![]() |
ການຈັດຕັ້ງພັກ ແລະ ສະມາຊິກພັກ ໄດ້ຮັບການປັບປຸງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາຢ່າງຕໍ່ເນື່ອງ.ສະເພາະປີ 2025, ໄດ້ປະເມີນຕາມຄຳແນະນຳ ເລກທີ 28/ຄຈສພ ຂອງຄະນະຈັດຕັ້ງສູນກາງພັກ,ໜ່ວຍພັກທີ່ຖືກກວດກາທັງໝົດ 103 ໜ່ວຍໄດ້ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ88 ໜ່ວຍ (ເທົ່າກັບ 85%), ໜ່ວຍພັກແຂງ 8 ໜ່ວຍ (7.7%), ໜ່ວຍພັກກາງ 7 ໜ່ວຍແລະ ບໍ່ໄດ້ຈັດປະເພດ 5 ໜ່ວຍ ແລະ ສະມາຊິກພັກທີ່ຖືກກວດກາທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ),ໄດ້ປະເພດແຂງ 1,413 ສະຫາຍ (ຍິງ 356 ສະຫາຍ), ປະເພດກາງ 11 ສະຫາຍ (ຍິງ 2 ສະຫາຍ), ບໍ່ໄດ້ຈັດປະເພດ 152 ສະຫາຍ (ຍິງ 33 ສະຫາຍ)ແລະ ເສຍທາດ 3 ສະຫາຍ (ຍິງ 3 ສະຫາຍ).
ໃນ 5 ປີຜ່ານມາ ມີການລົງວິໄນຕໍ່ສະມາຊິກພັກ 33 ສະຫາຍ (ຍິງ 4 ສະຫາຍ) ຈາກ 8 ກໍລະນີ ເຊັ່ນ:ພົວພັນຢາເສບຕິດ (13 ສະຫາຍ), ສວຍໃຊ້ໜ້າທີ່ຕຳແໜ່ງ (7 ສະຫາຍ), ປະລະໜ້າທີ່ (5 ສະຫາຍ), ທຳມິດສະຈານ (3 ສະຫາຍ), ຂາດຮ່ວມຊີວິດພັກ (1 ສະຫາຍ), ລະເມີດກົດໝາຍຈາລາຈອນ (2 ສະຫາຍ), ອາລະວາດຄອບຄົວ (1 ສະຫາຍ)ແລະ ລະເມີດກົດໝາຍອາຍາ (1 ສະຫາຍ).
ທົ່ວເມືອງມີພະນັກງານ-ລັດຖະກອນທັງໝົດ 538 ທ່ານ (ຍິງ 234 ທ່ານ, ບໍ່ລວມກຳລັງປະກອບອາວຸດ), ທຽບໃສ່ 5 ປີຜ່ານມາ ຫຼຸດລົງ 8.81%, ໄດ້ຍົກຍ້າຍພະນັກງານຂັ້ນເມືອງໄປຮັບໜ້າທີ່ໃໝ່ຢູ່ຂັ້ນແຂວງ 2 ສະຫາຍ, ຂັ້ນເມືອງ 29 ທ່ານ, ໄດ້ສະເໜີປະທານອົງການປົກຄອງເມືອງແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ 63 ທ່ານ (ຍິງ 15 ທ່ານ) ເຊັ່ນ:ຫົວໜ້າຫ້ອງການ 8 ທ່ານ, ຮອງຫົວໜ້າຫ້ອງການ 9 ທ່ານ, ຫົວໜ້າໜ່ວຍງານ 29 ທ່ານແລະ ຮອງຫົວໜ້າໜ່ວຍງານ 17 ທ່ານ.ພ້ອມດຽວກັນນີ້, ຍັງໄດ້ຮັບຮອງການກຳນົດຕຳແໜ່ງງານແລ້ວ 14 ຫົວໜ່ວຍ (ເທົ່າກັບ 70% (ທັງໝົດ 20 ຫົວໜ່ວຍ) ແລະ ກຳລັງດຳເນີນການອີກ 6 ຫົວໜ່ວຍ ເພື່ອເປັນບ່ອນອີງໃນການຄັດເລືອກ, ບັນຈຸ, ສັບຊ້ອນ ແລະ ແຕ່ງຕັ້ງພະນັກງານຢ່າງສົມເຫດສົມຜົນ.
ການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ວ່າດ້ວຍການບໍລິການຂອງລັດ ຜ່ານກົນໄກປະຕູດຽວຮອດປີ 2025 ໄດ້ສໍາເລັດການສ້າງຕັ້ງສູນບໍລິການຜ່ານປະຕູດຽວ ເຮັດໃຫ້ການບໍລິຫານ-ຄຸ້ມຄອງລັດ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ການບໍລິການສະດວກ,ວ່ອງໄວ,ໂປ່ງໃສ,ສະເໝີພາບ,ທັນສະໄໝ,ການເກັບລາຍຮັບເພີ່ມຂຶ້ນ ແລະ ສ້າງຄວາມເພິ່ງພໍໃຈໃຫ້ຜູ້ໃຊ້ບໍລິການ.
ການສ້າງເມືອງເຂັ້ມແຂງ ແລະ ບ້ານພັດທະນາ:ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ (5 ດ້ານ 47 ຕົວຊີ້ບອກ)ບັນລຸໄດ້ 94% ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (4 ດ້ານ 30 ຕົວຊີ້ບອກ)ບັນລຸໄດ້ 41 ບ້ານ (ເທົ່າກັບ 87%), ສ່ວນອີກ 6 ບ້ານ (12.76%) ພວມສືບຕໍ່ດຳເນີນການ.
ຂ່າວ: ແກ່ນທ້າວ

ຄໍາເຫັນ