ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ໄຂຂຶ້ນໂດຍມີກົມການເມືອງສູນກາງພັກເປັນປະທານ. ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ໄດ້ກ່າວຄຳປາໄສອັນສຳຄັນ.
ກອງປະຊຸມຄົບຄະນະ ໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານວຽກງານທີ່ສະເໜີໂດຍ ສະຫາຍ ສີຈິ້ນຜິງ ເຊິ່ງໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນ ກ່ຽວກັບບາງບັນຫາສຳຄັນໃນການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ”. ສະຫາຍ ສີຈິ້ນຜິງ ໄດ້ອະທິບາຍກ່ຽວກັບ “ຂໍ້ຕົກລົງ (ສະບັບປຶກສາຫາລື)” ຕໍ່ກອງປະຊຸມຄົບຄະນະ.
ກອງປະຊຸມຄົບຄະນະ ໄດ້ຢືນຢັນຢ່າງເຕັມທີ່ຕໍ່ວຽກງານຂອງກົມການເມືອງສູນກາງພັກ ນັບແຕ່ໄຂກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ເປັນຕົ້ນມາ. ມີຄວາມເຫັນເປັນເອກະພາບກັນວ່າ: ກົມການເມືອງສູນກາງພັກ ໄດ້ຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກ ແລະ ກອງປະຊຸມຄົບຄະນະທຸກຄັ້ງທີ່ຜ່ານມາຂອງຄະນະກຳມະການສູນກາງພັກ ສະໄໝທີ XX ຢ່າງຕັ້ງໜ້າ, ຍຶດໝັ້ນທໍານອງພື້ນຖານລວມແຫ່ງການເຮັດວຽກທີ່ສະແຫວງຫາຄວາມກ້າວໜ້າໃນຄວາມໝັ້ນທ່ຽງ, ຈັດຕັ້ງປະຕິບັດທັດສະນະພັດທະນາແບບໃໝ່ຢ່າງຄົບຖ້ວນ ຖືກຕ້ອງ ແລະ ຮອບດ້ານ, ວາງແຜນເປັນເອກະພາບກັນໃນການຊຸກຍູ້ການຈັດວາງລວມ “ຫ້າພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບກັນຊຸກຍູ້ການຈັດວາງຍຸດທະສາດ “ສີ່ຮອບດ້ານ”, ວາງແຜນເປັນເອກະພາບກັນກ່ຽວກັບສະພາບການລວມທັງພາຍໃນ ແລະ ສາກົນ, ວາງແຜນເປັນເອກະພາບກັນກ່ຽວກັບການພັດທະນາ ແລະ ຄວາມໝັ້ນຄົງ, ຊຸກຍູ້ເສດຖະກິດໃຫ້ໄດ້ຮັບການພັດທະນາໃນຄຸນນະພາບສູງຢ່າງໜັກແໜ້ນ, ຊຸກຍູ້ການກໍ່ສ້າງປະຊາທິປະໄຕ ແລະ ການປົກຄອງຕາມກົດໝາຍຂອງສັງຄົມນິຍົມ, ເຮັດວຽກງານໂຄສະນາດ້ານແນວຄິດວັດທະນະທໍາໃຫ້ດີ, ກຳແໜ້ນການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງຄວາມສີວິໄລດ້ານນິເວດ, ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ສະຖຽນລະພາບທາງສັງຄົມ, ລົງເລິກຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ, ເພີ່ມທະວີການສ້າງສາເພື່ອຫັນເປັນທັນສະໄໝ ດ້ານການປ້ອງກັນປະເທດ ແລະ ກອງທັບ, ເຮັດວຽກງານຮົງກົງ-ມາກາວ ແລະ ວຽກງານໄຕ້ຫວັນໃຫ້ດີ, ຊຸກຍູ້ວຽກງານການຕ່າງປະເທດແບບປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ, “ແຜນພັດທະນາ 5 ປີ ຄັ້ງທີ XIV” ໄດ້ສໍາເລັດຜົນຢ່າງຈົບງາມ, “ແຜນພັດທະນາ 5 ປີ ຄັ້ງທີ XV” ໄດ້ມີການເລີ່ມຕົ້ນທີ່ດີສົມຄວນ, ພາລະກິດຂອງພັກ ແລະ ປະເທດຊາດ ໄດ້ຮັບຄວາມຄືບໜ້າໃໝ່ ແລະ ຜົນສຳເລັດໃໝ່. ໄດ້ດໍາເນີນການສຶກສາອົບຮົມກ່ຽວກັບການສ້າງ ແລະ ປະຕິບັດທັດສະນະທີ່ຖືກຕ້ອງກ່ຽວກັບຜົນງານການບໍລິຫານ, ສະເຫຼີມສະຫຼອງການສ້າງຕັ້ງພັກຄອມມູນິດຈີນ ຄົບຮອບ 105 ປີຢ່າງຍິ່ງໃຫຍ່, ໄດ້ເຕົ້າໂຮມກໍາລັງແຮງອັນໃຫຍ່ຫຼວງແຫ່ງຄວາມສາມັກຄີບຸກບືນກ້າວໄປໜ້າຂອງທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົົ່ວປະເທດຕື່ມອີກ.
ກອງປະຊຸມຄົບຄະນະ ໄດ້ຫວນຄືນຂະບວນການບຸກບືນສູ້ຊົນຂອງພັກຕະ ຫຼອດໄລຍະ 100 ກວ່າປີທີ່ຜ່ານມາ ໂດຍຊີ້ອອກວ່າ: ການທີ່ພັກຄອມມູນິດຈີນສາມາດກ້າວເດີນຈາກໄຊຊະນະນີ້ ໄປສູ່ໄຊຊະນະຄັ້ງໃໝ່ໄດ້ນັ້ນ ແມ່ນຍ້ອນມີອຸດົມການອັນສູງສົ່ງຍາວນານຂອງລັດທິຄອມມູນິດ, ຫວັງຢາກສ້າງພາລະກິດອັນຍິ່ງໃຫຍ່ພັນປີຂອງປະຊາຊາດຈີນ, ຍຶດໝັ້ນສະແຫວງຫາຄວາມຜາສຸກມາໃຫ້ແກ່ປະ ຊາຊົນຈີນ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ, ໃນທຸກໄລຍະປະຫວັດສາດ ລ້ວນແຕ່ໃຫ້ຄວາມສຳຄັນສູງຕໍ່ການຄຸ້ມຄອງພັກ-ບໍລິຫານພັກ, ກ້າຍຶດໝັ້ນສັດຈະທຳ ແລະ ແກ້ໄຂຄວາມຜິດພາດ, ເຮັດໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ທ່າມກາງການແກ້ໄຂບັນຫາຂອງຕົນ ໂດຍອາໄສກຳລັງຂອງຕົນເອງ ແລະ ການສະໜັບສະໜູນຈາກປະຊາຊົນ, ກາຍເປັນແກນກາງທີ່ເຂັ້ມແຂງໃນການນຳພາພາລະກິດຂອງພັກ ແລະ ປະຊາຊົນ. ໃນການປະຕິວັດ ການສ້າງສາ ແລະ ການປະຕິຮູບ ໄດ້ຖືເອົາການກໍ່ສ້າງພັກເປັນໂຄງການທີ່ຍິ່ງໃຫຍ່ ແລະ ໂຄງການທີ່ຍິ່ງໃຫຍ່ອັນໃໝ່ ຕາມລຳດັບ, ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກເປັນຕົ້ນມາ ໄດ້ລົງເລິກຊຸກຍູ້ໂຄງການທີ່ຍິ່ງໃຫຍ່ອັນໃໝ່ແຫ່ງການກໍ່ສ້າງພັກໃນຍຸກໃໝ່, ໄດ້ຄົ້ນພົບສອງຄຳຕອບເພື່ອຫຼຸດພົ້ນອອກຈາກວັດຖະຈັກປະຫວັດສາດແຫ່ງຄວາມສະຫງົບ-ຄວາມປັ່ນປ່ວນ ແລະ ຄວາມຈະເລີນຮຸ່ງເຮືອງ-ຄວາມຊຸດໂຊມ ຄື: “ໃຫ້ປະຊາຊົນຕິດຕາມກວດກາລັດຖະບານ” ແລະ “ປະຕິວັດຕົນເອງ” ເຊິ່ງແມ່ນການປະດິດສ້າງທີ່ເປັນເອກະລັກຂອງພັກຄອມມູນິດຈີນ ແລະ ຈະຖືກບັນທຶກໄວ້ໃນໜ້າປະຫວັດສາດການກໍ່ສ້າງພັກການເມືອງລັດທິມາກຕະຫຼອດໄປ.
