![]() |
ທ່ານ ຈົ່ງເຟີງຟາ ຫົວໜ້າສະຖາບັນຄົ້ນຄວ້າສິລະປະເຄື່ອງປັ້ນດິນເຜົານີຊິງ ໄດ້ລາຍງານກ່ຽວກັບສິລະປະເຄື່ອງປັ້ນດິນເຜົາເຊິນຊິວ ເມືອງຊິນໂຈວ ວ່າ: ບໍລິສັດ ສິລະປະເຄື່ອງປັ້ນດິນເຜົາເຊິນຊິວ ເມືອງຊິນໂຈວ ສ້າງ ຕັ້ງຂຶ້ນໃນປີ 2012, ເປັນວິສາຫະກິດທັນສະໄໝ ທີ່ລວມການຜະລິດເຄື່ອງປັ້ນດິນເຜົາສໍາລັບໃຊ້ໃນຊີວິດປະຈໍາວັນ ສິລະປະເຄື່ອງປັ້ນດິນເຜົາເປັນການຄົ້ນຄວ້າວິທະຍາສາດ, ການພັດທະນາ ແລະ ການດໍາເນີນທຸລະກິດເຂົ້າກັນ, ຊຶ່ງມີເນື້ອທີ່ທັງໝົດ 1 ເຮັກຕາ, ໂຮງງານມີເນື້ອທີ່ 8,000 ຕາແມັດ, ເປັນຜູ້ຜະລິດເຄື່ອງປັ້ນດິນເຜົານີຊິງ ມີຂະໜາດໃຫຍ່ທັນສະໄໝຂອງເມືອງຊິນໂຈວ. ບໍລິສັດ ສິລະປະເຄື່ອງປັ້ນດິນເຜົາເຊິນຊິວ ມີພະແນກຜະລິດວັດຖຸດິບ, ພະແນກຄັດລອກ ແລະ ເຮັດໃຫ້ເປັນເງົາ, ຫ້ອງອອກແບບ, ພະແນກການຜະລິດເຕັກນິກ, ພະແນກກວດກາຄຸນນະພາບ, ພະແນກການເງິນ ແລະ ພະແນກສະໜອງ-ການຕະຫຼາດ, ມີພະນັກງານ 60 ຄົນ. ໃນນັ້ນ, ມີຕໍາ ແໜ່ງວິຊາການຂັ້ນສູງ 3 ຄົນ, ຂັ້ນກາງ 5 ຄົນ, ຂັ້ນຕົ້ນ 11 ຄົນ, ພະນັກງານວິຊາການ 17 ຄົນ, ມີນັກປັ້ນ ດິນເຜົາຊັ້ນດີຈໍານວນໜຶ່ງ, ມີກໍາລັງວິຊາການທີ່ເຂັ້ມແຂງ.
![]() |
ໃນຫຼາຍປີຜ່ານມາ, ຄະນະພັກ ແລະ ລັດຖະບານເມືອງຊິນໂຈວ ໄດ້ໃຫ້ຄວາມສໍາຄັນຢ່າງສູງຕໍ່ການພັດ ທະນາອຸດສາຫະກໍາເຄື່ອງປັ້ນດິນເຜົານີຊິງ ເຮັດໃຫ້ອຸດສາຫະກໍາວັດທະນະທໍາກັບມາມີຊີວິດຊີວາອີກຄັ້ງ. ບໍລິສັດເຊິນຊິວ ໄດ້ມີການຂະຫຍາຍຕົວຢ່າງໄວວາ ໄດ້ສໍາເລັດຂະບວນການພັດທະນາຈາກນ້ອຍ ຫາ ໃຫຍ່, ຈາກອ່ອນ ແອໄປສູ່ຄວາມເຂັ້ມແຂງ, ປັດຈຸບັນໄດ້ເຕີບໃຫຍ່ຂະຫຍາຍຕົວ ກາຍເປັນວິສາຫະກິດຜະລິດເຄື່ອງປັ້ນດິນເຜົານີຊິງ ທີ່ມີລະດັບການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາທີ່ແນ່ນອນ ແລະ ມີຄວາມສາມາດຜະລິດໃນຂະໜາດໜຶ່ງ ທີ່ສືບທອດວັດທະນະທໍາພັນປີ, ຟື້ນຟູສິລະປະເຄື່ອງປັ້ນດິນເຜົາແບບຄຣາສສິກ, ນີ້ແມ່ນເປົ້າໝາຍຫຼັກຂອງພະນັກງານທັງໝົດ. ການບັນລຸເປົ້າໝາຍຂອງບຸກຄະລາກອນແມ່ນກຸນແຈສໍາຄັນດ້ວຍເຫດນີ້, ບໍລິສັດຈຶ່ງເດີນຕາມແນວທາງ “ປະສົມປະສານການຝຶກອົບຮົມ ແລະ ການດຶງດູດ”. ນອກຈາກການພັດທະນາ ແລະ ນໍາໃຊ້ຊັບພະ ຍາກອນ ບຸກຄະລາກອນທ້ອງຖິ່ນຢ່າງເຕັມທີ່ແລ້ວ, ຍັງໄດ້ດຶງດູດບຸກຄະລາກອນຈາກແຂວງຈຽງຊີ, ແຂວງຈຽງຊູ, ນະຄອນຈົງຊິງ ແລະ ອື່ນອີກໆ. ພ້ອມກັນນັ້ນ, ຍັງມີແຜນຈະຮ່ວມມືກັບສະຖາບັນຝຶກອົບຮົມ ແລະ ໂຮງຮຽນຈໍານວນໜຶ່ງ ເພື່ອຮ່ວມກັນຝຶກອົບຮົມບຸກຄະລາກອນທີ່ຈໍາເປັນດ່ວນ ສໍາລັບວິສາຫະກິດຜະລິດເຄື່ອງປັ້ນດິນເຜົານີຊິງ.
![]() |
ນອກຈາກນັ້ນ, ບໍລິສັດເຊີນຊິວ ຍັງໄດ້ນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ມາປະຍຸກໃຊ້ໃນການອອກແບບ ແລະ ພັດທະນາຜະລິດຕະພັນໂດຍນໍາໃຊ້ AI ຊ່ວຍຄິດຄົ້ນ ແລະ ອອກແບບລວດລາຍຮູບແບບ ແລະ ສີ ສັນໃໝ່ໆໃຫ້ມີຄວາມຫຼາກຫຼາຍ ແລະ ທັນສະໄໝ. ພ້ອມກັນນັ້ນ, ຍັງໄດ້ນຳໃຊ້ AI ເປັນເຄື່ອງມືຊ່ວຍຄົ້ນຫາ, ວິ ເຄາະຂໍ້ມູນກ່ຽວກັບຄວາມນິຍົມ ແລະ ເພື່ອເປັນພຶື້ນຖານໃນການກຳນົດຮູບແບບຜະລິດຕະພັນໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ, ການນຳໃຊ້ເຕັກໂນໂລຊີດັ່ງກ່າວ ເປັນການຊ່ວຍປະຢັດເວລາໃນການອອກແບບ ແລະ ເພີ່ມທາງເລືອກໃນການສ້າງສັນ ແລະ ຊ່ວຍໃຫ້ການພັດທະນາຜະລິດຕະພັນຕອບໂຈດຫຼາຍຂຶ້ນ.
ສໍາລັບຜະລິດຕະພັນຂອງບໍລິສັດສິລະປະເຄື່ອງປັ້ນດິນເຜົາເຊິນຊິວ ເມືອງຊິນໂຈວ ປັດຈຸບັນມີຫຼາຍປະເພດ ເຊັ່ນ: ຊຸດນໍ້າຊາ, ເຄື່ອງປັ້ນດິນເຜົາທີ່ນໍາໃຊ້ເປັນຂອງຂວັນ ແລະ ເຄື່ອງປັ້ນດິນເຜົາສິລະປະ ແລະ ອື່ນໆ.. ຜະລິດຕະພັນດັ່ງກ່າວໄດ້ຈໍາໜ່າຍຢູ່ຫຼາຍເມືອງໃຫຍ່ເຊັ່ນ: ປັກກິງ, ຊຽງໄຮ, ກວາງໂຈວ, ເຊິນເຈິນ, ກຸ້ຍລິນ, ນານໜິງ ແລະ ເມືອງອື່ນໆ. ນອກຈາກນີ້, ບໍລິສັດຍັງໄດ້ປະດິດສ້າງ ແລະ ປັບປຸງຂະບວນການຜະລິດ ແລະ ອອກແບບຜະລິດຕະພັນໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ຜູ້ບໍໂພກທົ່ວໄປ ແລະ ຜູ້ສະສົມຜົນງານສິລະປະ.



ຄໍາເຫັນ