ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ມອບ-ຮບປມແບບຮຽນ ແລະ ອປະກອນການຮຽນການສອນ - image 1
 

 

ໃນລະຫວ່າງວັນທີ 29 ຫາ 30 ສິງຫາ 2026 ໄດ້ເກີດໄພພິບັດນໍ້າຖ້ວມຢ່າງໄວ ແລະ ຮຸນແຮງໃນຫຼາຍເຂດລຸ່ມແມ່ນ້ຳຂອງທາງພາກເໜືອຂອງ ສປປ ລາວ, ໂດຍສະເພາະແມ່ນຢູ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ. ເຫດການນ້ຳຖ້ວມດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສະຖານການສຶກສາ, ເຮັດໃຫ້ບໍລິເວນໂຮງຮຽນມີດິນເຊາະເຈື່ອນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ປຶ້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນຮັບໃຊ້ການຮຽນການສອນທີ່ຄູ ແລະ ນັກຮຽນຈຳເປັນຕ້ອງໄດ້ນໍາໃຊ້ໃນການຮຽນການສອນ. ມີສະຖານການສຶກສາທັງໝົດ 40 ກວ່າແຫ່ງໃນສອງແຂວງໄດ້ຮັບຜົນກະທົບ, ໂດຍໂຮງຮຽນປະຖົມກວມຈໍານວນຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນສະຖານການສຶກສາທີ່ເສຍຫາຍ ປະກອບມີ ປຶ້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນການຮຽນການສອນ ທີ່ຕ້ອງໄດ້ນໍາໃຊ້ເພື່ອໃຫ້ນັກຮຽນໄດ້ສືບຕໍ່ຮຽນ. ນອກຈາກນີ້ ຍັງມີອາຄານຮຽນ, ໂຕະຕັ່ງນັກຮຽນ, ຄູ ແລະ ລະບົບໄຟຟ້າ ກໍໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ.

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັນໃນການຕອບໂຕ້ຕໍ່ສະຖານະການສຸກເສີນ ເພື່ອຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບດັ່ງກ່າວ ໂດຍຜ່ານການລາຍງານຜົນເສຍຫາຍຈາກ 2 ແຂວງ. ສໍາລັບລັດຖະບານ ອົສຕຣາລີ ໂດຍຜ່ານແຜນງານບີຄວາ ແລະ ລັດຖະບານຍີ່ປຸ່ນ ໂດຍຜ່ານອົງການຮ່ວມມືສາກົນຍີ່ປຸ່ນ (ອົງການ JICA), ໄດ້ຕອບສະໜອງຕໍ່ຄວາມຕ້ອງການຢ່າງຮີບດ່ວນຂອງກະຊວງ ໃນການຈັດຫາປຶ້ມແບບຮຽນຊັ້ນປະຖົມ ແລະ ອຸປະກອນການຮຽນການສອນທີ່ເສຍຫາຍ ເພື່ອມາທົດແທນຄືນໃໝ່ ເພື່ອໃຫ້ໂຮງຮຽນທີ່ໄດ້ຮັບຜົນເສຍຫາຍສືບຕໍ່ການຮຽນການສອນ.

ການຊ່ວຍເຫຼືອຈາກລັດຖະບານອົສຕຣາລີ ລວມມີປຶ້ມແບບຮຽນຈຳນວນ 3,651 ຫົວ ສຳລັບນັກຮຽນຕັ້ງແຕ່ຂັ້ນ ປ.1 ຫາ ປ.5. ປຶ້ມແບບຮຽນເຫຼົ່ານີ້ ລວມມີວິຊາຫຼັກເຊັ່ນ: ພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ພາສາອັງກິດ. ນອກຈາກນີ້, ລັດຖະບານອົສຕຣາລີ ຍັງໄດ້ສະໜອງອຸປະກອນການສຶກສາ ແລະ ອຸປະກອນກິລາຫຼາກຫຼາຍຊະນິດ ເຊັ່ນ: ປຶ້ມຂຽນຈຳນວນ 6,550 ຫົວ ສຳລັບນັກຮຽນ ແລະ ຄູ, ສໍດຳ 6,330 ກ້ານ, ປຶ້ມນິທານ ແລະ ປຶ້ມແບບຝຶກຫັດເກືອບ 900 ຫົວ, ໂປສເຕີເພື່ອການສຶກສາຫຼາຍກວ່າ 500 ແຜ່ນ ແລະ ອຸປະກອນກິລາຫຼາຍຊະນິດເຊັ່ນ: ກະຕໍ້, ບານເຕະ, ບານສົ່ງ ແລະ ຊຸດອຸປະກອນກິລາດອກປີກໄກ່. ທາງດ້ານ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ກໍໄດ້ເຂົ້າຮ່ວມໃນການສະໜັບສະໜູນຄັ້ງນີ້ ໂດຍການມອບປຶ້ມແບບຮຽນວິຊາຄະນິດສາດຊັ້ນປະຖົມສຶກສາ ຈຳນວນທັງໝົດ 2,692 ຫົວ ສຳລັບນັກຮຽນປະຖົມທຸກຄົນ ຕັ້ງແຕ່ຂັ້ນ ປ.1 ຫາ ປ.5.