ກອງປະຊຸມຄົບຄະນະ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່ແຫ່ງການບໍລິ ຫານພັກຢ່າງເຂັ້ມງວດຮອບດ້ານໃນຍຸກໃໝ່ ໂດຍມີຄວາມເຫັນເປັນເອກະພາບກັນວ່າ: ສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳ ໄດ້ນຳໃຊ້ຄວາມກ້າຫານດ້ານການເມືອງອັນໃຫຍ່ຫຼວງ ແລະ ການແບກຫາບຄວາມຮັບຜິດຊອບທີ່ແຮງກ້າເຂົ້າໃນການປະເຊີນໜ້າກັບສະພາບຄວາມເປັນຈິງອັນຂ້ຽວຂາດ ທີ່ການນຳພາຂອງພັກອ່ອນແອລົງ ຫັນເປັນນາມມະທຳ ແລະ ຈືດຈາງລົງ, ການຄຸ້ມຄອງພັກ-ບໍລິຫານພັກບໍ່ເຂັ້ມງວດ ບໍ່ຈິງຈັງ ແລະ ບໍ່ແຂງແຮງ ກໍຄື ບາງບັນຫາພາຍໃນພັກທີ່ໜ້າເປັນຫ່ວງທີ່ສຸດທີ່ເຄີຍເກີດຂຶ້ນໃນໄລຍະໜຶ່ງ, ໄດ້ດຳເນີນການບໍລິຫານພັກຢ່າງເຂັ້ມງວດຮອບດ້ານຢ່າງເດັດດ່ຽວ ແລະ ບໍ່ຫວັ່ນໄຫວຄອນແຄນ, ໄດ້ຫ້າງແຮ້ວໃສ່ຕົນເອງ ແລະ ແກ້ໄຂຄວາມວຸ່ນວາຍດ້ວຍກົດໝາຍທີ່ເຂັ້ມງວດ, ແກ້ໄຂບັນຫາພົ້ນເດັ່ນຢ່າງຕໍ່ເນື່ອງ, ໄດ້ຕ່າວປີ້ນສະພາບການໂຍະຍານ ແລະ ຄວາມອ່ອນແອໃນດ້ານການຄຸ້ມຄອງພັກ-ບໍລິຫານພັກຢ່າງເຖິງກົກເຖິງຮາກ, ເຮັດໃຫ້ກະແສນິຍົມທີ່ບໍ່ດີຈຳນວນໜຶ່ງທີ່ມີມາເປັນເວລາດົນນານນັ້ນຍຸດຕິລົງ, ໄດ້ແກ້ໄຂບັນຫາທີ່ຍາກຈະແກ້ໄຂໄດ້ໃນຫຼາຍປີຜ່ານມາ, ກຳຈັດໄພອັນຕະລາຍທີ່ແຝງຊ້ອນອັນໜັກໜ່ວງຢູ່ພາຍໃນພັກ ປະເທດຊາດ ແລະ ກອງທັບ, ເຮັດໃຫ້ພັກມີຄວາມເຂັ້ມແຂງຂຶ້ນກວ່າເກົ່າໃນການຝຶກຝົນຫຼໍ່ຫຼອມລັກສະນະປະຕິວັດ. ວຽກງານການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃນຍຸກໃໝ່ ໄດ້ບຸກເບີກສະພາບການໃໝ່ແຫ່ງການປະຕິວັດຕົນເອງຂອງພັກໃຫຍ່ຮ້ອຍປີ ເຊິ່ງໄດ້ຊຸກຍູ້ພາລະກິດຂອງພັກ ແລະ ປະເທດຊາດໃຫ້ໄດ້ຮັບຜົນສຳເລັດຄັ້ງປະຫວັດສາດ ແລະ ເກີດມີການປ່ຽນແປງໃໝ່ຄັ້ງປະຫວັດ ສາດ, ທັງເຮັດໃຫ້ພັກ ແລະ ປະຊາຊົນໄດ້ຮັບທ່າບຸກທາງປະຫວັດສາດໃນການສ້າງພັກ ແລະ ປະເທດໃຫ້ເຂັ້ມແຂງ.
ກອງປະຊຸມຄົບຄະນະ ຊີ້ອອກວ່າ: ໃນພຶດຕິກຳຕົວຈິງອັນຍິ່ງໃຫຍ່ແຫ່ງການຄຸ້ມຄອງພັກ-ບໍລິຫານພັກ ແລະ ສ້າງພັກໃຫ້ຈະເລີນເຂັ້ມແຂງໃນຍຸກໃໝ່, ໂດຍປິ່ນອ້ອມຫົວຂໍ້ແຫ່ງຍຸກສະໄໝທີ່ສຳຄັນ ຄື: ຈະສ້າງພັກການເມືອງລັດທິມາກທີ່ກຳອຳ ນາດເປັນເວລາຍາວນານນັ້ນແບບໃດ ແລະ ຈະເຮັດແນວໃດເພື່ອສ້າງພັກການ ເມືອງລັດທິມາກທີ່ກຳອຳນາດເປັນເວລາຍາວນານ, ສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນໍາ ໄດ້ສະເໜີທັດສະນະໃໝ່ ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ຕ່າງໆ ເຊິ່ງກໍ່ຕົວເປັນແນວຄິດສີຈິ້ນຜິງກ່ຽວກັບການກໍ່ສ້າງພັກ. ແນວຄິດດັ່ງກ່າວໄດ້ພັດທະນາທິດສະດີການສ້າງຕັ້ງພັກຂອງລັດທິມາກ ໃຫ້ມີເນື້ອໃນອຸດົມສົມບູນ ຂຶ້ນ, ແມ່ນໝາກຜົນສຳຄັນແຫ່ງການຊຸກຍູ້ການປະດິດສ້າງໃໝ່ດ້ານທິດສະດີຂອງພັກ ໂດຍຍຶດໝັ້ນການຖືເອົາຫຼັກມູນພື້ນຖານລັດທິມາກໄປປະສົມປະສານກັບສະ ພາບເງື່ອນໄຂຕົວຈິງຂອງຈີນ ແລະ ປະສົມປະສານກັບວັດທະນະທຳອັນເປັນມູນ ເຊື້ອທີ່ດີງາມຂອງປະຊາຊາດຈີນ, ແມ່ນຫົວກະທິຂອງບົດຮຽນພຶດຕິກຳ ແລະ ສະຕິປັນຍາລວມໝູ່ຂອງພັກ ແລະ ປະຊາຊົນ, ແມ່ນພາກສ່ວນປະກອບອັນສຳຄັນຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ເຊິ່ງໄດ້ສະໜອງສິ່ງທີ່ຕ້ອງປະຕິບັດຕາມໂດຍພື້ນຖານ ແລະ ທິດຊີ້ນຳການເຄື່ອນໄຫວໃຫ້ແກ່ການລົງເລິກຊຸກຍູ້ໂຄງການທີ່ຍິ່ງໃຫຍ່ອັນໃໝ່ແຫ່ງການກໍ່ສ້າງພັກໃນຍຸກໃໝ່.
ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ການບໍລິຫານພັກຢ່າງເຂັ້ມງວດຮອບ ດ້ານ ມີເງື່ອນໄຂທີ່ເອື້ອອຳນວຍຢ່າງຫຼວງຫຼາຍ, ຂະນະດຽວກັນ, ກໍໄດ້ປະເຊີນໜ້າກັບສະພາບການໃໝ່ ແລະ ບັນຫາໃໝ່ຢ່າງຫຼວງຫຼາຍເຊັ່ນກັນ. ຄຽງຄູ່ກັບສະ ພາບການຂອງໂລກ ຂອງປະເທດ ແລະ ຂອງພັກໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ, ພັກສາມັກຄີ ແລະ ນຳພາປະຊາຊົນ ເພື່ອປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຊາດນັ້ນ ແມ່ນມີໜ້າທີ່ີທີ່ຍາກລໍາບາກ ແລະ ໜັກໜ່ວງກວ່າເກົ່າ, ພັກສາມັກຄີ ແລະ ນຳພາປະຊາຊົນ ເພື່ອຊຸກຍູ້ການປະຕິຮູບ ແລະ ການພັດທະນາ ປົກປັກຮັກສາຄວາມກົມກຽວ ແລະ ສະຖຽນລະພາບທາງສັງຄົມນັ້ນ ແມ່ນມີໜ້າທີ່ທີ່ຍາກລໍາບາກ ແລະ ໜັກໜ່ວງກວ່າເກົ່າ, ພັກຮັກສາຄວາມກ້າວໜ້າ ແລະ ຄວາມບໍລິສຸດນັ້ນ ແມ່ນມີໜ້າທີ່ທີ່ຍາກລໍາບາກ ແລະ ໜັກໜ່ວງກວ່າເກົ່າ. ສິ່ງເຫຼົ່ານີ້ ເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມສາມາດໃນການກຳອຳນາດ ລະດັບການນຳພາ ຄຸນທາດຂອງຖັນແຖວ ການຕ້ານການສໍ້ລາດບັງຫຼວງ ແລະ ການປ້ອງກັນການເສຍທາດຂາດຄຸນຂອງພັກຢູ່ພາຍໃຕ້ສະຖານະພາບໃໝ່, “ສີ່ການທົດສອບ” “ສີ່ຄວາມອັນຕະລາຍ” ທີ່ພັກປະເຊີນໜ້ານັ້ນ ແມ່ນມີລັກສະນະຍາວນານ ສັບສົນ ແລະ ຂ້ຽວຂາດ. ທົ່ວພັກຕ້ອງເລີ່ມຈາກຄວາມສູງທາງຍຸດທະສາດ ແຫ່ງການບູລະນະຖານະການກຳອຳນາດເປັນເວລາຍາວນານຂອງພັກ ແລະ ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ ເພື່ອຮັບຮູ້ຢ່າງເລິກເຊິ່ງເຖິງຄວາມໝາຍສຳຄັນຂອງການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ, ຮັກສາຄວາມໝັ້ນໃຈຢ່າງເດັດດ່ຽວ, ຮັກສາຄວາມທຸ່ນທ່ຽງ, ຍຶດໝັ້ນ ແລະ ນຳໃຊ້ບົດຮຽນອັນລ້ຳຄ່າແຫ່ງການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃນຍຸກໃໝ່ໃຫ້ດີ ດ້ວຍມາດຕະຖານທີ່ສູງກວ່າເກົ່າ ແລະ ມາດຕະການທີ່ຕົວຈິງກວ່າເກົ່າ, ປັບປຸງແກ້ໄຂບັນຫາພົ້ນເດັ່ນທີ່ປະເຊີນຢູ່ໃນການກໍ່ສ້າງພັກນັ້ນໃຫ້ດີ ລວມທັງບູລະນະ ແລະ ພັດທະນາສະພາບທາງການເມືອງທີ່ດີ ທີ່ເປັນຮູບເປັນຮ່າງຂຶ້ນຈາກການຄຸ້ມຄອງພັກ-ບໍລິຫານພັກນັ້ນໃຫ້ດີ.
ກອງປະຊຸມຄົບຄະນະ ຊີ້ອອກວ່າ: ການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານນັ້ນ ຕ້ອງຍຶດໝັ້ນລັດທິມາກ-ເລນິນ ແນວຄິດເໝົາເຈີຕຸ່ງ ທິດສະດີເຕິ້ງສຽວພິງ ແນວຄິດສຳຄັນ “ສາມຕົວແທນ” ແລະ ທັດ ສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ລົງເລິກເຊື່ອມຊຶມ ແລະ ຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບການກໍ່ສ້າງພັກ, ໂດຍປິ່ນອ້ອມການບັນລຸພາລະກຳ ແລະ ໜ້າທີ່ຂອງພັກ ຈັດຕັ້ງປະຕິບັດຂໍ້ຮຽກຮ້ອງລວມແຫ່ງການກໍ່ສ້າງພັກໃນຍຸກໃໝ່, ຖືເອົາກົດລະບຽບພັກເປັນພື້ນຖານ, ຍຶດໝັ້ນລັກສະນະເປັນກອງນຳໜ້າຂອງພັກ, ຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ ແລະ ການນຳ ພາແບບລວມສູນເປັນເອກະພາບຂອງສູນກາງພັກ, ເລັງສາຍຕາໃສ່ການຍົກສູງຄວາມສາມາດໃນການກຳອຳນາດເປັນເວລາຍາວນານຂອງພັກ ຮັກສາຄວາມກ້າວໜ້າ ແລະ ຄວາມບໍລິສຸດຂອງພັກ ແລະ ຮັກສາການພົວພັນແບບກາຍອິນຊີລະ ຫວ່າງພັກກັບປະຊາຊົນ, ຍຶດໝັ້ນທໍານອງພື້ນຖານແຫ່ງຄວາມເຂັ້ມງວດຢ່າງບໍ່ຫວັ່ນໄຫວຄອນແຄນ, ປັບປຸງລະບົບການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ຄົບຖ້ວນ, ຖືເອົາການກໍ່ສ້າງການເມືອງຂອງພັກເປັນສິ່ງນຳພາ, ຊຸກຍູ້ການກໍ່ສ້າງທຸກດ້ານຂອງພັກຢ່າງຮອບດ້ານ, ລະດົມຊຸກຍູ້ຄວາມຫ້າວຫັນ ຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງຂອງທົ່ວພັກຢ່າງເຕັມທີ່, ບັນລຸການສະສາງລ້າງສວ່າຍຕົນເອງ ປັບປຸງຕົນເອງ ປະຕິຮູບຕົນເອງ ແລະ ຍົກສູງລະດັບຕົນເອງຂອງພັກຢ່າງບໍ່ຢຸດຢັ້ງ, ເສີມສ້າງກຳລັງນຳພາດ້ານການເມືອງ ກຳລັງຊີ້ນຳດ້ານແນວຄິດ ກຳລັງຈັດຕັ້ງປະຊາຊົນ ແລະ ກຳລັງລະດົມຂົນຂວາຍທາງສັງຄົມຂອງພັກຢ່າງຕໍ່ເນື່ອງ, ຮັບປະກັນໃຫ້ພັກເຮົາເປັນພັກກຳອຳນາດລັດທິມາກ ທີ່ກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝ ປະຊາຊົນສະໜັບສະໜູນຢ່າງຈິງໃຈ ສາມາດຜ່ານຜ່າທຸກການທົດສອບຈາກຟ້າຝົນລົມແດງໄດ້ ແລະ ມີຊີວິດຊີວາຢ່າງສະເໝີຕົ້ນສະເໝີປາຍ, ກາຍເປັນແກນກາງແຫ່ງການນຳພາທີ່ເຂັ້ມແຂງ ຂອງພາລະກິດສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນຢ່າງສະເໝີຕົ້ນສະເໝີປາຍ.
ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ ຕ້ອງປະຕິບັດຕາມຫຼັກການດັ່ງນີ້: ຍຶດໝັ້ນຮັບໃຊ້ໃຫ້ແກ່ພາລະກຳ ແລະ ໜ້າທີ່, ຍຶດໝັ້ນຖືເອົາການກໍ່ສ້າງການເມືອງຂອງພັກເປັນສິ່ງນຳພາ, ຍຶດໝັ້ນຄວາມເຂັ້ມງວດຮອບດ້ານ, ຍຶດໝັ້ນຖືບັນຫາເປັນທິດຊີ້ນຳ, ຍຶດໝັ້ນການຮັກສາທາດແທ້ ແລະ ປະດິດສ້າງໃໝ່, ຍຶດໝັ້ນຂັ້ນເທິງນຳໜ້າຂັ້ນລຸ່ມ ແລະ ຍຶດໝັ້ນບໍລິຫານພັກຕາມຂໍ້ກຳນົດ.
ກອງປະຊຸມຄົບຄະນະ ໄດ້ມີການຈັດວາງຢ່າງເປັນລະບົບຕໍ່ການຍຶດໝັ້ນຊຸກ ຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ ໂດຍເນັ້ນໜັກການເພີ່ມທະວີຄວາມເປັນພັກຂອງຊາວຄອມມູນິດ, ຈັດຕັ້ງປະຕິບັດລະບອບລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານທີ່ມີຄຸນນະພາບສູງ ແລະ ສາມາດປະຕິບັດໜ້າທີ່ອັນສຳຄັນໃນການຟຶ້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ, ສ້າງລະບົບການຈັດຕັ້ງທີ່ຖີ່ຖ້ວນໂດຍສອດຫ້ອຍຂັ້ນເທິງກັບຂັ້ນລຸ່ມ ແລະ ປະຕິບັດງານຢ່າງເຂັ້ມແຂງ, ສືບຕໍ່ປັບປຸງແບບແຜນ ແລະ ເຂັ້ມງວດວິໄນຢ່າງບໍ່ຢຸດຢັ້ງ, ເດັດດ່ຽວຊຸກຍູ້ການບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງຢ່າງເປັນອັນໜຶ່ງອັນດຽວກັນ, ຍຶດໝັ້ນການບໍລິຫານພັກດ້ວຍລະບຽບການ ແລະ ບໍລິຫານພັກຕາມຂໍ້ກໍານົດ, ປັບປຸງລະບົບຕິດຕາມກວດກາຂອງພັກ-ລັດໃຫ້ສົມບູນ ແລະ ຮັດແໜ້ນຄວາມຮັບຜິດຊອບດ້ານການຄຸ້ມຄອງພັກ-ບໍລິຫານພັກ.
ກອງປະຊຸມຄົບຄະນະ ສະເໜີວ່າ: ການເພີ່ມທະວີຄວາມເປັນພັກແມ່ນໜ້າທີ່ທີ່ມີລັກສະນະພື້ນຖານໃນການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ. ຕ້ອງຊຸກຍູ້ໃຫ້ບັນດາສະມາຊິກພັກ ແລະ ພະນັກງານ ຍຶດໝັ້ນທາດແທ້ ແລະ ຈຸດປະສົງຂອງພັກ, ເພີ່ມທະວີສະຕິພັກ ສະຕິສະມາຊິກພັກ ແລະ ສະຕິກອງນຳໜ້າ, ຖືເອົາການເພີ່ມທະວີການຫຼໍ່ຫຼອມຄວາມເປັນພັກເປັນຫົວຂໍ້ຕະຫຼອດຊີວິດ, ສຸມຄວາມພະຍາມໃນດ້ານຕ່າງໆ ເຊັ່ນ: ການຮັກສາອຸດົມການ ແລະ ຄວາມເຊື່ອໝັ້ນຢ່າງເດັດດ່ຽວ,ສ້າງຄວາມຈົງຮັກພັກດີຕໍ່ພັກຢ່າງໜັກແໜ້ນ, ບຳລຸງສ້າງຈິດໃຈເພື່ອປະຊາຊົນຢ່າງແໜ້ນໜາ, ຍຶດໝັ້ນສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ບຳລຸງສ້າງຄຸນສົມບັດທີ່ບໍລິສຸດ ແລະ ເປັນທຳ, ຮັກສາຄວາມປອດໃສຂາວສະອາດ ແລະ ອື່ນໆ, ເຮັດໄດ້ເຖິງຂັ້ນທີ່ມີຄວາມຈົງຮັກພັກດີ ປອດໃສຂາວສະອາດ ແລະ ມີຄວາມຮັບຜິດຊອບ, ຮັກສາທາດແທ້ການເມືອງຂອງຊາວຄອມມູນິດຢ່າງສະເໝີຕົ້ນສະ ເໝີປາຍ. ຕ້ອງເພີ່ມທະວີການສຶກສາອົບຮົມກ່ຽວກັບຄວາມຈົງຮັກພັກດີຕໍ່ພັກ, ຍຶດໝັ້ນເຕົ້າໂຮມຈິດໃຈ ແລະ ຝຶກຝົນຫຼໍ່ຫຼອມຈິດວິນຍານດ້ວຍທິດສະດີປະດິດສ້າງ ໃໝ່ຂອງພັກ, ນຳໃຊ້ມູນເຊື້ອທີ່ດີງາມຂອງພັກ ແລະ ວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງປະຊາຊາດຈີນເພື່ອຫຼໍ່ຫຼອມຄວາມເປັນພັກ, ຝຶກຝົນຫຼໍ່ຫຼອມຄວາມເປັນພັກໃນພຶດຕິກຳຕົວຈິງ ແລະ ເພີ່ມທະວີການຈຳແນກຄວາມເປັນພັກ.
