![]() |
ທ່ານ ສິວ ຢົງເຊີ້ງ ກ່າວວ່າ: ປີນີ້ ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ທັງເປັນປີມິດຕະພາບ ລາວ-ຈີນ. ຫໍສະໝຸດ ແມ່ນຜູ້ປົກປັກຮັກສາອາລະຍະທຳ ແລະ ເປັນສັກຂີພິຍານແຫ່ງການຮຽນຮູ້ຊຶ່ງກັນ ແລະ ກັນລະຫວ່າງອາລະຍະທຳ. ຫໍສະໝຸດແຂວງເຈີ້ຈ່ຽງ ແລະ ຫໍສະໝຸດແຫ່ງຊາດລາວ ຕ່າງກໍມີບົດບາດເປັນຜູ້ຮັກສາຄັງເອກະສານບູຮານ ແລະ ເປັນຜູ້ເຜີຍແຜ່ແສງສະຫວ່າງແຫ່ງວັດທະນະທຳ. ພວກເຮົາທັງສອງຝ່າຍລ້ວນແຕ່ໄດ້ແບກຫາບພາລະກິດຮ່ວມກັນ, ນັ້ນກໍຄື: ປົກປັກຮັກສາຄວາມຊົງຈຳທາງປະຫວັດສາດໃຫ້ປະເທດຊາດ ແລະ ເປີດປະຕູສູ່ໂລກກວ້າງໃຫຍ່ໄພສານໃຫ້ຜູ້ອ່ານ.
![]() |
ການມອບປຶ້ມເອກະສານໃຫ້ກັນ, ຕະຫຼອດຮອດການແລກປ່ຽນປຶ້ມໃນຄັງສະສົມ, ຖືເປັນສາຍໃຍເຊື່ອມໂຍງອັນສຳຄັນໃນການລົງເລິກການແລກປ່ຽນ ແລະ ຮັດແໜ້ນມິດຕະພາບລະຫວ່າງສອງຫໍສະໝຸດພວກເຮົາ. ໃນມື້ນີ້, ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ນຳເອົາປຶ້ມຈຳນວນ 83 ຫົວເລື່ອງ ມາມອບໃຫ້ຫໍສະໝຸດແຫ່ງຊາດລາວ. ຊຶ່ງມີເນື້ອໃນກ່ຽວກັບວັດທະນະທຳຈີນ, ເອກະລັກ ແລະ ພາບພົດຂອງແຂວງເຈີ້ຈ່ຽງ ແລະ ຜົນງານວັນນະຄະດີເດັກ ແລະ ວັນນະຄະດີພື້ນເມືອງເລື່ອງເດັ່ນ ທີ່ຕິດພັນກັບປະເທດລາວມີສະບັບພາສາຈີນ, ສະບັບສອງພາສາລາວ-ຈີນ ແລະ ສະບັບພາສາອັງກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ອ່ານ ເພື່ອສ້າງເປັນປ່ອງຢ້ຽມແຫ່ງການຮຽນຮູ້ ແລະ ສໍາຜັດກັບວັດທະນະທຳຈີນ ໃຫ້ບັນດາເພື່ອນມິດທີ່ໃຫ້ຄວາມສົນໃຈຕໍ່ວັດທະນະທຳຈີນ.
![]() |
ທ່ານ ສຳລານ ຫຼວງອາໄພ ກ່າວວ່າ: ການມອບປຶ້ມໃນຄັ້ງນີ້, ເປັນສ່ວນໜຶ່ງໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ ເວົ້າລວມ, ເວົ້າສະເພາະ ຂອງສອງຫໍສະໝຸດ ລະຫວ່າງ ຫໍສະໝຸດແຂວງເຈີ້ຈ່ຽງ ແລະ ຫໍສະໝຸດແຫ່ງຊາດລາວ ຊຶ່ງເປັນຂໍ້ລິເລີ່ມໃນການແລກປ່ຽນປຶ້ມ, ການເຊື່ອມໂຍງ ແລະ ຮັດແໜ້ນມິດຕະພາບການຮ່ວມມື. ສະນັ້ນ, ສູນວັດທະນະທຳຈີນປະຈຳ ສປປ ລາວມີບົດ ບາດສຳຄັນຫຼາຍທີ່ໄດ້ເປັນຂົວຕໍ່ດ້ານວັດທະນະທຳ ທີ່ພົວພັນເຖິງການຮ່ວມມືລະຫວ່າງສອງປະເທດ. ການມອບ-ຮັບປຶ້ມຈຳນວນ 83 ຫົວເລື່ອງ ໃຫ້ຫໍສະໝຸດແຫ່ງຊາດ ຖືເປັນຂໍ້ມູນທີ່ສຳຄັນ ຈະເຮັດໃຫ້ເພີ່ມຄັງສາງພູມປັນຍາຢູ່ໃນຫໍສະໝຸດມີຄວາມອຸດົມສົມບູນ, ມີຄວາມຫຼາກຫຼາຍເພື່ອໃຫ້ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ຜູ້ສົນໃຈເຂົ້າມາສຶກສາຮຽນຮູ້ວັດທະນະທຳຈີນ ແລະ ໃຊ້ບໍລິການມູມອ່ານໜັງສືພາສາຈີນໃຫ້ຫຼາຍຂຶ້ນໃນອະນາ ຄົດ. ໃນພິທີໄດ້ມີການມອບ-ຮັບປຶ້ມ ແລະ ກິດຈະກຳສາທິດການພິມແກະສະຫຼັກໄມ້ ແລະ ການສຳເນົາຮອຍສີລາຈາລຶກ.
ຂ່າວ: ພູວັນ



ຄໍາເຫັນ