ບົດລາຍງານລະບຸວ່າ: ເຖິງແມ່ນວ່າສິງກະໂປຍັງບໍ່ທັນໄດ້ຕັດສິນໃຈວ່າຈະຮັບຮອງເອົາພະລັງງານນິວເຄລຍ ຫຼື ບໍ່, ແຕ່ການພັດທະນາຂີດຄວາມສາມາດພາຍໃນປະເທດ ແລະ ການສົ່ງເສີມຄວາມເຂົ້າໃຈກ່ຽວກັບການພັດທະນາພະລັງງານນິວເຄລຍຢ່າງສັນຕິແມ່ນສິ່ງສຳຄັນທີ່ຈະຊ່ວຍໃຫ້ການຕັດສິນໃຈຢູ່ບົນພື້ນຖານຂອງຂໍ້ມູນທີ່ຄົບຖ້ວນ.
ໜຶ່ງໃນໂຄງການດັ່ງກ່າວແມ່ນໂຄງການພັດທະນາຊັບພະຍາກອນມະນຸດດ້ານນິວເຄລຍຂອງສິງກະໂປ ຊຶ່ງມີຈຸດປະສົງເພື່ອສົ່ງເສີມການຮ່ວມມືລະຫວ່າງອົງການຂອງລັດຖະບານ ແລະ ອົງການນິວເຄລຍສາກົນຊັ້ນນຳ ເພື່ອເສີມຂະຫຍາຍຂີດຄວາມສາມາດຜ່ານຫຼັກສູດການຝຶກອົບຮົມຊັບພະຍາກອນມະນຸດຢ່າງເປັນລະບົບ. ໂດຍໂຄງການນີ້ຈະເລີ່ມຕົ້ນໃນປີ 2027 ແລະ ຈະຖືກຈັດຕັ້ງປະຕິບັດເປັນໄລຍະ.
ສຳລັບໂຄງການພັດທະນາຊັບພະຍາກອນມະນຸດດ້ານນິວເຄລຍ (ຂະແໜງອຸດສາຫະກຳ) ຈະໃຫ້ການສະໜັບສະໜູນດ້ານທຶນຮອນແກ່ບຸກຄະລາກອນທີ່ຖືກຄັດເລືອກຈາກບໍລິສັດໃນສິງກະໂປ. ໂດຍການເຊື້ອເຊີນໃຫ້ເຂົ້າຮ່ວມໃນການຝຶກອົບຮົມ ແລະ ການຝຶກງານໃນຂະແໜງອຸດສາຫະກຳຮ່ວມກັບຄູ່ຮ່ວມງານສາກົນ.
ນອກຈາກນັ້ນ, ໂຄງການ Singapore Future Energy Fellowshipຈະເຊື້ອເຊີນຜູ້ນຳດ້ານພະລັງງານຈາກສາກົນມາຍັງສິງກະໂປ ເພື່ອໃຫ້ຄຳແນະນຳດ້ານຍຸດທະສາດກ່ຽວກັບນະໂຍບາຍພະລັງງານໄລຍະຍາວ ແລະ ເຕັກໂນໂລຊີກາກບອນຕ່ຳ, ລວມທັງພະລັງງານນິວເຄລຍ.
ຄໍາເຫັນ