ກອງປະຊຸມຄົບຄະນະ ສະເໜີວ່າ: ລະບອບລວມສູນປະຊາທິປະໄຕ ແມ່ນຫຼັກການຈັດຕັ້ງ ແລະ ລະບຽບການນຳພາພື້ນຖານຂອງພັກ, ການຈັດຕັ້ງປະຕິບັດລະ ບອບລວມສູນປະຊາທິປະໄຕ ແມ່ນຄວາມຮຽກຮ້ອງໃນຕົວສຳລັບການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ. ຕ້ອງປັບປຸງ ແລະ ຈັດຕັ້ງປະຕິບັດລະບຽບການຕ່າງໆຂອງລະບອບລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງເຕັມທີ່, ດຳເນີນການລວມສູນທີ່ຖືກຕ້ອງຢ່າງມີປະສິດທິຜົນ, ເສີມຂະຫຍາຍ ທ່າແຮງດ້ານການເມືອງ ທ່າແຮງດ້ານການຈັດຕັ້ງ ທ່າແຮງດ້ານລະບອບ ແລະ ທ່າແຮງດ້ານການດຳເນີນງານ ຂອງລະບອບລວມສູນປະຊາທິປະໄຕໃຫ້ດີກວ່າ ເກົ່າ. ຕ້ອງຍຶດໝັ້ນ ແລະ ເພີ່ມທະວີການນຳພາແບບລວມສູນເປັນເອກະພາບຂອງສູນກາງພັກ, ຍົກສູງຄຸນນະພາບຂອງປະຊາທິປະໄຕພາຍໃນພັກ, ປະຕິບັດຕາມລະບຽບການປຶກສາຫາລື ແລະ ຕັດສິນຂອງຄະນະນຳຢ່າງເຂັ້ມງວດ, ປັບປຸງການປະຕິບັດພາລະໜ້າທີ່ ແລະ ການນຳໃຊ້ສິດອຳນາດຂອງ “ການນຳສູງສຸດ” ໃຫ້ເປັນລະບຽບແບບແຜນ.
ກອງປະຊຸມຄົບຄະນະ ສະເໜີວ່າ: ຂໍກຸນແຈຂອງການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ ຂຶ້ນຢູ່ກັບການບໍລິຫານພະນັກງານບໍລິຫານຢ່າງເຂັ້ມງວດ. ຕ້ອງຈັດຕັ້ງປະຕິບັດຕາມແນວທາງການຈັດຕັ້ງຂອງພັກໃນຍຸກໃໝ່, ດຳເນີນການສຶກສາອົບຮົມ ບໍາລຸງສ້າງ ຄັດເລືອກນຳໃຊ້ ຄຸ້ມຄອງ ແລະ ຕິດຕາມກວດກາພະນັກ ງານຢ່າງເຂັ້ມງວດ, ສ້າງຖັນແຖວພະນັກງານທີ່ມີຄຸນນະພາບສູງ ໂດຍມີຄວາມແຂງແກ່ນດ້ານການເມືອງ ມີຄວາມຮູ້ຄວາມສາມາດສູງ ມີແບບແຜນທີ່ດີງາມ ແລະ ມີລະບຽບວິໄນທີ່ເຂັ້ມງວດ. ຕ້ອງຍຶດໝັ້ນທິດຊີ້ນຳທີ່ຖືກຕ້ອງໃນການນຳໃຊ້ພະນັກ ງານ, ຄັດເລືອກ ແລະ ນຳໃຊ້ພະນັກງານຕາມຫຼັກວິທະຍາສາດ ຢ່າງຖືກເປົ້າ ໝາຍ, ຊຸກຍູ້ໃຫ້ພະນັກງານສ້າງ ແລະ ປະຕິບັດຕາມທັດສະນະທີ່ຖືກຕ້ອງກ່ຽວກັບຜົນງານການບໍລິຫານ, ເສີມສ້າງຄວາມຮູ້ຄວາມສາມາດຂອງພະນັກງານໃນການປະຕິບັດວຽກງານ ແລະ ສ້າງພາລະກິດ, ຍົກສູງຄຸນນະພາບຂອງການບຳລຸງສ້າງ ແລະ ຄັດເລືອກພະນັກງານໜຸ່ມທີ່ດີເດັ່ນ, ເພີ່ມທະວີການຄຸ້ມຄອງ ແລະ ການຕິດ ຕາມກວດກາພະນັກງານ, ບຳລຸງສ້າງ ນຳເຂົ້າ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ດີໃນທຸກທິດທາງ.
ກອງປະຊຸມຄົບຄະນະ ສະເໜີວ່າ: ອົງການຈັດຕັ້ງທຸກຂັ້ນຂອງພັກ ແມ່ນຕົວຫຼັກໃນການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ. ຕ້ອງຊຸກຍູ້ການກໍ່ສ້າງອົງການພັກໃນທຸກຂັ້ນ ທຸກລະດັບ ແລະ ທຸກຂົງເຂດຢ່າງເປັນລະບົບ, ເພີ່ມທະວີພາລະບົດບາດດ້ານການເມືອງ ແລະ ການຈັດຕັ້ງຂອງອົງການພັກ, ຮັບປະກັນໃຫ້ຂັ້ນເທິງ ແລະ ຂັ້ນລຸ່ມປະສານສົມທົບກັນ ຖືກເປົ້າໝາຍ ແລະ ມີປະສິດທິພາບສູງໃນການຈັດຕັ້ງປະຕິບັດແນວທາງ ທິດທາງ ແລະ ນະໂຍບາຍຂອງພັກ ລວມທັງນະ ໂຍບາຍ ແລະ ການຈັດວາງຂອງສູນກາງພັກ. ຕ້ອງເສີມຂະຫຍາຍບົດບາດເປັນແບບຢ່າງນຳໜ້າຂອງອົງການພັກໃນກົງຈັກສູນກາງພັກ ແລະ ລັດ, ເສີມສ້າງພາລະບົດ ບາດຂອງຄະນະພັກທ້ອງຖິ່ນ, ວາງແຜນເປັນເອກະພາບກັນເພື່ອຊຸກຍູ້ການກໍ່ສ້າງອົງການພັກຂັ້ນຮາກຖານໃນທຸກຂົງເຂດ, ກໍາແໜ້ນວຽກງານກໍ່ສ້າງພັກໃນຂົງເຂດຈະເລີນໃໝ່ຢ່າງພົ້ນເດັ່ນ, ເພີ່ມທະວີການສ້າງຖັນແຖວສະມາຊິກພັກ ແລະ ປັບປຸງກົນໄກເຊື່ອມໂຍງເຂົ້າກັນລະຫວ່າງອົງການຈັດຕັ້ງທຸກຂັ້ນຂອງພັກໃຫ້ສົມບູນ.
