ທ່ານ ໂຕເລິມ ກ່າວວ່າ: ໃນເງື່ອນໄຂປະຕິບັດເປົ້າໝາຍການເຕີບໂຕ 2 ໂຕເລກ, ໂລຈິສຕິກຕ້ອງກາຍເປັນກຳລັງໜູນສ້າງການເຕີບໂຕຢ່າງແທ້ຈິງ, ຍົກສູງສະມັດຖະພາບ, ຫຼຸດຜ່ອນຄ່າໃຊ້ຈາຍ, ເປີດກວ້າງພື້ນທີ່ພັດທະນາ ແລະ ສ້າງແຫຼ່ງການເຕີບໂຕໃໝ່. ທ່ານເລຂາທິການໃຫຍ່ ປະທານປະເທດ ສະເໜີຕ້ອງມີຄວາມຄາດຫວັງ ແລະ ຕັດສິນໃຈນຳ ຫວຽດນາມ ກາຍເປັນສູນໂລຈິສຕິກ, ເປັນທາງຜ່ານ ແລະ ແຈກຢາຍສິນຄ້າສຳຄັນຂອງພາກພື້ນ ແລະ ໂລກ, ຕ້ອງພັດທະນາເຄືອຂ່າຍໂລຈິສແຫ່ງຊາດເປັນເອກະພາບ, ຄົບຊຸດ, ທັນສະໄໝ ຕິດພັນກັບການຈັດຕັ້ງເຂດເສດຖະກິດຄືນໃໝ່ ແລະ ເຊື່ອມຕໍ່ກັບສາກົນ. ຕ້ອງຮັບຮູ້ວ່າໂລຈິສຕິກ ແມ່ນລະບົບເອກະພາບ ຊຶ່ງໃນນັ້ນ ທ່າກຳປັ່ນທະເລ, ສະໜາມບິນ, ເສັ້ນທາງລົດໄຟ, ທາງບົກ, ທາງນ້ຳ, ດ່ານຊາຍແດນ, ສູນໂລຈິສຕິກ, ເຂດອຸດສາຫະກຳ ແລະ ບັນດາເຂດຜະລິດໄດ້ຮັບການເຊື່ອມຕໍ່, ເຄື່ອນໄຫວຢ່າງຄົບຊຸດ, ລຸລ່ວງ, ບັນລຸປະສິດທິຜົນ.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຄໍາເຫັນ