ທ່ານ ນາຊີຣ ກ່າວວ່າ: ຄະນະເຮັດວຽກດັ່ງກ່າວຈະປະສານງານການຮ່ວມມືກ່ຽວກັບການແລກປ່ຽນຂໍ້ມູນ, ຂໍ້ມູນຂ່າວສານທາງດ້ານການເງິນ, ການລວບລວມຫຼັກຖານຂ້າມຊາຍແດນ ແລະ ຕິດຕາມການຢຶດຊັບສິນເທົ່າທີ່ສາມາດດຳເນີນການໄດ້. ໂດຍທັງສອງປະເທດຫວັງວ່າການຮ່ວມມືຄັ້ງນີ້ຈະຊ່ວຍສະກັດກັ້ນບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟ ໄໝ້ປ່າ ແລະ ປ້ອງກັນໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນໃນອະນາຄົດ.
ໃນຂະນະດຽວກັນ, ໃນວັນ 27 ຕຸລາ ຜ່ານມາ, ທ່ານນາງ ເກຣສ ຟູ ລັດຖະມົນຕີກະຊວງຄວາມຍືນຍົງ ແລະ ສິ່ງແວດລ້ອມຂອງສິງກະໂປ ໄດ້ເປີດເຜີຍວ່າ, ສິງກະໂປກຳລັງກະກຽມທີ່ຈະເພີ່ມຄວາມເຂັ້ມງວດຂອງກົດໝາຍທີ່ມີຢູ່ແລ້ວ ເຊັ່ນ: ກົດໝາຍວ່າດ້ວຍໝອກຄວັນຂ້າມຊາຍແດນ ແລະ ຈະອອກກົດໝາຍໃໝ່ຖ້າຫາກຈຳເປັນ ເພື່ອດຳເນີນຄະດີກັບບໍລິສັດທີ່ມີສ່ວນເຮັດໃຫ້ເກີດບັນຫາໝອກຄວັນ ຊຶ່ງມາດຕະການເຫຼົ່ານີ້ມີຈຸດປະສົງເພື່ອປິດຊ່ອງຫວ່າງໃນການບັງຄັບໃຊ້ກົດໝາຍ, ເພີ່ມຄວາມຮັບຜິດຊອບຂອງພາກທຸລະກິດ ແລະ ປັບປຸງຂະບວນການສືບສວນ ແລະ ການດຳເນີນການຂັ້ນເດັດຂາດ.
ທ່ານນາງ ເກຣສ ຟູ ຍັງໄດ້ກ່າວວ່າ: ລັດຖະບານສິງກະໂປໄດ້ສ້າງຕັ້ງຄະນະຜູ້ຊ່ຽວຊານ ຊຶ່ງປະກອບດ້ວຍບໍລິສັດກົດໝາຍ, ບໍລິສັດກວດສອບບັນຊີ ແລະ ບໍລິສັດສືບສວນ, ເພື່ອສະໜັບສະໜູນການສືບສວນຂ້າມຊາຍແດນກ່ຽວກັບການດຳເນີນທຸລະກິດ, ການເຊື່ອມຕໍ່ລະຫວ່າງບໍລິສັດຕ່າງໆ ແລະ ລະບົບຕ່ອງໂສ້ການສະໜອງຂອງບໍລິສັດທີ່ຖືກລະບຸຊື່ໄວ້.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຫຼັງຈາກອິນໂດເນເຊຍ ແລະ ສິງກະໂປ ໄດ້ປະເຊີນກັບບັນຫາໝອກຄວັນ ແລະ ໄຟໄໝ້ປ່າ. ເຈົ້າໜ້າທີ່ອິນໂດເນເຊຍລາຍງານວ່າ: ປ່າໄມ້ຫຼາຍກວ່າ 1.9 ລ້ານເຮັກຕາ ຖືກເຜົາໄໝ້ລະຫວ່າງເດືອນມັງກອນ ຫາ ເດືອນກັນຍາ, ໃນຂະນະທີ່ອົງການສິ່ງແວດລ້ອມຂອງສິງກະໂປໄດ້ອອກແຈ້ງການທີ່ລະບຸມາດຕະການປ້ອງກັນພາຍໃຕ້ກົດໝາຍວ່າດ້ວຍໝອກຄວັນຂ້າມຊາຍແດນໃຫ້ແກ່ບໍລິສັດຫຼາຍແຫ່ງທີ່ອາດຈະມີສ່ວນເຮັດໃຫ້ເກີດບັນຫາໝອກຄວັນ.
ຄໍາເຫັນ