ຕາມແຈ້ງການຂອງຄະນະກຳມະການ ເອີຣົບ (EC), ເນື້ອໃນການປຶກສາຫາລືໄດ້ສຸມໃສ່ສ້າງບັນດາແຜນການພັດທະນາເສດຖະກິດຂອງອູແກຣນ ພາຍຫຼັງການປະທະກັນໃຫ້ສົມບູນແບບ, ພ້ອມກັນນັ້ນກໍກຳນົດບັນດາເຄື່ອງມືຊ່ວຍເຫຼືອທີ່ເໝາະສົມ, ເພີ່ມເຕີມໃຫ້ແກ່ຄວາມພະຍາຍາມຂອງ Kiev. EC ຢືນຢັນວ່າ: EU ຈະສືບຕໍ່ຊ່ວຍເຫຼືອອູແກຣນ ໃນວິວັດທະນາການມຸ່ງໄປສູ່ພື້ນຖານສັນຕິພາບອັນຍາວນານ.
ກ່ອນໜ້ານີ້, ທ່ານ ສະຕີບ ວິດຄອຟ ທູດພິເສດຂອງປະທານາທິບໍດີ ສະຫະລັດ ອາເມຣິກາ ໃຫ້ຮູ້ວ່າ: ຄາດວ່າ, ຄະນະຜູ້ແທນອູແກຣນ ແລະ ຣັດເຊຍ ຈະດຳເນີນການພົບປະຢູ່ ນະຄອນຫຼວງອາບູ ດາບີ ສະຫະລັດ ອາຣັບ ເອມີເຣດ ໃນວັນທີ 10-11 ພະຈິກ ນີ້ ເພື່ອປຶກສາຫາລືກ່ຽວກັບການຢຸດຕິການປະທະກັນ, ສ້າງບັນດາຂໍ້ຕົກລົງດ້ານຄວາມໝັ້ນຄົງພາຍຫຼັງການປະທະກັນ ແລະ ການຫຼຸດຄວາມເຄັ່ງຕຶງລົງ.
ຄໍາເຫັນ