![]() |
ໃນພິທີ, ທ່ານ ນາງ ວາດສະໜາ ຈັນທະນະສິນ ໄດ້ຂຶ້ນລາຍງານກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງ ຄສບ ວ່າ: ຄສບ ໄດ້ຮັບການສ້າງຕັ້ງພ້ອມໆກັບການສ້າງຕັ້ງ ມຊ (1996-2026) ຊຶ່ງເບື້ອງຕົ້ນໄດ້ຈັດຕັ້ງການຮຽນ-ການສອນພຽງແຕ່ 2 ຫຼັກສູດເທົ່ານັ້ນ, ຕະຫຼອດໄລຍະ 3 ທົດສະວັດຜ່ານມາ ຄສບ ໄດ້ມຸ່ງໝັ້ນຍົກສູງຄຸນນະພາບການສຶກສາ ແລະ ການຄົ້ນຄວ້າໃຫ້ກ້າວໄປສູ່ມາດຕະຖານສາກົນ, ຄສບ ໄດ້ຂັບເຄື່ອນຜ່ານພາລະກິດ 5 ດ້ານຄື: ການພັດທະນາຄະນະອາຈານ, ການສ້າງຜູ້ນຳເສດຖະກິດ, ການສົ່ງ ເສີມການຄົ້ນຄວ້າ, ການສ້າງເຄື່ອຂ່າຍສາກົນ ແລະ ການສືບສານວັດທະນະທຳ. ຕະຫຼອດໄລຍະ 30 ປີຜ່ານ ມາ ຄສບ ໄດ້ສ້າງຜົນງານ ແລະ ຜົນສຳເລັດອັນໂດດເດັ່ນໃນຫຼາຍໆດ້ານ. ປັດຈຸບັນໄດ້ເປີດການຮຽນ-ການສອນທັງໝົດ 31 ຫຼັກສູດ ໃນ 5 ພາກວິຊາຫຼັກ, ມີນັກສຶກສາທັງໝົດ 3,987 ຄົນ (ນັກສຶກສາລະດັບປະ ລິນຍາຕີທັງໝົດ 3,788 ຄົນ, ລະດັບປະລິນຍາໂທ 182 ຄົນ ແລະ ລະດັບປະລິນຍາເອກ 17 ຄົນ). ນອກຈາກນີ້, ຍັງມີຫຼັກສູດຝຶກອົບຮົມໄລຍະສັ້ນຫຼາຍກວ່າ 20 ວິຊາ, ຫຼັກສູດ ຄສບ ໄດ້ຖືກຮັບຮອງມາດຕະຖານ AUN-QA ຈາກເຄືອຂ່າຍມະຫາວິທະຍາໄລອາຊຽນ ຄື: ຫຼັກສູດເສດຖະສາດພັດທະນາ ແລະ ການວາງແຜນ, ຫຼັກ ສູດບໍລິຫານທຸລະກິດ ແລະ ຫຼັກສູດການຄ້າ-ການລົງທຶນ. ນອກນັ້ນ, ຄສບ ຍັງມີຫຼັກສູດຮ່ວມມືກັບສາກົນເຊັ່ນ: ຫຼັກສູດ 1+2 ປະລິນຍາໂທ (ບໍລິຫານທຸລະກິດ ແລະ ບັນຊີການເງິນ) ຮ່ວມກັບມະຫາວິທະຍາໄລເຮີຮາຍ ສປ ຈີນ, ຫຼັກສູດ 2+2 ປະລິນຍາຕີ ຮ່ວມກັບມະຫາວິທະຍາໂຕກຽວປະເທດຍີ່ປຸ່ນ (ແຕ່ປີ 2017), ຫຼັກສູດ 2+3 ປະລິນຍາຕີ ຮ່ວມກັບຄະນະເສດຖະກິດຈາກປະເທດເຢຍລະມັນ; ໃນໄລຍະປີ 2016-2019 ແລະ ນັບແຕ່ປີ 2023 ເຖິງປັດຈຸບັນນັກສຶກສາ ຄສບ ແມ່ນໄດ້ເຂົ້າຮ່ວມໂຄງການແຂ່ງຂັນນະວັດຕະກຳຜູ້ປະກອບກິດຈະການຊາວໜຸ່ມ 6 ປະເທດແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ ຊຶ່ງໄດ້ລິເລີ່ມນັບແຕ່ປີ 2016 ເປັນຕົ້ນມາ ຄສບ ໄດ້ເຂົ້າຮ່ວມຕາງໜ້າໃຫ້ ມຊ ກໍຄືປະເທດລາວ ແລະ ຍາດໄດ້ລາງວັນທຸກໆປີໃນລະດັບ 1-3.
![]() |
ໃນຕໍ່ໜ້າ ຄສບ ຍັງຄົງມຸ່ງໝັ້ນທີ່ຈະເປັນຮາກຖານແຫ່ງປັນຍາ ເພື່ອການພັດທະນາທີ່ຍືນຍົງ ສືບຕໍ່ຍົກລະດັບຄຸນນະກາບການສຶກສາ, ການວິໄຈ ແລະ ການນຳໃຊ້ເຕັກໂນໂລຊີ ເພື່ອສ້າງຊັບພະຍາກອນມະນຸດທີ່ມີຄວາມພ້ອມໃນການແຂ່ງຂັນ ແລະ ການນຳພາປະເທດກ້າວສູ່ເວທີສາກົນ. ໃນນັ້ນ, ເປົ້າໝາຍແຕ່ປີ 2026-2030 ຄສບ ຈະສ້າງພາກວິຊານາໆຊາດ, ສ້າງຫຼັກສູດນາໆຊາດປະລິນຍາໂທ 2 ຫຼັກສູດ ແລະ ຫຼັກສູດນາໆຊາດປະລິນຍາຕີ 2 ຫຼັກສູດ, ສ້າງຫຼັກສູດການຮຽນແບບສະສົມໜ່ວຍກິດ. ພ້ອມນີ້, ໄດ້ນຳເອົາ 3 ຫຼັກສູດ ໃໝ່ຂອງ ຄສບ ໃຫ້ຜ່ານການປະເມີນມາດຕະຖານຂອງ AUN-QA ຈາກເຄືອຂ່າຍມະຫາວິທະຍາໄລອາຊຽນ.
ໂອກາດນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ “ທ່າອ່ຽງອຸດສາຫະກຳ ພາຍຫຼັງ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ” ນໍາສະເໜີໂດຍ: ທ່ານ ມະໄລທອງ ກົມມະສິດ; ຫົວຂໍ້ “ອະນາຄົດຂອງການສຶກສາໃນຂະແໜງການສຶກສາຊັ້ນສູງຂອງ ສປປ ລາວ” ນຳສະເໜີໂດຍ ທ່ານ ພູເພັດ ກ້ຽວພິລາວົງ ແລະ ຫົວຂໍ້ “ທ່າອ່ຽງນະໂຍບາຍງົບປະມານ-ການເງິນຂອງ ສປປ ລາວ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ” ນຳສະເໜີໂດຍ ທ່ານ ສິດທິລົດ ລາຊະພົນ ຮອງລັດຖະມົນຕີກະຊວງການເງິນ. ພາຍໃນງານຄັ້ງນີ້, ຍັງມີການສະແດງຜົນງານການສຶກສາ, ກິດຈະກຳຖາມ-ຕອບວິທະຍາສາດ ແລະ ງານຕະຫຼາດນັດຂອງນັກສຶກສາຕື່ມອີກ.
![]() |



ຄໍາເຫັນ