ກອງປະຊຸມລັດຖະມົນຕີຄັ້ງນີ້ແມ່ນມີຄວາມສຳຄັນທີ່ສຸດໃນປີ, ເພື່ອແນໃສ່ແລກປ່ຽນກ່ຽວກັບບັນດາບັນຫາໃຫຍ່ຂອງເສດຖະກິດພາກພື້ນ, ກວດກາຄືນໝາກຜົນການຮ່ວມມືໃນປີ ແລະ ກະກຽມເນື້ອໃນຮັບໃຊ້ກອງປະຊຸມຂັ້ນສູງ APEC 33 ຢູ່ເຊີນເຈີ້ນ ປະເທດຈີນ. ກອງປະຊຸມສຸມໄດ້ໃສ່ປຶກສາຫາລືສອງເນື້ອໃນໃຫຍ່ ຄື: ການຮ່ວມມືມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ແລະ ຊຸກຍູ້ການຮ່ວມສຳພັນທາງເສດຖະກິດ ເພື່ອການເຕີບໂຕຂອງພາກພື້ນ.
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ເລຮ່ວາຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຍົກອອກ 3 ຂໍ້ສະເໜີກຳນົດທິດທາງໃຫ້ພາກພື້ນຄື: ໜຶ່ງ, ສ້າງພາກພື້ນ ອາຊີ - ປາຊີຟິກ ມີຫົວຄິດປະດິດສ້າງ ແລະ ສະມັດຖະພາບຜ່ານການຍູ້ແຮງການການນຳໃຊ້ປັນຍາປະດິດ (AI), ເຕັກໂນໂລຊີດີຈີຕອນ ຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ, ສ້າງສະພາບແວດລ້ອມອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາ, ພັດທະນາເຄືອຂ່າຍປ່ຽນ ໃໝ່ນະວັດຕະກຳພາກພື້ນ, ຊັບພະຍາກອນມະນຸດດ້ວຍທັກສະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງອະນາຄົດ. ສອງ, ສ້າງພາກພື້ນ ອາຊີ - ປາຊີຟິກ ເປີດ ແລະ ເຊື່ອມຕໍ່, ສ້າງຄວາມສະດວກໃຫ້ແກ່ການແລກປ່ຽນສິນຄ້າ ແລະ ການບໍລິການ, ແກ້ໄຂບັນດາຂອດຕິດຂັດໃນລະບົບຕ່ອງໂສ້ການສະໜອງ, ເພີ່ມທະວີການເຊື່ອມຕໍ່ກ່ຽວກັບລະບອບ, ພື້ນຖານໂຄງລ່າງ ແລະ ດີຈີຕອນ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ. ສາມ, ສ້າງພາກພື້ນ ອາຊີ - ປາຊີຟິກ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຂະຫຍັນຂັບເຄື່ອນ, ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືຮັບປະກັນຄວາມປອດໄພດ້ານທັນຍາຫານ, ພະລັງງານ, ຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ຍືນຍົງ.
ຄໍາເຫັນ