ບົດລາຍງານລະບຸວ່າ: ມີຜູ້ເສຍຊີວິດປະມານ 1,600 ຄົນ ຈາກບັນຫາໝອກຄວັນຂ້າມຊາຍແດນ. ເຖິງຢ່າງໃດກໍຕາມ, ຖ້າຄວັນມີລະດັບຄວາມເປັນພິດເທົ່າກັບຝຸ່ນລະອອງຂະໜາດນ້ອຍປະເພດອື່ນໆ ຈຳນວນໂຕເລກຜູ້ເສຍຊີວິດທີ່ຄາດຄະເນໄວ້ຈະຫຼຸດລົງເຫຼືອປະມານ 600 ຄົນ. ນອກຈາກນັ້ນ, ການປະເມີນຊີ້ໃຫ້ເຫັນວ່າການເສຍຊີວິດດັ່ງກ່າວໄດ້ສ້າງຄວາມເສຍຫາຍຕໍ່ສັງຄົມ ປະມານ 8 ຕື້ຣິງກິດ, ໂດຍມີຄວາມເສຍຫາຍຕັ້ງແຕ່ 3 ຕື້ ຫາ 15 ຕື້ຣິງກິດ.
ທັງນີ້, ບັນຫາໝອກຄວັນຍັງໄດ້ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດ. ໂດຍພົບວ່າຫົວໜ່ວຍທຸລະກິດຈຳນວນ 86 ແຫ່ງ, ລວມທັງໂຮງງານຜະລິດ 81 ແຫ່ງ ພົບວ່າ 69% ໄດ້ຮັບຜົນກະທົບຕໍ່ການດຳເນີນງານໃນລະດັບໃດໜຶ່ງ, ໃນຂະນະທີ່ 26% ລາຍງານວ່າໄດ້ຮັບຜົນກະທົບໃນລະດັບປານກາງ ຫຼື ຢ່າງຫຼວງຫຼາຍ, ໂດຍສາເຫດສ່ວນໃຫຍ່ແມ່ນຍ້ອນການຂາດວຽກຂອງພະນັກງານ. ນອກຈາກນີ້, ຫົວໜ່ວຍທຸລະກິດເກືອບສອງສ່ວນສາມລາຍງານວ່າໄດ້ຮັບຜົນກະທົບຈາກໝອກຄວັນນັບຕັ້ງແຕ່ເດືອນສິງຫາ ຫຼື ກັນຍາ ແລ້ວ.
ຄໍາເຫັນ