ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເວທສນທະນາຊາວໜມ ກບພະພດທະສາສະໜາໃນຍກດຈຕອນ - image 1
 

ພະອາຈານໃຫຍ່ ດຳລົງ ພິມມະຈັກ ກ່າວວ່າ: ພະສົງມີບົດບາດສຳຄັນໃນວິຖີຊີວິດຂອງຄົນໃນສັງຄົມ, ເປັນຜູ້ນຳທາງຈິດວິນຍານໃນການດຳລົງຊີວິດບໍ່ວ່າທາງກົງ ກໍຄືທາງອ້ອມ, ຢ່າງໃດກໍດີ ມາເຖິງປັດຈຸບັນ ເປັນຍຸກທີ່ເຕັກໂນໂລຊີຂໍ້ມູນຂ່າວສານ ເຮັດໃຫ້ການເຂົ້າເຖິງໄດ້ງ່າຍ, ການເຜີຍແຜ່ພະພຸດທະສາສະໜາໃນຮູບແບບປັດຈຸ ບັນ ໂດຍໃຊ້ເຕັກໂນໂລຊີດີຈີຕອນມາຊ່ວຍເປັນເຄື່ອງມື ຈະຊ່ວຍໃຫ້ຄົນສະໄໝໃໝ່ເຂົ້າເຖິງຫຼັກທຳຂອງອົງພະສໍາມາສໍາພຸດທະເຈົ້າໄດ້ງ່າຍ, ທົ່ວເຖິງ, ກວ້າງຂວາງ ແລະ ວ່ອງໄວ, ມີສ່ວນສຳຄັນໃນການຊ່ວຍສົ່ງເສີມສະໜັບສະໜູນຄະນະສົງ ໄດ້ເຂົ້າເຖິງຂໍ້ມູນທີ່ຊ່ວຍໃຫ້ການເຜີຍແຜ່ທໍາເປັນໄປໄດ້ດີຍິ່ງໆຂຶ້ນ ຄວາມສໍາພັນລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ປ່ຽນແປງໄປຈາກອະດີດຫຼາຍ ໂດຍພວກເຂົາບໍ່ໄດ້ເບິ່ງພະພຸດທະສາສະໜາໃນຂອບຂອງປະເພນີ ຫຼື ພິທີກຳແບບເດີມອີກຕໍ່ໄປ ແຕ່ໄດ້ປັບປ່ຽນໃຫ້ເຂົ້າກັບວິຖີຂອງຊີວິດ, ຄວາມຄິດ ແລະ ປັນຫາຂອງສັງຄົມສະໄໝໃໝ່ ຊຶ່ງລັກສະນະສໍາຄັນຂອງພະພຸດທະສາສະໜາກັບຄົນຍຸກໃໝ່ ຄື:

