ບົດລາຍງານລະບຸວ່າ: ການຂາຍສິນຄ້າປອດພາສີທາງອອນລາຍໃນໄຕມາດທີ 3 ຂອງປີນີ້ບັນລຸ 371 ຕື້ວອນ, ເພີ່ມຂຶ້ນ 90.5% ເມື່ອທຽບໃສ່ປີກາຍ. ໂດຍເຄື່ອງສໍາອາງກວມເອົາສ່ວນແບ່ງສູງທີ່ສຸດເຖິງ 306 ຕື້ວອນ.
ເຄື່ອງສໍາອາງກວມເອົາສ່ວນແບ່ງສູງທີ່ສຸດຂອງຍອດຂາຍທັງໝົດຢູ່ທີ່ 636 ຕື້ວອນ, ຮອງລົງມາແມ່ນເຄື່ອງນຸ່ງຫົ່ມ ແລະ ຜະລິດຕະພັນແຟຊັ່ນ ຢູ່ທີ່ 92,3 ຕື້ວອນ ແລະ ແຜ່ນສຽງ, ວີດີໂອ, ເຄື່ອງດົນຕີ ຢູ່ທີ່ 84,4 ຕື້ວອນ.
ໃນຂະນະດຽວກັນ, ການສັ່ງຊື້ສິນຄ້າທາງອອນລາຍຈາກຕ່າງປະເທດໂດຍກົງໃນໄຕມາດທີ 3 ມີທັງໝົດ 1.99 ພັນຕື້ວອນ, ຫຼຸດລົງ 6.3% ເມື່ອທຽບໃສ່ປີຜ່ານມາ ແລະ ຫຼຸດລົງຕິດຕໍ່ກັນໃນໄຕມາດທີສອງ. ໂດຍການຊ້າລົງນີ້ແມ່ນຜົນກະທົບທີ່ຍັງຄົງຫຼົງເຫຼືອຢູ່ຂອງການແຂງຄ່າຂອງເງິນໂດລາໃນໄລຍະຕົ້ນໄຕມາດທີສາມ.
ທັງນີ້, ການສັ່ງຊື້ໂດຍກົງສໍາລັບສິນຄ້າປະເພດກິລາ ແລະ ການພັກຜ່ອນ ເພີ່ມຂຶ້ນໃນລະດັບສອງໂຕເລກ. ໃນຂະນະດຽວກັນ, ການສັ່ງຊື້ສໍາລັບເຄື່ອງນຸ່ງຫົ່ມ, ແຟຊັນ ແລະ ເຄື່ອງສໍາອາງ ກໍຫຼຸດລົງເປັນລະດັບສອງໂຕເລກເຊັ່ນດຽວກັນ.
ຄໍາເຫັນ