![]() |
ໃນບົດຄຳເຫັນກ່າວເປີດພິທີ, ທ່ານ ອານຸພາບ ຕຸນາລົມ ໄດ້ຕີລາຄາຢ່າງເລິກເຊິ່ງເຖິງສະພາບການພູມສາດການເມືອງໂລກ ແລະ ເສດຖະກິດ-ສັງຄົມທີ່ມີການຜັນແປຢ່າງໄວວາ, ສັບສົນ ແລະ ຄາດເດົາໄດ້ຍາກ. ສະພາບການດັ່ງກ່າວໄດ້ສ້າງທັງໂອກາດ ແລະ ສິ່ງທ້າທາຍຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ X ຂອງລັດຖະບານ; ເພື່ອຮັບປະກັນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ການປັບປຸງການບໍລິຫານລັດ, “ຄົນ”ຈຶ່ງເປັນປັດໄຈຕັດສິນ. ການສຶກສາອົບຮົມທິດສະດີການເມືອງບໍ່ແມ່ນຮຽນພຽງເພື່ອໃຫ້ໄດ້ໃບຢັ້ງຢືນຫຼືວຸດທິການສຶກສາ, ແຕ່ຕ້ອງ“ປ່ຽນຄວາມຮູ້ເປັນຄວາມສາມາດ, ປ່ຽນຄວາມສາມາດເປັນຜົນງານ ແລະ ປ່ຽນຜົນງານໃຫ້ເປັນການພັດທະນາ”. ທ່ານ ອານຸພາບ ຕຸນາລົມ ໄດ້ເນັ້ນໃສ່ທິດທາງການປ່ຽນແປງໃໝ່ດ້ານການສິດສອນ ແລະ ການຄຸ້ມຄອງວ່າ: “ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ຕ້ອງກ້າວຈາກການ“ສອນໃຫ້ຮູ້”ໄປສູ່“ສອນໃຫ້ຄິດເປັນ, ສອນໃຫ້ວິເຄາະເປັນ, ສອນໃຫ້ຮູ້ຈັກວິທີການແກ້ບັນຫາເປັນ ແລະ ນຳໄປປະຕິບັດມີປະສິດທິຜົນຕົວຈິງ”. ໂຮງຮຽນຕ້ອງເປັນເບົ້າຫຼໍ່ອັນໜັກແໜ້ນໃນການກໍ່ສ້າງ, ບຳລຸງ, ພັດທະນາ ແລະ ກັ່ນຕອງພະນັກ ງານໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດທັນຍຸກສະໄໝເພື່ອຮັບໃຊ້ປະຊາຊົນຢ່າງແທ້ຈິງ”.
ນອກຈາກນີ້, ຍັງໄດ້ຜັນຂະຫຍາຍທິດຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ໄດ້ເນັ້ນໃຫ້ ສມປຊ ເຮັດໜ້າທີ່ເປັນສະຖາບັນແມ່ຢ່າງສະໜິດແໜ້ນກັບທ້ອງຖິ່ນ; ພ້ອມທັງຮຽກຮ້ອງໃຫ້ອົງຄະນະພັກ ແລະ ອຳນາດການປົກຄອງແຂວງເອົາໃຈໃສ່ຊີ້ນຳ, ສະໜອງງົບປະມານ ແລະ ເງື່ອນໄຂທີ່ເອື້ອອຳນວຍໃຫ້ໂຮງຮຽນການເມືອງທ້ອງຖິ່ນເຄື່ອນໄຫວຢ່າງມີປະສິດທິພາບສູງສຸດ.
ໃນກອງປະຊຸມ, ຕາງໜ້າຈາກ 18 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງໄດ້ຜ່ານບົດສຳມະນາວິທະຍາສາດ, ຊຶ່ງໄດ້ສ່ອງແສງໃຫ້ເຫັນຜົນການຄົ້ນຄວ້າ, ຂໍ້ສະດວກ, ບັນຫາຕັ້ງຂຶ້ນ ແລະ ວິທີການແກ້ໄຂຕາມ 5 ຂົງເຂດວຽກງານຕົ້ນຕໍດັ່ງນີ້:
1. ການພັດທະນາການສິດສອນ: ເອົາທິດສະດີຕິດພັນກັບພຶດຕິກຳ ແລະ ການແຕ່ງບົດສອນ.