ພິທີມອບ - ຮັບ ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ, ກ່າວມອບໂດຍ ທ່ານ ໄມໂຄຄາຣີ ເລຂາເອກສະຖານທູດອົສຕຣາລີ ປະຈຳລາວ ແລະ ທ່ານ ໂຄເບ ໂນບູຢູກິ ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາລາວ ແລະ ໃຫ້ກຽດຮັບໂດຍ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຊຶ່ງມີຜູ້ຕາງໜ້າຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມການສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ພະນັກງານສະຖານທູດອົສຕຣາລີ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ເຂົ້າຮ່ວມ.

ທ່ານ ວິໄລພອນ ພົມມະຫາໄຊ ໄດ້ກ່າວວ່າ: ຂ້າພະເຈົ້າໄດ້ຮັບການມອບໝາຍຈາກຄະນະນໍາກະຊວງ, ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າກະຊວງສຶກສາທິການ ແລະ ກິລາ ພ້ອມທັງຕາງໜ້າໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ທີ່ມາຮັບເຄື່ອງຊ່ວຍເຫຼືອແກ່ 2 ແຂວງ ແລະ ລາຍງານສະພາບລວມໂດຍຫຍໍ້ ພາຍຫຼັງ ນໍ້າບົກແຫ້ງ ບັນດາສະຖານການສຶກສາ ທີ່ໄດ້ຮັບຜົນກະທົບກໍໄດ້ມີການອະນາໄມ, ສ້ອມແປງ ໃຫ້ນັກຮຽນສາມາດກັບມາຮຽນໄດ້ ແຕ່ປາສະຈາກບໍ່ໄດ້ ອາຄານຮຽນບາງຫຼັງທີ່ໄດ້ຖືກນໍ້າເຊາະເຈື່ອນຕ້ອງໄດ້ໃຊ້ເວລາໃນການສ້ອມແປງ ແລະ ກໍ່ສ້າງຄືນໃໝ່ ຊຶ່ງພະແນກສຶກສາທິການ ແລະ ກິລາແຂວງ ທັງສອງແຂວງກໍໄດ້ສົມທົບກັບຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ປະເມີນຜົນເສຍຫາຍທີ່ກະທົບ ແລະ ສ້າງແຜນຟື້ນຟູຫຼັງໄພພິບັດໄດ້ສະເໜີອົງການປົກຄອງຂັ້ນແຂວງ ບັນຈຸເຂົ້າໃນແຜນຟື້ນຟູ ຂອງອົງການປົກຄອງທ້ອງຖິ່ນ ແລະ ເບື້ອງກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີການອ່ວຍທຶນ ການປຸກສ້າງ ໃນບ້ວງສຸກເສີນ ກອງທຶນຮ່ວມສາກົນເພື່ອການສຶກສາ ໄລຍະ 3 (GPE3) ມາກໍ່ສ້າງອາຄານຮຽນປະຖົມນາເຕີຍ ເມືອງນໍ້າທາ ແຂວງຫຼວງນໍ້າທາ. ໃນນາມຕາງໜ້າໃຫ້ແກ່ການນໍາ, ໃນນາມສ່ວນຕົວ ສະແດງຄວາມຂອບໃຈມາຍັງລັດຖະບານອົສຕຣາລີ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ JICA ສໍາລັບການສະໜັບສະໜູນວຽກງານການສຶກສາຢ່າງຕໍ່ເນື່ອງ, ລວມທັງໃນໄລຍະເວລາທີ່ພວກເຮົາປະເຊີນກັບຄວາມຫຍຸ້ງຍາກນີ້. ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກທີ່ເກີດຈາກໄພພິບັດທາງທຳມະຊາດກໍ່ຕາມ ແຕ່ການສຶກສາຈະຕ້ອງສືບຕໍ່ດຳເນີນຕໍ່ໄປ.

ມອບ-ຮບປມແບບຮຽນ ແລະ ອປະກອນການຮຽນການສອນ - image 2
 

ທ່ານ ໄມໂຄ ຄາຣີ ໄດ້ກ່າວວ່າ: “ລັດຖະບານອົສຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນວຽກງານການຕອບສະໜອງຕໍ່ສະຖານະການສຸກເສີນ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍການສະ ໜອງອຸປະກອນການຮຽນທີ່ຈຳເປັນໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ການຊ່ວຍເຫຼືອນີ້ ສະທ້ອນໃຫ້ເຫັນເຖິງການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານອົສຕຣາລີ ແລະ ສປປ ລາວ ແລະ ເປັນສ່ວນໜຶ່ງຂອງການຮ່ວມມືໃນວົງກວ້າງຂອງພວກເຮົາ ເພື່ອເສີມສ້າງການເຂົ້າເຖິງການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ. ໂດຍການຊ່ວຍເຫຼືອໂຮງຮຽນໃນການຈັດຫາອຸປະກອນການຮຽນທີ່ຈຳເປັນມາທົດແທນອຸປະກອນທີ່ເສຍຫາຍຈາກໄພນໍ້າຖ້ວມ, ພວກເຮົາຕັ້ງເປົ້າໝາຍທີ່ຈະຫຼຸດຜ່ອນຜົນກະທົບຕໍ່ການຮຽນການສອນ, ສະໜັບສະໜູນຄູ ແລະ ສ້າງເງື່ອນໄຂທີ່ດີຂຶ້ນໃຫ້ແກ່ນັກຮຽນ ເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ການຮຽນໄດ້ໃນໄລຍະການຟື້ນຟູ.”

