ຂ່າວລະບຸວ່າ: ການເຄື່ອນໄຫວຄັ້ງນີ້ເກີດຂຶ້ນຫຼັງຈາກສິງກະໂປໄດ້ປະສົບກັບວິກິດການໝອກຄວັນຂ້າມຊາຍແດນທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ປີ 2015 ໃນເດືອນກັນຍາ ຫາ ເດືອນຕຸລາ ຜ່ານມາ ຊຶ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດປະຈຳວັນຂອງປະຊາຊົນ, ພາກທຸລະກິດ ແລະ ແຮງງານ, ເຮັດໃຫ້ເກີດຄວາມກັງວົນດ້ານສາທາລະນະສຸກຢ່າງກວ້າງຂວາງ. ປັດຈຸບັນເຈົ້າໜ້າທີ່ກຳລັງສືບສວນແຫຼ່ງທີ່ມາຂອງມົນລະພິດ.
ການປັບປຸງກົດໝາຍສະບັບໃໝ່ນີ້ຈະຊ່ວຍຂະຫຍາຍອຳນາດຂອງອົງການດັ່ງກ່າວໃຫ້ສາມາດສືບສວນການເຊື່ອມໂຍງລະຫວ່າງການດຳເນີນທຸລະກິດ ແລະ ບັນຫາມົນລະພິດຢ່າງເຂັ້ມງວດກວ່າເກົ່າ. ລວມທັງຮຽກຮ້ອງໃຫ້ບໍລິສັດ ຫຼື ອົງການຈັດຕັ້ງທີ່ສົງໃສ ຈ້າງ ແລະ ຮັບຜິດຊອບຄ່າໃຊ້ຈ່າຍຂອງຜູ້ປະເມີນຜົນຂອງພາກເອກະຊົນ ເຂົ້າມາກວດສອບເອງ.
ນອກຈາກນັ້ນ, ລັດຖະບານຈະມີອຳນາດໃນການຂຶ້ນບັນຊີດຳບຸກຄົນ ຫຼື ໜ່ວຍງານທີ່ສົງໃສ, ຜູ້ທີ່ຖືກຕັດສິນລົງໂທດ ແລະ ຜູ້ທີ່ບໍ່ປະຕິບັດຕາມຄຳສັ່ງຂອງໜ່ວຍງານ, ເພື່ອຈຳກັດການເຮັດທຸລະກຳ ແລະ ຕັດຊ່ອງທາງການສະໜັບສະໜູນທາງດ້ານການເງິນ.
ໃນຂະນະດຽວກັນ, ຍັງໄດ້ມີການເພີ່ມມາດຕະການທາງກົດໝາຍອື່ນໆທີ່ເຂັ້ມງວດຂຶ້ນ. ໂດຍຂະຫຍາຍຂອບເຂດຂອງການບັງຄັບໃຫ້ກວມເອົາກໍລະນີການຈູດເຜົາພື້ນທີ່ທີ່ມີຄວາມສ່ຽງຈະສົ່ງຜົນກະທົບຕໍ່ສິງກະໂປ, ເຖິງແມ່ນວ່າໝອກຄວັນຍັງບໍ່ທັນມາຮອດປະເທດກໍຕາມ; ກຳນົດການປັບໃໝທາງແພ່ງສູງເຖິງ 10 ລ້ານໂດລາສິງກະໂປ ແລະ ການເພີ່ມອຳນາດໃຫ້ສານໃນການປັບໃໝເພີ່ມເຕີມ ໂດຍຄິດໄລ່ຈາກຜົນປະໂຫຍດ ຫຼື ກຳໄລ ທີ່ຜູ້ກະທຳຜິດໄດ້ຮັບຈາກການລະເມີດກົດໝາຍ.
ທັງນີ້, ອົງການດັ່ງກ່າວຢືນຢັນວ່າຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດເພື່ອນບ້ານໃນພາກພື້ນເພື່ອແກ້ໄຂແຫຼ່ງທີ່ມາຂອງໄຟໄໝ້, ໃນຂະນະທີ່ນຳໃຊ້ອຳນາດທາງກົດໝາຍພາຍໃນປະເທດຢ່າງເຕັມທີ່, ເພື່ອປ້ອງກັນການເກີດຂຶ້ນຊ້ຳອີກຂອງວິກິດການໝອກຄວັນຂ້າມຊາຍແດນ.
ຄໍາເຫັນ