- ໂຮງຮຽນການເມືອງ-ການປົກຄອງແຂວງຜົ້ງສາລີ: ໄດ້ເນັ້ນໃສ່ຫຼັກມູນ“ທິດສະດີຕິດພັນກັບພຶດຕິກຳ, ການຮຽນສົມທົບກັບການປະຕິບັດຕົວຈິງ” ຕາມມະຕິ XII ຂອງພັກ. ຜ່ານການຈັດທັດສະນະສຶກສາ, ການສ້າງສື່ການສອນ(PowerPoint, ວິດີໂອ) ແລະ ຈັດຊຸດຮຽນຂັ້ນຕົ້ນ-ຂັ້ນກາງ. ຢ່າງໃດກໍດີ, ຍັງມີບັນຫາອຸປະກອນບໍ່ພຽງພໍແລະການປະເມີນຜົນຍັງເນັ້ນຄວາມຈື່ຈຳຫຼາຍກວ່າພຶດຕິກຳ; ຊຶ່ງໄດ້ສະເໜີໃຫ້ປັບປຸງວິທີສອນແບບເອົານັກສຶກສາເປັນໃຈກາງ ແລະ ເພີ່ມກິດຈະກຳທັດສະນະສຶກສາ.
- ໂຮງຮຽນການເມືອງ-ການປົກຄອງແຂວງອັດຕະປື: ໄດ້ສະເໜີບົດຮຽນການສ້າງຂະບວນການກິດຈະ ກຳຕິດພັນກັບການຮຽນ-ການສອນ, ການແລກປ່ຽນບົດຮຽນຂ້າມແຂວງແລະຂະບວນການ3ມະຫາຊົນ.
- ໂຮງຮຽນການເມືອງ - ການປົກຄອງແຂວງໄຊສົມບູນ: ໄດ້ລົງເລິກ“ການຍົກສູງຄຸນນະພາບການແຕ່ງບົດສອນຂອງຄູ”, ໂດຍຊີ້ໃຫ້ເຫັນວ່າບົດສອນແມ່ນແຜນແມ່ບົດທີ່ຕັດສິນຄຸນນະພາບການສອນ. ໂຮງຮຽນໄດ້ສະເໜີໃຫ້ປັບປຸງໂຄງຮ່າງບົດສອນໃຫ້ເປັນເອກະພາບ, ປະກອບຄອມພິວເຕີໃຫ້ຄູແລະໃສ່ລະຫັດບົດສອບເສັງ (ຕັດຫົວຂວັ້ນ) ເພື່ອຮັບປະກັນຄວາມໂປ່ງໃສ.
- ໂຮງຮຽນການເມືອງ-ການປົກຄອງແຂວງບໍ່ແກ້ວ: ໄດ້ຍົກໃຫ້ເຫັນຄູ-ອາຈານຕ້ອງຖືເອົາຫຼັກການສິດສອນທີ່ຕິດພັນລະຫວ່າງທິດສະດີກັບພຶດຕິກຳແລະວຽກງານຕົວຈິງຂອງທ້ອງຖິ່ນຢ່າງໃກ້ຊິດ. ການກະກຽມຕ້ອງເອົາໃຈໃສ່ກະກຽມແລະແຕ່ງບົດສອນໃຫ້ລະອຽດທຸກຄັ້ງກ່ອນຂຶ້ນຫ້ອງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ຮຽນ.
2. ການຍົກສູງຄຸນນະພາບການຮຽນ, ການຮຽນດ້ວຍຕົນເອງແລະວຽກງານຫໍສະໝຸດ.
- ໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ: ໄດ້ສະເໜີການພັດທະນາວຽກງານຫໍສະໝຸດໃຫ້ຮັບປະກັນຄຸນນະພາບ, ເຊິ່ງໄດ້ໃຫ້ບໍລິການແກ່ຄູ-ນັກສຶກສາຫຼາຍກວ່າ37,000ເທື່ອຄົນແລະຈັດຫາປື້ມໄດ້16,560ຫົວ. ວິທີການຕໍ່ໜ້າແມ່ນການຫັນເປັນດິຈິຕອນ, ສ້າງຖານຂໍ້ມູນອອນລາຍແລະສົ່ງເສີມວັດທະນະທຳການອ່ານ.
- ໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ: ໄດ້ເນັ້ນ“ການຮໍ່າຮຽນດ້ວຍຕົນເອງຂອງຜູ້ຮຽນ”, ໂດຍຈັດຝຶກອົບຮົມທັກສະການອ່ານ-ວິເຄາະເອກະສານແລະປັບປຸງລະບົບໄອທີ.
- ໂຮງຮຽນການເມືອງ-ການປົກຄອງແຂວງວຽງຈັນ: ໄດ້ເນັ້ນການຍົກສູງຄຸນນະພາບການຮຽນຜ່ານການຄັດເລືອກສົ້ນເຂົ້າ (ນັກສຶກສາ) ໃຫ້ຖືກຕາມແຜນກຳນົດ, ການຍົກລະດັບຄູໜຸ່ມແລະການສ້າງບັນຍາກາດການຮຽນ-ການສອນໂດຍບໍ່ມີການຈຳແນກ.
- ໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງ: ໄດ້ຍົກໃຫ້ເຫັນການສະໜອງ, ຄຸ້ມຄອງແລະສະໜັບສະໜູນແຫຼ່ງຄົ້ນຄວ້າເອກະສານ, ຂໍ້ມູນ-ຂ່າວສານທີ່ຖືກຕ້ອງ, ຮັບປະກັນເອກະສານອ້າງອີງແລະເຕັກໂນໂລຊີເພື່ອຮັບຮອງຮັບການຮຽນ-ການສອນຢ່າງມີປະສິດທິພາບ.
3. ວຽກງານຄຸ້ມຄອງຫຼັກສູດ, ຄຸ້ມຄອງນັກສຶກສາແລະການປະເມີນຜົນ.
- ໂຮງຮຽນການເມືອງ-ການປົກຄອງແຂວງເຊກອງ: ສະເໜີການຍົກສູງຄຸນນະພາບການຄຸ້ມຄອງຫຼັກສູດໂດຍການປັບປຸງນິຕິກຳ, ການສ້າງແຜນກຳນົດຄູ-ອາຈານ (ດ້ານໄອທີ, ພາສາຕ່າງປະເທດ) ແລະ ການປະສານງານສາຍຕັ້ງ-ສາຍຂວາງ.
- ໂຮງຮຽນການເມືອງ - ການປົກຄອງແຂວງຫຼວງນໍ້າທາ: ໄດ້ຜ່ານຜົນການຈັດຕັ້ງປະຕິບັດຫຼັກສູດຂັ້ນຕົ້ນ, ຂັ້ນກາງ ແລະ 10 ວັນ; ພ້ອມທັງເນັ້ນການປັບປຸງແບບແຜນວິທີເຮັດວຽກຂອງຄູແລະການປະເມີນສົ້ນອອກ.
- ໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນ: ສະເໜີ“ການຍົກສູງຄຸນນະພາບວຽກງານຄຸ້ມຄອງນັກສຶກສາ”, ໂດຍການສຶກສາອົບຮົມການເມືອງ-ແນວຄິດ, ການຄຸ້ມຄອງວິໄນ, ການສ້າງຄະນະຮັບຜິດຊອບຫ້ອງຮຽນເພື່ອຄຸ້ມຄອງກັນເອງແລະການນຳໃຊ້ລະບົບດິຈິຕອນຕິດຕາມນັກສຶກສາ.