ທ່ານ ໂຄເບ ໂນບູຢູກິ ໄດ້ກ່າວວ່າ: "ມີຄວາມຍິນດີທີ່ຈະສະໜັບສະໜູນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການຮັບມືກັບໄພນໍ້າຖ້ວມ ໂດຍໄດ້ສະໜອງປຶ້ມແບບຮຽນວິຊາຄະນິດສາດຊັ້ນປະຖົມສຶກສາ ໃນທຸກຂັ້ນຮຽນ ໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບ ເພື່ອນຳມາທົດແທນປຶ້ມທີ່ເສຍຫາຍຈາກໄພນໍ້າຖ້ວມ, ຊ່ວຍໃຫ້ຄູສາມາດຈັດການຮຽນການສອນໄດ້.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ (ສກຂ) ສອບເສັງຄັດເລືອກລັດຖະກອນຄູໃໝ່ ປະຈຳສົກປີ 2026 ຈຳນວນ 93 ຕົວເລກ ເພື່ອທົດແທນຈຳນວນຄູທີ່ສູນເສຍໄປໃນຮູບການຕ່າງໆ ພ້ອມທັງຄັດເລືອກບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຈັນຍາບັນເຂົ້າຮັບໃຊ້ວຽກງານການສຶກສາ ໂດຍມີຜູ້ສະໝັກເຂົ້າສອບເສັງທັງໝົດ 481 ຄົນ ຍິງ 294 ຄົນ ຈາກ 8 ຕົວເມືອງທົ່ວແຂວງ. ໃນນັ້ນແບ່ງຕາມສາຍວິຊາຄື: ສາຍຄູອະນຸບານ 147 ຄົນ, ຄູປະຖົມສຶກສາ 109 ຄົນ, ຄູມັດທະຍົມ 223 ຄົນ ແລະ ສາຍວິຊາຊີບ 2 ຄົນ.
ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອານຸຊົນທັນວາ, ມອບໃບຢັ້ງຢືນກົມກອງ ໝວດ 3 ດີ 4 ຮູ້ ແລະ ມອບໃບຢັ້ງຢືນເຍົາວະຊົນທັນວາ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໂຮງຮຽນປະ ຖົມສົມບູນບ້ານແກ້ງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ບຸນດີທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູ-ອາຈານ, ເຍົາວະຊົນ-ອານຸຊົນ ເຂົ້າຮ່ວມ.
ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ ເມືອງຕຸ້ມລານ ແຂວງສາລະວັນ ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ທີ່ໂຮງຮຽນບ້ານດອນຂະຍຸງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄອບຄົວການນຳຂັ້ນສູນກາງ, ຂັ້ນແຂວງ, ຄະນະກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ວັນທີ 24 ພະຈິກຜ່ານມາ, ຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຈັດກິດຈະກຳ “ອ້າຍຊ່ວຍນ້ອງ” ໂດຍລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນ, ເຄື່ອງກິລາ ແລະ ສິ່ງຂອງຈຳເປັນໃຫ້ 2 ໂຮງຮຽນຄື: ໂຮງ ຮຽນ ມ.ຕົ້ນ ຈັນຕໍ ແລະ ໂຮງຮຽນປະຖົມໂພນສະອາດ ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 28 ລ້ານກີບ.
ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ວັນທີ 23 ພະຈິກຜ່ານມາ, ທີ່ເດີ່ນກິລາເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງເມືອງເງິນ ຄົບຮອບ 34 ປີ ແລະ ຕ້ອນຮັບວັນຊາດທີ 2 ທັນວາ ຄົບ ຮອບ 51 ປີ, ເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ກົມກອງ, ແຂກຖືກເຊີນ ແລະ ນັກກິລາ ເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ພິທີສອບເສັງລະດັບຊາດ ສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 7 ປະຈໍາປີ 2026 ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ລະຫວ່າງວັນທີ 21-22 ພະຈິກຜ່ານມາ, ທີ່ໂຮງຮຽນສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ນາງ ແພງດີ ອິນທະພານິດ ຫົວໜ້າບ໋ອດພະຍາບານ ແລະ ຜະດຸງຄັນ, ມີທ່ານ ຖາວອນ ໄກຍະລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ສຸກສະຫວັນ ປະເສີດສັກ ຮັກສາການຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ ພ້ອມດ້ວຍຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.
ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ເພີ່ມເຕີມ