ກອງປະຊຸມຄົບຄະນະ ສະເໜີວ່າ: ການປັບປຸງແບບແຜນ ແລະ ເຂັ້ມງວດວິໄນ ແມ່ນມາດຕະການທີ່ແຂງແຮງຂອງການບໍລິຫານພັກຢ່າງເຂັ້ມງວດຮອບ ດ້ານ. ຕ້ອງຍຶດໝັ້ນກຳແໜ້ນວຽກງານກ່ຽວກັບຄວາມເປັນພັກ ແບບແຜນພັກ ແລະ ວິໄນພັກໄປພ້ອມກັນ, ການປັບປຸງແບບແຜນ ເຂັ້ມງວດວິໄນ ແລະ ການຕ້ານການສໍ້ລາດບັງຫຼວງຕ້ອງຍຶດໝັ້ນເຊື່ອມຕໍ່ເຂົ້າກັນ, ລົງເລິກການນໍາໃຊ້ບົດຮຽນດ້ານການຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ ຈາກການກໍາແໜ້ນແບບ ແຜນ, ປັບປຸງແບບແຜນຢ່າງບໍ່ຢຸດຢັ້ງ, ຄຸ້ມຄອງພັກ-ບໍລິຫານພັກດ້ວຍລະບຽບວິໄນທີ່ເຂັ້ມງວດ, ເຕົ້າໂຮມຈິດໃຈ ແລະ ກໍາລັງແຮງດ້ວຍພາບພົດອັນດີງາມ. ຕ້ອງເດີນຕາມແນວທາງມະຫາຊົນຂອງພັກໃນຍຸກໃໝ່ເປັນຢ່າງດີ, ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈກົດເຫຼັກ 8 ຂໍ້ຂອງສູນກາງພັກຢ່າງບໍ່ລົດລະ, ຊຸກຍູ້ການກໍ່ສ້າງແບບແຜນໃຫ້ເປັນປົກກະຕິ ແລະ ເປັນເວລາຍາວນານ, ເພີ່ມທະວີການປະຕິບັດວິໄນຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດຜູກມັດ ຮັບປະກັນ ແລະ ໃຫ້ກໍາລັງໃຈຂອງການສຶກສາອົບຮົມລະບຽບວິໄນໂດຍລວມ.
ກອງປະຊຸມຄົບຄະນະ ສະເໜີວ່າ: ການຊຸກຍູ້ການບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງຢ່າງເປັນອັນໜຶ່ງອັນດຽວກັນ ແມ່ນແຜນຍຸດທະສາດສໍາຄັນຂອງການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ ແລະ ທິດທາງພື້ນຖານຂອງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ຕ້ອງຈົດຈໍາໃຫ້ແໜ້ນວ່າ: ນອກຈາກຜົນປະໂຫຍດຂອງຊົນຊັ້ນກໍາມະກອນ ແລະ ປະຊາຊົນຈໍານວນມະຫາ ສານທີ່ສຸດແລ້ວ, ພັກບໍ່ມີຜົນປະໂຫຍດພິເສດອື່ນໃດຂອງຕົນ, ພັກ ແລະ ການສໍ້ລາດບັງຫຼວງຢູ່່ຮ່ວມກັນບໍ່ໄດ້ປານນໍ້າກັບໄຟ, ເດັດດ່ຽວເດີນຕາມເສັ້ນທາງແຫ່ງການຕໍ່ຕ້ານການສໍ້ລາດບັງຫຼວງທີ່ມີສີສັນພິເສດຂອງຈີນ, ເພີ່ມທະວີການນໍາພາແບບລວມສູນເປັນເອກະພາບຂອງສູນກາງພັກ ຕໍ່ວຽກງານຕ້ານການສໍ້ລາດບັງຫຼວງ, ໃຫ້ຄວາມສໍາຄັນຫຼາຍກວ່າເກົ່າຕໍ່ການປັບປຸງທັງຕົ້ນເຫດ ແລະ ປາຍເຫດ ແລະ ປະຕິບັດການແກ້ໄຂຢ່າງເປັນລະບົບ, ຍຶດໝັ້ນການລົງໂທດຢ່າງເຂັ້ມງວດ ແກ້ໄຂຢ່າງຖືກເປົ້າໝາຍ ປ້ອງກັນຢ່າງບັງເກີດຜົນ ແລະ ກໍາແໜ້ນຢ່າງເປັນອັນໜຶ່ງອັນດຽວກັນ, ດໍາເນີນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຈົນເຖິງທີ່ສຸດ. ຕ້ອງຮັກສາການກົດດັນລະດັບສູງໃນການລົງໂທດການສໍ້ລາດບັງຫຼວງ, ເພີ່ມທະວີການ ຈໍາກັດ ແລະ ຕິດຕາມກວດກາການໃຊ້ສິດອໍານາດ, ຮັດແໜ້ນພື້ນຖານແນວຄິດໃນການສົ່ງເສີມຄວາມປອດໃສຂາວສະອາດ ແລະ ຕ້ານການສໍ້ລາດບັງຫຼວງ, ເພີ່ມທະວີປະສິດທິພາບໂດຍລວມຂອງການຊຸກຍູ້ການບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງຢ່າງເປັນອັນໜຶ່ງອັນດຽວກັນ.
ກອງປະຊຸມຄົບຄະນະ ສະເໜີວ່າ: ການເພີ່ມທະວີການສ້າງຂໍ້ກໍານົດ ແລະ ລະບຽບການພາຍໃນພັກ ແມ່ນນະໂຍບາຍຍາວນານ ແລະ ນະໂຍບາຍພື້ນຖານຂອງການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ. ຕ້ອງຍຶດໝັ້ນການຖືເອົາກົດລະ ບຽບພັກເປັນລະບຽບແບບແຜນດ້ານການປະພຶດພື້ນຖານຂອງທົ່ວພັກ, ລົງເລິກການປະຕິຮູບລະບຽບການກໍ່ສ້າງພັກ, ຊຸກຍູ້ການປົກຄອງປະເທດຕາມກົດໝາຍ ແລະ ການບໍລິຫານພັກຕາມຂໍ້ກໍານົດ ໃຫ້ເປັນເອກະພາບກັນແບບກາຍອິນຊີ ເພື່ອສະໜອງຄວາມຮັບປະກັນດ້ານລະບຽບການທີ່ເຂັ້ມແຂງ ໃຫ້ແກ່ການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ. ຕ້ອງປັບປຸງລະບົບຂໍ້ກໍານົດ ແລະ ລະບຽບການພາຍໃນພັກໃຫ້ສົມບູນ, ເພີ່ມທະວີຄວາມສາມາດປະຕິ ບັດລະບຽບການ ແລະ ກໍາຈັດກົດລະບຽບທີ່ແຝງຊ້ອນຢ່າງເຂັ້ມແຂງ.
ກອງປະຊຸມຄົບຄະນະ ສະເໜີວ່າ: ການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານນັ້ນ ຕ້ອງປັບປຸງລະບົບຕິດຕາມກວດກາຂອງພັກ-ລັດໃຫ້ສົມບູນຕື່ມອີກ. ຕ້ອງເຮັດວຽກຕິດຕາມກວດກາແບບຮອບດ້ານຂອງຄະນະພັກ (ຈຸພັກການນໍາ) ຢ່າງແທ້ຈິງ, ປັບປຸງໂຄງປະກອບການນໍາພາວຽກງານກວດກາຂອງພັກ-ລັດໂດຍສອງຂັ້ນ ຄື: ຄະນະພັກຂັ້ນຕົນ ແລະ ອົງການກວດກາຂັ້ນເທິງ, ຊຸກຍູ້ການຕິດຕາມກວດກາພາຍໃນພັກກັບການຕິດຕາມກວດກາຈາກຝ່າຍຕ່າງໆ ໃຫ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ປະສານສົມທົບກັນຢ່າງມີປະສິດທິພາບສູງ, ເສີມຂະຫຍາຍບົດບາດທີ່ເປັນດາບແຫຼມຄົມ ຂອງການເຄື່ອນໄຫວຕິດຕາມກວດກາຢູ່ແຕ່ລະສໍານັກງານອົງການໂດຍລວມ.
ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ ແມ່ນໜ້າທີ່ຮັບຜິດຊອບທາງການເມືອງຮ່ວມຂອງທົ່ວພັກ. ຕ້ອງກໍາແໜ້ນຂໍກຸນແຈຂອງລະບຽບການໃນດ້ານຄວາມຮັບຜິດ ຊອບການຄຸ້ມຄອງພັກ-ບໍລິຫານພັກ, ບູລະນະລະບົບຄວາມຮັບຜິດຊອບທີ່ແບກຫາບໜ້າທີ່ຮັບຜິດຊອບຂອງໃຜລາວ ແລະ ປະສານງານເປັນເອກະພາບກັນ, ປັບ ປຸງກົນໄກປະເມີນການຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບໃຫ້ດີຂຶ້ນ, ສືບຫາຄວາມຮັບຜິດຊອບຢ່າງເຄັ່ງຂຶມຕໍ່ສະພາບທີ່ບໍ່ແຂງແຮງ ແລະ ເກີດບັນຫາໜັກໜ່ວງໃນການຄຸ້ມຄອງພັກ-ບໍລິຫານພັກ.
ກອງປະຊຸມຄົບຄະນະ ຊີ້ອອກວ່າ: ການເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄົບຄະນະຄັ້ງນີ້ຢ່າງລົງເລິກ ເປັນໜ້າທີ່ການເມືອງທີ່ສຳຄັນຢ່າງຍິ່ງຂອງທົ່ວພັກໃນສະເພາະໜ້າ ແລະ ໄລຍະໜຶ່ງຕໍ່ໄປ. ຕ້ອງເຊື່ອມຊຶມ ແລະ ເຂົ້າໃຈເນື້ອໃນຈິດໃຈກອງປະຊຸມຄົບຄະນະຄັ້ງນີ້ຢ່າງລົງເລິກ, ເພີ່ມທະວີການຈັດຕັ້ງ ແລະ ນໍາພາ, ສຸມຄວາມພະຍາ ຍາມເຂົ້າໃນການແກ້ໄຂບັນຫາພົ້ນເດັ່ນຢ່າງຕໍ່ເນື່ອງ ແລະ ຊຸກຍູ້ການຈັດວາງຕ່າງໆ ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງໃຫ້ເປັນຮູບປະທໍາ.
ກອງປະຊຸມຄົບຄະນະ ເນັ້ນໜັກວ່າ: ຕ້ອງປະຕິບັດວຽກງານຕ່າງໆ ໃນທ້າຍປີນີ້ ແລະ ຕົ້ນປີໜ້າໃຫ້ດີ. ຍຶດໝັ້ນທໍານອງພື້ນຖານລວມແຫ່ງການເຮັດວຽກທີ່ສະແຫວງຫາການພັດທະນາໃນຄວາມໝັ້ນທ່ຽງ, ຈັດຕັ້ງປະຕິບັດທັດສະນະພັດທະນາແບບໃໝ່ຢ່າງຄົບຖ້ວນ ຖືກຕ້ອງ ແລະ ຮອບດ້ານ, ເລັ່ງລັດການສ້າງສະພາບການພັດທະນາແບບໃໝ່, ນໍາໃຊ້ນະໂຍບາຍມະຫາພາກເປັນຢ່າງດີ ແລະ ເຕັມທີ່, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານຄວາມຕ້ອງການພາຍໃນຢ່າງລົງເລິກ, ລົງເລິກການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກຕື່ມອີກ, ຊຸກຍູ້ໃຫ້ເສດຖະກິດໄດ້ຮັບການພັດທະນາອັນໃໝ່ ອັນເດັ່ນ ອັນດີ, ຮັບປະກັນໃຫ້ບັນລຸໜ້າທີ່ ແລະ ເປົ້າໝາຍຕົ້ນຕໍດ້ານການພັດທະນາເສດຖະກິດ-ສັງຄົມໃນປີນີ້ ແລະ ບັນລຸການເລີ່ມຕົ້ນທີ່ດີຂອງ “ແຜນພັດທະນາ 5 ປີ ຄັ້ງທີ XV”. ວາງແຜນເປັນເອກະພາບກັນກ່ຽວກັບການພັດທະນາ ແລະ ຄວາມໝັ້ນຄົງ, ເພີ່ມທະວີການພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ມີລັກສະນະພື້ນຖານ ແລະ ມີການຄໍ້າປະກັນຂັ້ນສຸດທ້າຍ, ປະຕິບັດວຽກງານການຜະລິດຢ່າງປອດໄພ ປ້ອງກັນໄພພິບັດ ຫຼຸດຜ່ອນໄພພິບັດ ກູ້ໄພ ຄວາມປອດໄພຂອງອາຫານ ແລະ ຢາ ກໍຄື ສະຖຽນລະພາບທາງສັງຄົມໃຫ້ດີ. ປັບປຸງ ແລະ ເສີມຂະຫຍາຍໝາກຜົນແຫ່ງການສຶກສາອົບຮົມດ້ານການສ້າງ ແລະ ປະຕິບັດທັດສະນະທີ່ຖືກຕ້ອງກ່ຽວກັບຜົນງານການບໍລິຫານ, ສົມທົບກັບການປ່ຽນສະໄໝໃນການກໍາແໜ້ນການຝຶກອົບຮົມກ່ຽວກັບທັດສະນະຜົນງານການບໍລິຫານສໍາລັບສະມາຊິກຄະນະນໍາ ໂດຍສະ ເພາະແມ່ນ “ການນໍາສູງສຸດ” ທີ່ຂຶ້ນຮັບຕໍາແໜ່ງໃໝ່, ສຶກສາອົບຮົມ ແລະ ນໍາພາເຂົາເຈົ້າໃຫ້ມີຄວາມຕື່ນຕົວໃນການຍຶດໝັ້ນການສ້າງຕັ້ງພັກເພື່ອສ່ວນລວມ ນໍາເອົາຄວາມຜາສຸກມາໃຫ້ແກ່ປະຊາຊົນ ກຳນົດນະໂຍບາຍຕາມຫຼັກວິທະຍາສາດ ແລະ ເຮັດແທ້ທໍາຈິງ, ພະຍາຍາມສ້າງຜົນງານການບໍລິຫານເພື່ອປະຊາຊົນ ແລະ ສ້າງຜົນງານການບໍລິຫານດ້ວຍການເຮັດແທ້ທໍາຈິງ.
