ໂຕເລກສະແດງໃຫ້ເຫັນວ່າ: ໃນ 3 ໄຕມາດຂອງປີນີ້, ການສົ່ງອອກດ້ານການບໍລິການຂອງຈີນບັນລຸເຖິງ 2,271 ຕື້ 400 ລ້ານຢວນ, ເພີ່ມຂຶ້ນ 14.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການນຳເຂົ້າດ້ານການບໍລິການມີ 3,497 ຕື້ 370 ລ້ານຢວນ, ເພີ່ມຂຶຶ້ນ 4.8%. ການຂາດດຸນການຄ້າດ້ານການບໍລິການແມ່ນ 1,225 ຕື້ 97 ລ້ານຢວນ, ຫຼຸດລົງ 132 ຕື້ 660 ລ້ານຢວນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອັດຕາການເຕີບໂຕຂອງການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂົນສົ່ງເປັນອັນດັບທີ 1 ແລະ ການຄ້າຂາອອກດ້ານການບໍລິການທີ່ເນັ້ນໃສ່ຄວາມຮູ້ສູງເຕີບໂຕໄວສົມຄວນ.
ຄໍາເຫັນ