ຕາມໂຕເລກສະຖິຕິໃນເບື້ອງຕົ້ນໂດຍອົງການສະຖິຕິ ເອີຣົບ (Eurostat) ປະກາດໃນວັນທີ 4 ພະຈິກ ຜ່ານມາ, ອັດຕາໄພເງິນເຟີ້ປະຈຳປີຢູ່ 21 ປະເທດໃຊ້ສະກຸນເງິນເອີໂຣ ໄດ້ເພີ່ມຈາກ 3.8% ໃນເດືອນກັນຍາ ຂຶ້ນເປັນ 4% ໃນເດືອນຕຸລາ. ໃນນັ້ນ, ພະລັງງານຍັງຄົງແມ່ນປັດໄຈສຳຄັນທີ່ຊຸກຍູ້ໃຫ້ໄພເງິນເຟີ້ເພີ່ມຂຶ້ນຫຼາຍທີ່ສຸດ, ດ້ວຍລາຄາເພີ່ມຂຶ້ນ 20.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ສູງກວ່າລະດັບ 18.9% ທີ່ໄດ້ຮັບຮູ້ໃນເດືອນກັນຍາ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ຄໍາເຫັນ