![]() |
ທ່ານ ສຳເລັດ ເຣືອງລິດ ກໍາມະການຜູ້ຈັດການໃຫຍ່ ບໍລິສັດ ຄຳມ່ວນ ຊີເມັນ ຈຳກັດ ກ່າວວ່າ: "SCG ເຊື່ອໝັ້ນວ່າທຸກຄົນມີສັກກະຍະພາບທີ່ຈະເຕີບໂຕ ແລະ ສ້າງສິ່ງດີໆ ໃຫ້ແກ່ສັງຄົມໄດ້ ໂຄງການທຶນການສຶກສາ 'SCG Sharing the Dream' ຈຶ່ງບໍ່ໄດ້ເປັນພຽງແຕ່ການມອບທຶນເພື່ອຊ່ວຍແບ່ງເບົາພາລະຂອງຄອບຄົວເທົ່ານັ້ນ, ແຕ່ຕັ້ງໃຈໃຫ້ທຶນນີ້ເປັນ “ຂົວເຊື່ອມໂອກາດ” ແລະ ເປັນ “ແຮງຍູ້ດັນ” ໃຫ້ເຍົາວະຊົນກ້າທີ່ຈະຝັນໃຫ້ໄກ ແລະ ມີພະລັງທີ່ຈະເດີນໄປໃຫ້ເຖິງຄວາມຝັນນັ້ນ ຈຶ່ງມຸ່ງມັ້ນສານຕໍ່ໂຄງການ SCG Sharing the Dream ໃນ ສປປ ລາວ ມາຢ່າງຕໍ່ເນື່ອງເປັນປີທີ 15 ພາຍໃຕ້ແນວຄິດ “Green Active Generation”ໂດຍມຸ່ງສົ່ງເສີມໃຫ້ເຍົາວະຊົນຕໍ່ຍອດຄວາມຮູ້ສູ່ການນຳສັກກະຍະພາບຂອງຕົນເອງໄປສ້າງປະໂຫຍດ ແລະ ຂັບເຄື່ອນການພັດທະນາຊຸມຊົນ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ຢ່າງຍືນຍົງ. ຊຶ່ງສອດຄ່ອງກັບແນວທາງ “Inclusive Green Growth”ຂອງ SCG ທີ່ມຸ່ງສ້າງການເຕີບໂຕຢ່າງຍືນຍົງໄປນຳກັນ.
ໂດຍໃນປີນີ້ SCG ມອບທຶນການສຶກສາແກ່ນັກຮຽນ ແລະ ນັກສຶກສາ ທົ່ວປະເທດຈຳນວນ 126 ທຶນ ແບ່ງເປັນສຳລັບນັກຮຽນລະດັບມັດທະຍົມສຶກສາຕອນປາຍໃນນະຄອນຫຼວງວຽງຈັນ 80 ທຶນ, ສຳລັບນັກຮຽນໃນແຂວງຄຳມ່ວນ 30 ທຶນ ແລະ ສຳລັບນັກສຶກສາລະດັບມະຫາວິທະຍາໄລທົ່ວປະເທດ 16 ທຶນ.
