ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ທ່ານ ບຣູໂນ ໂຣດຣິເກສ ປາຣິນລາ ລັດຖະມົນຕີກະຊວງການຕ່າງປະເທດກູບາ ໄດ້ແຈ້ງຜ່ານທາງສື່ສັງຄົມອອນລາຍໃນມື້ດຽວກັນວ່າ: ການທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິດັ່ງກ່າວເປັນ “ໄຊຊະນະອີກຄັ້ງຂອງກູບາ”. ທ່ານກ່າວຕື່ມວ່າ: ຜົນການລົງຄະແນນສຽງຄັ້ງນີ້ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: “ກູບາບໍ່ແມ່ນໄພຂົ່ມຂູ່ ແຕ່ການປິດລ້ອມຈຶ່ງແມ່ນໄພຂົ່ມຂູ່”.
ຄໍາເຫັນ