![]() |
ໂອກາດນີ້, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ ແລະ ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ກຳນົດຈັດຂຶ້ນໃນວັນທີ 3-9 ທັນວາ 2026 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ນີ້ເປັນໂອກາດສຳຄັນທີ່ປະເທດລາວຈະໄດ້ຕ້ອນຮັບນັກກິລາ ແລະ ຄະນະຜູ້ແທນຈາກຫຼາຍປະເທດ ເຂົ້າຮ່ວມການແຂ່ງຂັນ. ພ້ອມທັງເປັນການສົ່ງເສີມພາບພົດຂອງປະເທດ, ການທ່ອງທ່ຽວ ແລະ ການພັດທະນາກິລາລາວສູ່ເວທີສາກົນ. ປັດຈຸບັນມີຄະນະ ແລະ ນັກກິລາຕອບຮັບເຂົ້າຮ່ວມການແຂ່ງຂັນ ລວມທັງໝົດ 480 ກວ່າຄົນ ຈາກ 41 ປະເທດ.
ດ້ານການກະກຽມສະຖານທີ່, ຄະນະຈັດຕັ້ງໄດ້ວາງແຜນຮອງຮັບການຈັດງານຕາມມາດຕະຖານສາກົນ, ຄວາມປອດໄພ ແລະ ຄວາມສະດວກຂອງນັກກິລາ ແລະ ຜູ້ເຂົ້າຮ່ວມ ການກະກຽມດ້ານທີ່ພັກ-ການເດີນທາງ ເນື່ອງຈາກການແຂ່ງຂັນມີຄະນະນັກກິລາຈາກຫຼາຍປະເທດ. ວຽກງານການຕ້ອນຮັບຈຶ່ງເປັນອີກພາລະກິດໜຶ່ງທີ່ສຳຄັນ. ສ່ວນດ້ານການກຽມຄວາມພ້ອມນັກກິລາເພາະກາຍທີມຊາດລາວ ມີນັກກິລາທັງໝົດ 24 ຄົນ ຍິງ 5 ຄົນ, ລົງແຂ່ງຂັນທັງໝົດ 33 ລາຍການ ໂດຍແບ່ງເປັນແຂ່ງຂັນດ່ຽວຊາຍ 21 ລາຍ ການ, ແຂ່ງຂັນດ່ຽວຍິງ 12 ລາຍການ, ຕັ້ງເປົ້າໝາຍ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 4 ຫຼຽນທອງ ຊຶ່ງການແຂ່ງຂັນຄັ້ງນີ້ ມີການຊີງໄຊ 50 ຫຼຽນຄຳ, 50 ຫຼຽນເງິນ ແລະ 50 ຫຼຽນທອງ.
![]() |
ສໍາລັບການສະໜັບສະໜູນຈາກພາກລັດ ແລະ ເອກະຊົນ ມາຮອດປັດຈຸບັນການສະໜັບສະໜູນການແຂ່ງຂັນຄັ້ງນີ້ ມີ 24 ພາກສ່ວນ ສາມາດລະດົມເງິນໄດ້ 1.31 ຕື້ກວ່າກີບ ມູນຄ່າຜະລິດຕະພັນ 674 ລ້ານກີບ ລວມທັງໝົດ 1.8 ຕື້ກີບ ແລະ ເງິນ 35,500 ໂດລາ. ເຖິງຢ່າງໃດກໍຕາມ ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ໃນຄັ້ງນີ້ ຖືເປັນກຽດຕິ ຍົດ ແລະ ໂອກາດອັນສຳຄັນຂອງວົງການກິລາລາວ ພວກເຮົາຄິດສະເໝີວ່າ ການຈັດງານລະດັບໂລກ ບໍ່ແມ່ນພາລະກິດຂອງສະຫະພັນພຽງຝ່າຍດຽວ ແຕ່ເປັນພາລະກິດຮ່ວມຂອງທຸກພາກສ່ວນ ແລະ ຄົນລາວທັງຊາດ. ໃນນາມສະຫະພັນກິລາເພາະກາຍແຫ່ງຊາດລາວ ພວກເຮົາຂໍຢືນຢັນເຖິງຄວາມຕັ້ງໃຈ, ຄວາມພ້ອມ ແລະ ຄວາມຮັບຜິດຊອບໃນການຮ່ວມກັບທຸກພາກສ່ວນ ເພື່ອຈັດງານໃນຄັ້ງນີ້ ໃຫ້ສຳເລັດລຸລ່ວງດ້ວຍດີສົມກຽດສົມສັກສີການເປັນເຈົ້າພາບ ແລະ ສ້າງຊື່ສຽງອັນດີງາມໃຫ້ ສປປ ລາວ ສືບໄປ.
(ແຫຼ່ງຂ່າວ: ວຽງຈັນໃໝ່)


ຄໍາເຫັນ