ເວທສນທະນາຊາວໜມ ກບພະພດທະສາສະໜາໃນຍກດຈຕອນ - image 2
 

1. ເປັນພື້ນທີ່ໃຫ້ຄົນຮຸ່ນໃໝ່ຫັນມາສົນໃຈຫຼັກທໍາທາງພະພຸດທະສາສະ ໜາໃນແງ່ຂອງຈິດຕະວິທະຍາ, ການຈັດການຄວາມອຸກໃຈ, ຄວາມວິຕົກກັງວົນ ແລະ ການດູແລສຸຂະພາບຈິດ ໃນຊີວິດປະຈຳວັນ; 2. ເຂົ້າເຖິງງ່າຍຜ່ານ Pop Culture ແລະ ຄໍາສອນໄດ້ຖືກຊ່ວຍໃຫ້ຢູ່ໃນຮູບແບບທີ່ເຂົ້າໃຈງ່າຍ, ທັນສະໄໝ ການປັບຫຼັກທໍາໃຫ້ເຊື່ອມໂຍງກັບກະແສສັງຄົມຜ່ານແພັລດຟອມອອນລາຍຕ່າງໆ; 3. ເນັ້ນເຫດຜົນ ແລະ ຄວາມເປັນຈິງຫຼາຍກວ່າພິທີກໍາ, ຄົນຮຸ່ນໃໝ່ຕັ້ງຄໍາຖາມ ກັບພິທີກໍາຄວາມເຊື່ອທີ່ພິສູດບໍ່ໄດ້ ຫຼື ປັນຫາໃນຮູບໂຄງສ້າງໃນອົງກອນສົງ ເຊັ່ນ: ການຂາຍສັດທາ ການນໍາພາໄປໃນຮູບແບບໄສຍະສາດ ເປັນຕົ້ນ ແລະ ພາກັນເລືອກສັດທາໃນສ່ວນທີ່ສາມາດນໍາມາໃຊ້ປະຕິບັດໄດ້ຈິງໃນຊີວິດ; 4. ການປັບໂຕຂອງສາສະໜາສູ່ສາດສະໄໝໃໝ່: ມີການນໍາຫຼັກສະຕິ ແລະ ຫຼັກສະມາທິໄປບູຣະນາການເຂົ້າກັບການເຮັດວຽກງານ, ການຮຽນ ແລະ ການພັດທະນາຕົນເອງ ເພື່ອສ້າງຄວາມສົມມະດຸນໃນຍຸກທີ່ເຕັກໂນໂລຊີ ແລະ ທຶນນິຍົມໝູນໄປຢ່າງວ່ອງໄວ.

ເວທສນທະນາຊາວໜມ ກບພະພດທະສາສະໜາໃນຍກດຈຕອນ - image 3
 

ຂ່າວ-ພາບ: ບຸນຕອມ+ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍ ສະຫາຍສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນໄດ້ພົບປະ ແລະ ເຮັດວຽກກັບ ພະແນກວັດທະນະທຳ ແລະ ກິລາ, ໜັງສືພິມຕວຍແຈ,ວິທະຍຸ, ໂທລະພາບ ແລະ ພາກສ່ວນທີ່ກ່ຽວຂ້ອງໃນ​ວັນ​ທີ 26 ຕຸ​ລາ​ຜ່ານ​ມາທີ່ນະຄອນຫລວງໂຮຈີມິນເຊິ່ງນໍາໂດຍສະຫາຍ ເລ ວັນ ທາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈິມິງ,ທັງສອງຝ່າຍໄດ້ແລກບົດຮຽນກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນສະພາບການຫັນເປັນດີຈີຕ໋ອນເຊິ່ງເປັນການນິຍົມຫລາຍໃນສື່ສັງຄົມອອນລາຍໃນຍຸກປັດຈຸບັນ,​ ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານສື່ມວນຊົນ.
ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າ, ເຮືອນສາຍໃຈ ທີ່ເຂດຊາຍແດນລາວ-ຫວຽດນາມ, ລະບົບໄຟເຍືອງທາງ ພ້ອມທັງການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາ ຊົນ ກຸ່ມບ້ານລະໂກ ຈັດຂຶ້ນໃນວັນທີ 24 ຕຸລາຜ່ານມາ, ທີ່ບໍລິເວນຫຼັກໝາຍຊາຍແດນ 591 ບ້ານຕາລຸງ ຕາແສງເຮືອງເລິບ ແຂວງກວາງຈິ ສສ ຫວຽດນາມ, ໂດຍມີທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງເຊໂປນ, ທ່ານ ພັນໂທ ດິງຊວນຮຸ່ງ ເລຂາຄະນະພັກ ຫົວໜ້າການເມືອງ ກຳມະການພັກເມືອງ ຄະນະກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມ.
ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ໃນວັນທີ 26 ຕຸລານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກ ຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກຊູແອດປະຈຳ ສປປ ລາວ, ມີສຳນັກ ງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ເພີ່ມເຕີມ