![]() |
ໃຫ້ກຽດເປັນປະທານ ພ້ອມທັງປາຖະກະຖາເອກະສານດັ່ງກ່າວ ໂດຍ ສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະພັກ ຮອງປະທານອົງການກວດສອບແຫ່ງລັດ, ສະຫາຍ ບຸນເລີດ ເທບວົງສາ ປະທານຄະນະກວດກາພັກ ຮອງປະທານ ອົງການກວດສອບແຫ່ງລັດ ແລະ ສະຫາຍ ນາງ ຕຸລາວັນ ພິມມະສອນ ກຳມະການຄະນະພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງປາຖະກະຖາຄັ້ງນີ້ມີຄະນະບໍລິຫານງານພັກ, ຄະນະນໍາຂອງຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ວຽກງານກວດສອບ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນການປາຖະກະຖາຄັ້ງນີ້ ທ່ານໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງ
ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມາຢ່າງຍາວນານ; ຍົກໃຫ້ເຫັນມູນເຊື້ອການກຳເນີດ, ການເຕີບໃຫຍ່ຂະ ຫຍາຍຕົວ, ຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນ, ຮໍ່າຮຽນເອົາມູນເຊື້ອອັນສະຫງ່າງາມ ແລະ ເສີມຂະ ຫຍາຍມູນເຊື້ອຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພ້ອມກັນນັ້ນ ກໍຍັງໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນ, ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທຳມະນູນ, ການຕີລາຄາການຈັດຕັ້ງ ປະຕິບັດລັດຖະທຳມະນູນ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ, ສະມາ ຊິກພັກ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍໄດ້ມູນເຊື້ອອັນດີງາມ, ປະຫວັດຄວາມເປັນມາ, ຜົນສໍາເລັດ-ໝາກຜົນທີ່ໄດ້ຮັບ, ບົດຮຽນທີ່ຖອດຖອນໄດ້ ແລະ ເສີມຂະຫຍາຍເຂົ້າໃນພາລະກິດຂອງຕົນ, ສ້າງຄວາມ ສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງມີ ສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງອິດທິກຳລັງປໍລະປັກ, ຕັ້ງໜ້າສຶກສາຮໍ່າຮຽນ, ເພີ່ມ ທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້.
(ຂ່າວ: ອົງການກວດສອບ)

ຄໍາເຫັນ