ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ
ວັນທີ 23 ພະຈິກຜ່ານມາ, ທີ່ເດີ່ນກິລາເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງເມືອງເງິນ ຄົບຮອບ 34 ປີ ແລະ ຕ້ອນຮັບວັນຊາດທີ 2 ທັນວາ ຄົບ ຮອບ 51 ປີ, ເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ກົມກອງ, ແຂກຖືກເຊີນ ແລະ ນັກກິລາ ເຂົ້າຮ່ວມ.
ເປດການແຂງຂນກລາມດຕະພາບ ຕອນຮບວນສຳຄນຂອງພກ-ຂອງຊາດ - image 1
 

ການແຂ່ງຂັນຄັ້ງນີ້, ເພື່ອຊຸກຍູ້ສົ່ງເສີມໃຫ້ທົ່ວສັງຄົມຫັນມາຫຼິ້ນກິລາ ເພື່ອເປັນການອອກກຳລັງກາຍ ແນໃສ່ເຮັດໃຫ້ຄົນຮຸ້ນໃໝ່ ມີການພັດທະນາທາງດ້ານຮ່າງກາຍ, ມີສະຕິປັນຍາ, ມີລະບຽບວິໄນ ມີຄຸນສົມບັດ ມີຄວາມສາມັກຄີ ມີນໍ້າໃຈມິດຕະພາບ ແລະ ສຸຂະພາບທີ່ແຂງແຮງ ຫ່າງໄກຈາກສິ່ງເສບຕິດຕ່າງໆ ທັງເປັນການສ້າງໜໍ່ແໜງນັກກິລາຮຸ້ນສືບທອດພາຍໃນເມືອງ ໃຫ້ມີຄວາມເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ, ສິ່ງສຳຄັນຄືສ້າງຂະບວນການຢູ່ພາຍໃນເມືອງໃຫ້ມີບັນຍາກາດຟົດຟື້ນ ພ້ອມທັງເປັນການຄັດເລືອກເອົານັກກິລາເຂົ້າຮ່ວມແຂ່ງຂັນກິລາມິດຕະພາບ ລະຫວ່າງເມືອງເງິນ ກັບອຳເພີສະເຫຼີມພະກຽດ ຄັ້ງທີ 28 ທີ່ອໍາເພີສະເຫຼີມພະກຽດ ຮັບກຽດເປັນເຈົ້າພາບໃນຕົ້ນປີ 2027 ນີ້.

ເປດການແຂງຂນກລາມດຕະພາບ ຕອນຮບວນສຳຄນຂອງພກ-ຂອງຊາດ - image 2
 

ການແຂ່ງຂັນໃນຄັ້ງນີ້: ມີທີມຈາກບັນດາຫ້ອງການ-ກົມກອງ, ບໍລິສັດ, ນັກທຸລະກິດ, ແລະ ບ້ານເຂົ້າຮ່ວມແຂ່ງຂັນ ມີ 2 ຮຸ່ນຄື: ຮຸ່ນອາວຸໂສ (ຊາຍ) ແລະ ຮຸ່ນຊາວໜຸ່ມທົ່ວໄປມີ 3 ປະເພດກິລາຄື: ບານຕະ (ຍິງ-ຊາຍ), ບານສົ່ງ (ຊາຍ), ກະຕໍ້ (ຊາຍ) ມີທັງໝົດ 22 ທີມຄື: ບານເຕະຊາຍ ຮຸ່ນອາວຸໂສ 40 ປີ ຂຶ້ນໄປ ລວມມີ 8 ທີມ, ບານເຕະຍິງຮຸ່ນທົ່ວໄປມີ 3 ທີມ, ບານສົ່ງຊາຍຮຸ້ນທົ່ວໄປລວມມີ 5 ທີມ. ກະຕໍ້ຊາຍຮຸ້ນທົ່ວໄປມີ 6 ທີມ.

ເປດການແຂງຂນກລາມດຕະພາບ ຕອນຮບວນສຳຄນຂອງພກ-ຂອງຊາດ - image 3
 
ໃນພິທີໄດ້ຮັບຊົມການແຂ່ງຂັນກິລາບານເຕະຊາຍ (ຮຸ່ນອາວຸໂສ) ຄູ່ເປີດສະໜາມ ລະຫວ່າງ ທີມຕາ ແສງ ສາມັກຄີໄຊ ພົບກັບທີມກອງບັນຊາການທະຫານເມືອງ, ຜົນການແຂ່ງຂັນທີມຕາແສງ ສາມັກຄີໄຊ ເອົາຊະນະ ທີມກອງບັນຊາການທະຫານເມືອງ 2 ປະຕູຕໍ່ 0 ແລະ ທີມກຸ່ມການເມືອງ ພົບກັບ ທີມກຸ່ມເສດຖະກິດ ຜົນການແຂ່ງຂັນ ທີມກຸ່ມເສດຖະກິດ ເອົາຊະນະ ທີມກຸ່ມການເມືອງ 6 ປະຕູຕໍ່ 1.
ເປດການແຂງຂນກລາມດຕະພາບ ຕອນຮບວນສຳຄນຂອງພກ-ຂອງຊາດ - image 4
 
ຂ່າວ: ອິນແປງ ແຫວນຄຳ

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ພິທີສອບເສັງລະດັບຊາດ ສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 7 ປະຈໍາປີ 2026 ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ລະຫວ່າງວັນທີ 21-22 ພະຈິກຜ່ານມາ, ທີ່ໂຮງຮຽນສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ນາງ ແພງດີ ອິນທະພານິດ ຫົວໜ້າບ໋ອດພະຍາບານ ແລະ ຜະດຸງຄັນ, ມີທ່ານ ຖາວອນ ໄກຍະລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ສຸກສະຫວັນ ປະເສີດສັກ ຮັກສາການຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ ພ້ອມດ້ວຍຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.
ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວແມ່ເຖົ້າ ພູທອນ ພູມສະຫວັນ ພ້ອມດ້ວຍລູກຫຼານ ທຸ້ມທຶນ 4.5 ຕື້ກີບ ກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ໜອງປີງ ເມືອງບົວລະພາ ແຂວງ​ຄຳ​ມ່ວນເພື່ອສ້າງສະພາບແວດລ້ອມການຮຽນທີ່ດີ ແລະ ຂະຫຍາຍໂອກາດໃຫ້ເດັກນ້ອຍເຂົ້າເຖິງການສຶກສາ.
ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ເພີ່ມເຕີມ