- ໂຮງຮຽນການເມືອງ-ການປົກຄອງແຂວງຈຳປາສັກ: ເນັ້ນການຍົກສູງຄຸນນະພາບການປະເມີນຜົນການຮຽນໃຫ້ມີຄວາມຮັດກຸມ, ຍຸດຕິທຳ ແລະ ຫຼາກຫຼາຍຮູບແບບ.
4. ການຄົ້ນຄວ້າວິທະຍາສາດ, ການຕິດຕາມອະດີດນັກສຶກສາແລະພື້ນຖານໂຄງລ່າງ.
- ໂຮງຮຽນການເມືອງ-ການປົກຄອງແຂວງສະຫວັນນະເຂດ: ໄດ້ສະເໜີຜົນງານການຂຽນບົດວິທະຍາສາດ 13 ບົດ, ບົດວາລະສານ 8 ບົດ ແລະ ການຮ່ວມມືສຳມະນາກັບໂຮງຮຽນການເມືອງຈາກ ສສ ຫວຽດນາມ.
- ໂຮງຮຽນການເມືອງ - ການປົກຄອງແຂວງສາລະວັນ: ໄດ້ຜ່ານບົດສຳມະນາ“ການຕິດຕາມກວດກາແລະປະເມີນຜົນນັກສຶກສາທີ່ຮຽນຈົບ”. ຜ່ານການຕິດຕາມອະດີດນັກສຶກສາ 663 ທ່ານ (ປີ2020-2024), ພົບວ່າ 90% ຍັງຮັກສາໄດ້ຄຸນທາດການເມືອງ, 27.45% ໄດ້ຮັບຕຳແໜ່ງໃໝ່ສູງຂຶ້ນ; ພ້ອມສະເໜີໃຫ້ຕອບສະໜອງງົບປະມານແລະເຮັດການຕິດຕາມຢ່າງຕໍ່ເນື່ອງ.
- ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ: ສະເໜີການພັດທະນາພື້ນຖານໂຄງລ່າງ (ອາຄານ, ຫໍພັກ, ລະບົບໄອທີ) ຕິດພັນກັບຍຸດທະສາດ “2 ຝຶກ 3 ດີ 4 ພັດທະນາ” ແລະ ການຍາດແຍ່ງທຶນຊ່ວຍເຫຼືອຈາກຕ່າງປະເທດ.
5. ການປະຕິບັດນະໂຍບາຍແລະການຄຸ້ມຄອງງົບປະມານ.
- ໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ: ສະເໜີການເພີ່ມທະວີປະຕິບັດນະໂຍບາຍຕໍ່ຄູ-ອາຈານ (ການເລື່ອນຊັ້ນ, ເງິນເດືອນ, ຍົກລະດັບ) ແລະ ນັກສຶກສາ (ເພີ່ມເງິນເບ້ຍລ້ຽງຈາກ 20,000 ກີບ ເປັນ 30,000 ກີບ/ວັນ, ເງິນອຸດໜູນຂຽນບົດ).
- ໂຮງຮຽນການເມືອງ-ການປົກຄອງແຂວງຫົວພັນ: ສະເໜີບົດຮຽນ“ການສ້າງແຜນ ແລະ ຄຸ້ມຄອງງົບປະມານຢ່າງມີປະສິດທິຜົນສູງ”, ໂດຍການປັບປຸງໜ່ວຍງານການເງິນ, ປະຕິບັດກົດໝາຍງົບປະມານຢ່າງເຂັ້ມງວດແລະຫ້າມການໃຊ້ຈ່າຍນອກແຜນ.
- ໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ: ການປະຕິບັດນະໂຍບາຍໄດ້ສຸມໃສ່ການສະໜອງງົບປະມານສະໜັບສະໜູນການບຳລຸງກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຂອງພະນັກງານ, ຄູ-ອາຈານທັງພາຍໃນ ແລະ ຕ່າງປະເທດ. ພ້ອມທັງປະຕິບັດນະໂຍບາຍສະຫວັດດີການແລະການຊ່ວຍເຫຼືອດ້ານງົບປະມານໃນກໍລະນີຕ່າງໆເຊັ່ນ: ການເຈັບເປັນ, ເກີດລູກ, ຮັບເບ້ຍບຳນານແລະການເສຍຊີວິດ.
