຽມຮ່າງກາຍ ແລະ ຄວາມພ້ອມດ້ານເຕັກນິກ ຮອງຮັບຕາຕະລາງແຂ່ງຂັນທີ່ໜາແໜ້ນ ໂດຍທີມມີໂຄຕານັກກິລາພຽງ 12 ຄົນ. ນອກຈາກການຝຶກຊ້ອມດ້ານພະລະກຳລັງ ແລະ ການຈົບສະກໍແລ້ວ ສະໂມສອນຍັງໃຫ້ຄວາມສຳຄັນກັບໂພຊະນາການ ແລະ ສຸຂະພາບຂອງນັກກິລາເພື່ອໃຫ້ຫຼານນ້ອຍ ພ້ອມສຳລັບການແຂ່ງຂັນ ທັງນີ້ທີມມີກຳນົດເດີນທາງໄປສິງກະໂປໃນວັນທີ 30 ຕຸລາ 2026. ເຖິງຢ່າງໃດກໍຕາມ, ການເຂົ້າຮ່ວມງານຄັ້ງນີ້, ເຊື່ອວ່ານອກຈາກເປັນໂອກາດໃຫ້ນັກກິລາເຍົາວະຊົນລາວ ໄດ້ທົດສອບຄວາມສາມາດກັບທີມຈາກຕ່າງປະເທດແລ້ວ ຍັງເປັນບົດຮຽນສຳຄັນຕໍ່ການສະສົມປະສົບການ ແລະ ພັດທະນາວົງການບານເຕະເຍົາວະຊົນຂອງລາວ. ຂໍຖືໂອກາດນີ້, ເຊີນຊວນແຟນບານຊາວລາວຮ່ວມສົ່ງແຮງໃຈໃຫ້ນ້ອງໆຫຼານນ້ອຍ ເບ ສະຫວັນ ໃນການແຂ່ງຂັນລາຍການ Singa Cup 2026 ແລະ ຂໍໃຫ້ທຸກຄົນເກັບກ່ຽວປະສົບການທີ່ດີ ພ້ອມກັບສະແດງຄວາມສາມາດຢ່າງເຕັມທີ່ເພື່ອບັນລຸເປົ້າໝາຍ.
![]() |
ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສອນຂອງສະໂມສອນ ກ່າວວ່າ: ເຖິງທີມຈະຕັ້ງຄວາມຫວັງໄວ້ສູງໃນການເຂົ້າຮ່ວມລາຍການນີ້ ແຕ່ຈະບໍ່ສ້າງແຮງກົດດັນໃຫ້ຫຼານນ້ອຍ ໂດຍມຸ່ງເນັ້ນການພັດທະ ນາທັກສະການຍິງປະຕູ, ຄວາມພ້ອມທາງຮ່າງກາຍ ແລະ ຄວາມເຂົ້າໃຈເກມໃນການແຂ່ງຂັນສະໄໝໃໝ່.
ໃນລາຍການນີ້, ຫຼານນ້ອຍ ເບ ສະຫວັນ ຖືກຈັດຢູ່ກຸ່ມ F ຮ່ວມກັບ 3 ທີມຈາກອາຊຽນ ປະກອບມີ Fortaleza Juniors ຈາກສິງກະໂປ, Fluxnesia Soccer Academy ຈາກອິນໂດເນເຊຍ ແລະ Sunstrikers FC ຈາກຟີລິບປິນ. ສ່ວນຕາຕະລາງແຂ່ງຂັນ ເບ ສະຫວັນ ເອັບຊີ ມີກຳນົດລົງສະໜາມ 3 ນັດໃນວັນທີ 31 ຕຸລາ 2026 ດັ່ງນີ້: ເວລາ 11:00 ໂມງ: ພົບກັບ Sunstrikers FC ຈາກຟີລິບປິນ; ເວລາ 12:00 ໂມງ: ພົບກັບ Fortaleza Juniors ຈາກສິງກະໂປ ແລະ ເວລາ 13:00 ໂມງ: ພົບກັບ Fluxnesia Soccer Academy ຈາກອິນໂດເນເຊຍ
![]() |
(ຂ່າວ: ສົງການ ພັນແພງດີ)



ຄໍາເຫັນ