ທ່ານ ຫຼີຢ້ຽນຊີ້ງ ກ່າວວ່າ: ໃນລະຫວ່າງເດືອນມັງກອນ ຫາ ເດືອນກັນຍາປີນີ້, ໂຮງງານສ້າງກຳປັ່ນຂອງຈີນໄດ້ຮັບໃບສັ່ງຈອງກຳປັ່ນໃໝ່ເຖິງ 175 ລ້ານ DWT (ບັນຈຸນ້ຳໜັກໄດ້ 175 ລ້ານໂຕນ), ເພີ່ມຂຶ້ນ 163.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 81.8% ຂອງການຊື້-ຂາຍທົ່ວໂລກ, ພຽງແຕ່ການຊື້-ຂາຍໃນ 6 ເດືອນຕົ້ນປີນີ້ກໍເກີນຈຳນວນທັງໝົດຂອງປີກາຍ ຊຶ່ງເປັນການພິສູດຕໍ່ໂລກອີກຄັ້ງກ່ຽວກັບຄວາມສາມາດການແຂ່ງຂັນສັງລວມຂອງໂຮງງານສ້າງກຳປັ່ນຂອງຈີນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສາກົນທີ່ມີຕໍ່ຈີນ.
ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ຄໍາເຫັນ