ຜ່ານການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາແລະມີວິທະຍາສາດ, ກອງປະຊຸມສຳມະນາວິທະຍາສາດໄດ້ຕົກລົງເປັນເອກະພາບກັນກ່ຽວກັບທິດທາງແລະມາດຕະການຕົ້ນຕໍເພື່ອພັດທະນາໂຮງຮຽນການເມືອງແລະການປົກຄອງທ້ອງຖິ່ນໃຫ້ເຂັ້ມແຂງໃນຕໍ່ໜ້າດັ່ງນີ້:
1. ດ້ານການເມືອງ-ແນວຄິດ: ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ຄູ-ອາຈານແລະນັກສຶກສາຢ່າງເລິກເຊິ່ງ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງຂອງພັກ.
2. ດ້ານການສິດສອນ ແລະ ຫຼັກສູດ: ປັບປຸງວິທີການສິດສອນຕາມທິດ “ທິດສະດີຕິດພັນກັບພຶດຕິກຳ”, ຫັນປ່ຽນສູ່ການສອນແບບເອົານັກສຶກສາເປັນໃຈກາງ, ເອົາໃຈໃສ່ຍົກສູງຄຸນນະພາບການແຕ່ງບົດສອນແລະການຄຸ້ມຄອງຫຼັກສູດ.
3. ດ້ານບຸກຄະລາກອນຄູ ແລະ ການບໍລິຫານ: ເພີ່ມທະວີການບຳລຸງ-ກໍ່ສ້າງຄູ-ອາຈານໃຫ້ມີຄວາມຊ່ຽວຊານ, ຮູ້ທັດສະນະການເມືອງແລະທັນສະໄໝດ້ານໄອທີ/ພາສາຕ່າງປະເທດ; ພ້ອມທັງປັບປຸງກົນໄກການຄຸ້ມຄອງງົບປະມານ ແລະ ການປະຕິບັດນະໂຍບາຍຢ່າງຍຸຕິທຳ.
4. ດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ: ສຸມໃສ່ພັດທະນາອາຄານສະຖານທີ່, ຫໍສະໝຸດດີຈີຕອນ ແລະ ອຸປະກອນໄອທີ ເພື່ອຮັບໃຊ້ການຮຽນ-ການສອນ.
5. ດ້ານການຕິດຕາມ ແລະ ປະສານງານ: ເພີ່ມທະວີການຕິດຕາມ, ກວດກາ ແລະ ປະເມີນຜົນອະດີດນັກສຶກສາ, ພ້ອມທັງເພີ່ມທະວີການປະສານງານແໜ້ນແຟ້ນລະຫວ່າງ ສມປຊ, ຄະນະພັກແຂວງ ແລະ ໂຮງຮຽນການເມືອງແຂວງ, ນະຄອນຫຼວງ.
ກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງແລະ ການປົກຄອງທ້ອງຖິ່ນໃຫ້ເຂັ້ມແຂງ”ໃນຄັ້ງນີ້ທ່ານ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນຕໍ່ກອງປະຊຸມແລະ ສະແດງຄວາມຊົມເຊີຍທີ່ໄດ້ປະສົບຜົນສຳເລັດຢ່າງງົດງາມ, ພ້ອມທັງມອບໃຫ້ທ່ານປອສຸພາວະດີຫຼ້າຄຳສາຍເປັນປະທານກ່າວປິດ ແລະ ໂອ້ລົມຕໍ່ກອງປະຊຸມທີ່ອັນເປັນບາດກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາທິດສະດີການເມືອງ ແລະ ການປົກຄອງເພື່ອກໍ່ສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງທັງປະລິມານ ແລະ ຄຸນນະພາບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.
(ຂ່າວ: ສມປຊ)

ຄໍາເຫັນ