ກອງປະຊຸມຄົບຄະນະ ຕົກລົງຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XXI ຂອງພັກຄອມມູນິດຈີນຢູ່ນະຄອນຫຼວງປັກກິ່ງພາຍໃນ 6 ເດືອນທ້າຍປີ 2027. ກອງປະຊຸມຄົບຄະນະເຫັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ XXI ຂອງພັກແມ່ນກອງປະຊຸມໜຶ່ງທີ່ມີຄວາມໝາຍສຳຄັນທີ່ສຸດຂອງພັກເຮົາ ທ່າມກາງໄລຍະສໍາຄັນແຫ່ງການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ ແລະ ກ້າວໄປສູ່ການເດີນ ທາງຄັ້ງໃໝ່ແຫ່ງເປົ້າໝາຍສູ້ຊົນຮ້ອຍປີເຫດການທີ 2, ແມ່ນເຫດການໃຫຍ່ໃນຊີວິດການເມືອງຂອງພັກ ແລະ ປະເທດຊາດ. ທົ່ວພັກຕ້ອງສາມັກຄີນໍາພາປະຊາ ຊົນບັນດາເຜົ່າໃນທົ່ວປະເທດ ຮ່ວມແຮງຮ່ວມໃຈກັນ ແລະ ບຸກບືນກ້າວໄປຂ້າງໜ້າ, ຮ່ວມກັນສູ້ຊົນຜ່ານຜ່າເພື່ອບັນລຸສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານ, ສ້າງສະພາບການໃໝ່ແຫ່ງການຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ, ຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XXI ຂອງພັກທີ່ຈະໄຂຂຶ້ນຢ່າງມີໄຊດ້ວຍການກະທໍາຕົວຈິງ.
ກອງປະຊຸມຄົບຄະນະ ໄດ້ເລືອກຕັ້ງເອົາ ສະຫາຍ ຈ່າງເຊີ່ງມີນ ເປັນກຳມະການກົມການເມືອງສູນກາງພັກ.
ອີງຕາມຂໍ້ກໍານົດໃນກົດລະບຽບພັກ, ກອງປະຊຸມຄົບຄະນະຕົກລົງເລື່ອນສະຫາຍ ລູຕົ່ງລ້ຽງ, ສະຫາຍ ປ່າວກ່າງ, ສະຫາຍ ຊິງຊ້ານພິງ, ສະຫາຍ ສວີຢິງພູ, ສະຫາຍ ຫຼວີຈວິ່ນ, ສະຫາຍ ຈູ່ທ່ຽນຊູ່, ສະຫາຍ ຈູ່ກົວຊຽນ, ສະຫາຍ ລິວຈວິ່ນ, ສະຫາຍ ລິວເຈຍ ແລະ ສະຫາຍ ລິວຊຽງ ທີ່ເປັນກຳມະການສຳຮອງຄະນະກຳມະການສູນກາງພັກ ຂຶ້ນເປັນກຳມະການຄະນະກຳມະການສູນກາງພັກ.
ກອງປະຊຸມຄົບຄະນະ ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສືບສວນສອບສວນຂອງຄະນະກວດກາສູນກາງພັກ ກ່ຽວກັບບັນຫາລະເມີດລະບຽບວິໄນ ແລະ ກົດໝາຍຢ່າງໜັກໜ່ວງຂອງ ໝ໋າຊິ່ງຢຸ້ຍ, ລານທ່ຽນ ລີ້, ລິວຈ້ຽນຊ່າວ, ວາງລີ້ເຊຍ, ຈິ່ນຈ້ວງລົງ, ເລີຍຟານເພີຍ, ຢີ້ຮຸ້ຍໝານ, ວາງຊຽງສີ, ຊຸ່ນຊ້າວເສີງ, ຫຼີຢູນເຈີ, ເຟີ້ຍຕົ່ງປິ່ນ, ອູເຊີ້ງຮວາ, ຢວີຈ້ຽນເຟິ່ງ, ຢວນເຈຍ, ຈ່າງຈົ່ງຢາງ, ເວີ່ນກ່າງ, ຈິ່ນຕົ່ງຮານ ແລະ ຟ່າງຮົງເວີ້ຍ, ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານການສືບສວນສອບສວນຂອງຄະນະກຳມະການການທະ ຫານສູນກາງພັກຄອມມູນິດຈີນ ກ່ຽວກັບບັນຫາລະເມີດລະບຽບວິໄນ ແລະ ກົດ ໝາຍຢ່າງໜັກໜ່ວງຂອງ ຈ່າງໂຢ້ເຊຍ, ລິວເຈີ້ນລີ້, ວາງເຣີນຮວາ, ລິວຊິ່ງຊົ່ງ, ຮວງມິງ, ຫຼີຊຽວມິງ, ຫຼີເຫວີຍ, ຈ່າງຮົງປິ່ງ, ວ່າງໄຫຈ່ຽງ, ຈ່າງລິນ, ວາງເພິງ, ລິວຟ່າຊິ້ງ, ຢາງເຊີງ, ຈົ່ງຊ້າວຈວິ່ນ, ຈ້າວສຽວເຈີ ແລະ ຟ່າງຢົງຊຽງ, ໄດ້ຢືນຢັນ ການລົງວິໄນຕາມທີ່ກົມການເມືອງສູນກາງພັກໄດ້ປະຕິບັດໃນກ່ອນໜ້ານີ້ ໂດຍຂັບ ໝ໋າຊິ່ງຢຸ້ຍ, ຈ່າງໂຢ້ເຊຍ, ລິວເຈີ້ນລີ້, ລານທ່ຽນລີ້, ລິວຈ້ຽນຊ່າວ, ວາງລີ້ເຊຍ, ຈິ່ນຈ້ວງລົງ, ເລີຍຟານເພີຍ, ຢີ້ຮຸ້ຍໝານ, ວາງຊຽງສີ, ຊຸ່ນຊ້າວເສີງ, ວາງເຣີນຮວາ, ລິວຊິ່ງຊົ່ງ, ຮວງມິງ, ຫຼີຊຽວມິງ, ຫຼີເຫວີຍ, ຈ່າງຮົງປິ່ງ, ວ່າງໄຫຈ່ຽງ, ຈ່າງລິນ, ວາງເພິງ, ລິວຟ່າຊິ້ງ, ຢາງເຊີງ, ຈົ່ງຊ້າວຈວິ່ນ, ຈ້າວສຽວເຈີ, ເຟີ້ຍຕົ່ງປິ່ນ, ອູເຊີ້ງ ຮວາ, ຢວີຈ້ຽນເຟິ່ງ, ຢວນເຈຍ, ຈ່າງຈົ່ງຢາງ, ເວີ່ນກ່າງ, ຈິ່ນຕົ່ງຮານ, ຟ່າງຮົງເວີ້ຍ ແລະ ຟ່າງຢົງຊຽງ ອອກຈາກພັກ, ນອກນີ້ ຍັງປົດຕຳແໜ່ງພາຍໃນພັກຂອງ ຫຼີຢູນເຈີ.
ກອງປະຊຸມຄົບຄະນະ ຮຽກຮ້ອງໃຫ້ທົ່ວພັກຈົ່ງສາມັກຄີກັນຢ່າງແໜ້ນແຟ້ນກວ່າເກົ່າຢູ່ອ້ອມຂ້າງສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນໍາ, ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ປຸກໃຈຕົນເອງເພື່ອສ້າງຊາດໃຫ້ເຂັ້ມແຂງ, ມີມານະບຸກບືນສູ້ຊົນສະ ແຫວງຫາຄວາມເຂັ້ມແຂງ, ຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບ ດ້ານໃຫ້ສືບຕໍ່ຍາວນານ, ສ້າງສະພາບການໃໝ່ແຫ່ງການຄຸ້ມຄອງພັກ-ບໍລິຫານພັກ ແລະ ສ້າງພັກໃຫ້ຈະເລີນເຂັ້ມແຂງໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດບຸກບືນສູ້ຊົນຢ່າງບໍ່ລົດລະ ເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ ຢ່າງຮອບ ດ້ານດ້ວຍຄວາມທັນສະໄໝແບບຈີນ.
ຄໍາເຫັນ