![]() |
ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮອງປະທານ-ເລຂາທິການ ຄພລ ທັງເປັນຫົວໜ້າ ຄະນະນຳພາທັບນັກກິລາຄົນພິການລາວ ໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງທັບນັກກິລາ ຊຶ່ງທາງເຈົ້າພາບໄດ້ໃຫ້ຄວາມສຳຄັນໃນການຕ້ອນຮັບຢ່າງອົບອຸ່ນ ແລະ ທາງຄະນະຮັບຜິດຊອບກອງເລຂາ, ຄູຝຶກ ແລະ ນັກກິລາໃນຈຳນວນ 25 ທ່ານ ຈາກ 4 ປະເພດກິລາ ປະກອບມີ ແລ່ນ-ລານ, ລອຍນໍ້າ, ລົດຖີບ ແລະ ບານບ້ວງລໍ້ເລື່ອນຍິງ ກໍໄດ້ພ້ອມກັນສືບຕໍ່ລົງສະໜາມຝຶກ ແອບ ຝຶກຊ້ອມດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອໃຫ້ມີຄວາມຊໍານານເພີ່ມພູນຄວາມແຂງແກ່ນ ກຽມຄວາມພ້ອມທຸກສະຖານະ ໃນການຮ່ວມແຂ່ງຂັນຍາດໃຫ້ໄດ້ຜົນງານໃຫ້ອອກມາດີທີ່ສຸດ.
![]() |
ການຢ້ຽມຢາມຄັ້ງນີ້, ເປັນການສົ່ງຕໍ່ຄວາມຫ່ວງໃຍ ແລະ ເສີມສ້າງຂວັນກຳລັງໃຈໃຫ້ທັບນັກກິລາຄົນພິການທີມຊາດ ໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ເນັ້ນໜັກໃຫ້ທັບນັກກິລາມີຄວາມສາມັກຄີ, ຍົກສູງຈິດ ໃຈຊາດ ພ້ອມທັງໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຕ້ອງມີລະບຽບວິໄນ ແລະ ກຽມຄວາມພ້ອມຮອບດ້ານ ເຂົ້າຮ່ວມໃນການແຂ່ງຂັນລາຍການຕ່າງໆ ເພື່ອເປັນຕົວແທນໃຫ້ປະຊາຊົນລາວບັນດາເຜົ່າ ພ້ອມກັນສ້າງຜົນ ງານໃຫ້ອອກມາດີທີ່ສຸດ ເພື່ອສ້າງກຽດສັກສີ ແລະ ຊື່ສຽງໃຫ້ປະເທດຊາດ.
ຂ່າວ: ສົງການ ພັນແພງດີ


ຄໍາເຫັນ