ບົດລາຍງານລະບຸວ່າໝວດເຄື່ອງປຸງເຊັ່ນ: ຊອສ ແລະ ມາຍອນເນສ ກວມເອົາອັດຕາສ່ວນຫຼາຍທີ່ສຸດຂອງການເພີ່ມຂຶ້ນຂອງລາຄາ (644 ລາຍການ), ຮອງລົງມາແມ່ນເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ບໍ່ມີທາດເຫຼົ້າ (417 ລາຍການ).
ໃນປີນີ້, ຍີ່ປຸ່ນໄດ້ເພີ່ມລາຄາຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 20,327 ລາຍການ ຊຶ່ງເປັນປີທີສອງຕິດຕໍ່ກັນທີ່ມີການເພີ່ມຂຶ້ນຂອງລາຄາຫຼາຍກວ່າ 20,000 ລາຍການ. ໃນຂະນະທີ່ທ່າອ່ຽງການເພີ່ມຂຶ້ນຂອງລາຄາ ໃນປີ 2027 ຄາດວ່າຈະຊ້າລົງ, ຍ້ອນວ່າບັນດາຜູ້ປະກອບການໄດ້ທະຍອຍສົ່ງຜ່ານພາລະຕົ້ນທຶນທີ່ເພີ່ມສູງຂຶ້ນໄປຍັງຜູ້ບໍລິໂພກ ແລະ ຍັງຕ້ອງປະເມີນການຕອບສະໜອງຂອງຜູ້ບໍລິໂພກຢ່າງຮອບຄອບ.
ຄໍາເຫັນ