![]() |
ນອກຈາກນັ້ນ, ຍັງເປັນປີທຳອິດທີ່ໄດ້ຈັດກິດຈະກຳ “ງານເປີດບ້ານ KCL ເພື່ອແບ່ງປັນຄວາມຝັນຂອງນັກຮຽນໃນ ສປປ ລາວ”ເພື່ອໃຫ້ນັກຮຽນທຶນໄດ້ມີໂອກາດມາຮູ້ຈັກກັນ ເຊື່ອມໂຍງຄວາມຝັນ ແລກປ່ຽນແຮງບັນດານໃຈ ສ້າງ“ເຄືອຂ່າຍເຍົາວະຊົນທີ່ຊົງພະລັງ”ທີ່ພ້ອມຈະຊ່ວຍເຫຼືອເກື້ອກູນກັນໃນທຸກໆກ້າວເດີນຕໍ່ຈາກນີ້ຜ່ານກິດຈະກຳການແລກປ່ຽນຮຽນຮູ້ປະສົບການຈິງຈາກເອື້ອຍໆ ພະນັກງານ KCL ທີ່ເປັນຕົວຢ່າງຂອງຄວາມມຸ່ງມໝັ້ນ ທີ່ພິສູດໃຫ້ເຫັນວ່າເຍົາວະຊົນໃນທ້ອງຖິ່ນຂອງເຮົາສາມາດຮຽນຮູ້ ແລະ ເຕີບໂຕຂຶ້ນມາເປັນຜູ້ຊ່ຽວຊານ ມີສ່ວນພັດທະນາບ້ານເກີດຂອງຕົນເອງໄດ້ ແລະ ກິດຈະກຳຈິດອາສາ (CSR) ປູກຕົ້ນໄມ້ ເພື່ອປູກຝັງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ສົ່ງເສີມໃຫ້ເຍົາວະຊົນເຫັນເຖິງບົດບາດຂອງຕົນເອງໃນການສ້າງອະນາຄົດທີ່ດີຂຶ້ນ ຊຶ່ງໂຄງການ SCG Sharing the Dream ນີ້ໄດ້ຮັບຄວາມຮ່ວມມືຢ່າງດີຈາກຫຼາຍພາກສ່ວນ ຂ້າພະເຈົ້າຂໍຂອບໃຈທຸກໆທ່ານທີ່ເປັນກຳລັງສຳຄັນໃນການດຳເນີນໂຄງການນີ້ຈົນປະສົບຜົນສໍາເລັດອີກຄັ້ງ"
ໂຄງການ SCG Sharing the Dream 2026 ເປັນສ່ວນໜຶ່ງຂອງການສ້າງຄຸນຄ່າຮ່ວມກັບສັງຄົມ ແລະ ຊຸມຊົນຂອງ ເອັສຊີຈີ ໃນ 5 ປະເທດອາຊຽນທີ່ດຳເນີນທຸລະກິດ ໄດ້ແກ່: ອິນໂດເນເຊຍ, ຫວຽດນາມ, ຟີລິບປິນ, ກຳປູເຈຍ ແລະ ສປປ ລາວ ຜ່ານການມອບທຶນການສຶກສາເພື່ອເປີດໂອກາດໃຫ້ເຍົາວະຊົນໄດ້ພັດທະນາສັກກະຍະພາບຂອງຕົນເອງ ພ້ອມປູກຝັງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເພື່ອໃຫ້ເຍົາວະຊົນເຕີບໂຕເປັນກຳລັງສຳຄັນໃນການພັດທະນາປະເທດ ສະທ້ອນຄວາມຕັ້ງໃຈຂອງ ເອັສຊີຈີ ໃນການຮ່ວມຂັບເຄື່ອນເສດຖະກິດ ແລະ ສັງຄົມຂອງພູມິພາກອາຊຽນໃຫ້ເຕີບໂຕໄປນຳກັນຢ່າງຍືນຍົງ.
ສຳລັບທີ່ ສປປ ລາວ ນອກຈາກໂຄງການມອບທຶນການສຶກສາ SCG Sharing the Dream ໃນໄລຍະທີ່ຜ່ານມາ SCG ຍັງໄດ້ຮ່ວມສະໜັບສະໜູນໂຄງການປັບປຸງໂຮງຮຽນປະຖົມສົມບູນເພຍໃໝ່, ເມືອງລະມາມ, ແຂວງເຊກອງ ເພື່ອປັບປຸງອາຄານຮຽນ-ຫ້ອງນ້ຳ ແລະ ສ້ອມແປງເບຕົງເສີມເຫຼັກອ່າງລ້າງມື ໃຫ້ປອດໄພເໝາະສົມຕໍ່ສະພາບແວດລ້ອມການຮຽນຮູ້ ແລະ ໂຄງການສ້ອມແປງ ແລະ ປັບປຸງອາຄານໂຮງຮຽນປະຖົມທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອສ້ອມແປງ ແລະ ປັບປຸງອາຄານ ຊຶ່ງດຳເນີນການໂດຍ ບໍລິສັດ ຄຳມ່ວນ ຊີເມັນ ຈຳກັດ (KCL).
(ແຫຼ່ງຂ່າວ: ເອັສຊີຈີ)


ຄໍາເຫັນ