ທີມງານຄົ້ນຄວ້າໄດ້ໃຊ້ຂໍ້ມູນສະພາບອາກາດໃນອະດີດ ແລະ ຂໍ້ມູນດາວທຽມ ເພື່ອສ້າງແບບຈຳລອງວ່າຄວັນ ແລະ ອະນຸພາກໃນອາກາດ ມີຜົນກະທົບຕໍ່ການຜະລິດພະລັງງານແສງຕາເວັນ ແລະ ອຸນຫະພູມຂອງແຜງພະລັງງານແສງຕາເວັນ ແນວໃດ ໃນລະຫວ່າງເຫດການໄຟໄໝ້ປ່າຄັ້ງໃຫຍ່ສອງຄັ້ງໃນອົສຕຣາລີ.
ນັກຄົ້ນຄວ້າພົບວ່າ: ຄວັນ ແລະ ອະນຸພາກໃນອາກາດ ໄດ້ຫຼຸດປະລິມານແສງແດດທີ່ສ່ອງເຖິງແຜງພະລັງງານແສງຕາເວັນ ຊຶ່ງເຮັດໃຫ້ການຜະລິດໄຟຟ້າຫຼຸດລົງ. ໂດຍໃນໄລຍະໄຟໄໝ້ປ່າທີ່ຮຸນແຮງທີ່ສຸດໃນອົສຕຣາລີ (Black Summer) ເມື່ອປີ 2019-2020 ພົບວ່າປະລິມານການຜະລິດໄຟຟ້າໄດ້ຫຼຸດລົງເຖິງ 70% ເປັນເວລາຫຼາຍມື້ຕິດຕໍ່ກັນພາຍໃນລັດສະໝີ 50 ກິໂລແມັດຈາກຈຸດເກີດໄຟໄໝ້ ແລະ ຫຼຸດລົງສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ, ຍ້ອນວ່າລົມພັດຄວັນໄຟເຂົ້າໄປໃນແຜ່ນດິນ.
ໃນລະຫວ່າງໄຟໄໝ້ປ່າຮຸນແຮງທີ່ສຸດ ໃນລັດວິກຕໍເຣຍ ປະເທດອົສຕຣາລີ ເມື່ອປີ 2009, ການຜະລິດໄຟຟ້າໄດ້ຫຼຸດລົງ 18% ໃນເຂດທີ່ຢູ່ໃກ້ກັບໄຟໄໝ້ ແລະ ຫຼຸດລົງເຖິງ 10% ໃນເຂດທີ່ຢູ່ໄກກວ່າ.
ການຄົ້ນຄວ້າແນະນຳໃຫ້ລວມເອົາຂໍ້ມູນກ່ຽວກັບໄຟໄໝ້ປ່າ, ຮູບແບບລົມ ແລະ ຮູບແບບການເຄື່ອນທີ່ຂອງຄວັນເພື່ອຊ່ວຍຄາດຄະເນວ່າໂຮງໄຟຟ້າແສງຕາເວັນໃດອາດຈະໄດ້ຮັບຜົນກະທົບ ຊຶ່ງຈະຊ່ວຍໃຫ້ຜູ້ປະກອບການສາມາດວາງແຜນການກວດກາ, ກຳນົດເວລາການເຮັດຄວາມສະອາດ ຫຼື ປ່ຽນຕຳແໜ່ງແຜງພະລັງງານແສງຕາເວັນກ່ອນທີ່ຄວັນຈະມາຮອດ.
ຄໍາເຫັນ