ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ
ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍກລດຖະມນຕ ຕອນຮບການເຂາຢຽມອຳລາຂອງທດອສຕຣາລ ປະຈຳລາວ - image 1
 

 

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ລາຍງານໃຫ້ທ່ານເອກອັກຄະລັດຖະທູດອົສຕຣາລີ ຮັບຊາບກ່ຽວກັບຄວາມຄືບໜ້າໃນການປະຕິຮູບລະບົບການສຶກສາ ສາຍສາມັນຂອງ ສປປ ລາວ ເປັນ 6+3+3 ປັດຈຸບັນ ພວມຢູ່ໃນໄລຍະປັບປຸງຫຼັກສູດໃໝ່ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນສົກຮຽນ 2027-2028 ຂັ້ນ ປ.1-ປ.3 ແລະ ໃຫ້ສຳເລັດໃນສົກຮຽນ 2030-2031. ພ້ອມດຽວກັນນີ້, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທ່ານທູດອົສຕຣາລີ ທີ່ປະຕິບັດໜ້າທີ່ດ້ວຍຜົນສຳເລັດອັນຈົບງາມ ຕະຫຼອດເວລາການມາເຮັດໜ້າທີ່ການທູດຢູ່ລາວ ສະແດງຄວາມຂອບໃຈສະຖານທູດອົສຕຣາລີ ປະຈຳ ລາວ ທີ່ເປັນຂົວຕໍ່ທີ່ດີໃນການຮ່ວມມື ລະຫວ່າງລັດຖະບານອົສຕຣາລີ ກັບລັດຖະບານ ສປປ ລາວ ໃນຫຼາຍຂະແໜງການ ໂດຍສະເພາະຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເຫັນວ່າມີການພັດທະນາດີຂຶ້ນເປັນກ້າວໆ ເປັນຕົ້ນ ຊ່ວຍໃນການຝຶກອົບຮົມຄູສອນ, ຍົກລະດັບການຝຶກເວົ້າພາສາລາວຂອງເດັກນ້ອຍໃນເຂດຫ່າງໄກ, ການສ້າງວີດີໂອສັ້ນ ສົ່ງເສີມການສຶກສາ ແລະ ວີດີໂອການຮຽນ-ການສອນຕ່າງໆ ເຫັນວ່າສັງຄົມໃຫ້ການຕອບຮັບເປັນຢ່າງດີ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ລາຍງານໃຫ້ທ່ານທູດຮັບຊາບຕື່ມກ່ຽວກັບວຽກງານການສຶກສາຊັ້ນສູງ ຊຶ່ງປັດຈຸບັນ ທາງກະຊວງ ສສກ ໄດ້ສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ເພື່ອແນໃສ່ລົງເລິກການສິດສອນໃຫ້ມີປະສິດທິພາບດີຂຶ້ນກ່ວາເກົ່າ ຊຶ່ງເຫັນວ່າມີຜູ້ສົນໃຈສະໜັກຮຽນຄູເພີ່ມຂຶ້ນ. ແນວໃດກໍຕາມ ຕ້ອງມີການຝຶກອົບຮົມຄູຕື່ມອີກ ເພື່ອໃຫ້ສອດຄ່ອງກັບຫຼັກສູດໃໝ່ ເຮັດໃຫ້ການຮຽນ-ການສອນມີປະສິດທິພາບດີຂຶ້ນ. ພ້ອມນັ້ນ, ທ່ານຍັງໄດ້ລາຍງານກ່ຽວກັບວຽກງານພັດທະນາຊັບພະຍາກອນມະນຸດ, ວຽກງານແມ່ຍິງ, ແມ່ ແລະ ເດັກ ທີ່ທາງລັດຖະບານອົສຕຣາລີ ໃຫ້ການສະໜັບສະໜູນໃຫ້ຮັບຊາບຕື່ມອີກ.

ໂອກາດດຽວກັນ, ທ່ານ ນາງ ເມແກນ ຈອນ ໄດ້ສະແດງຄວາມຂອບໃຈລັດຖະບານ ສປປ ລາວ ກໍຄື ກະຊວງ ສສກ ທີ່ໃຫ້ການຮ່ວມືສະໜັບສະໜູມທີມງານຂອງລັດຖະບານອົສຕຣາລີ ໂດຍສະເພາະແມ່ນແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ຫຼື ແຜນງານ BEQUAL ເຮັດໃຫ້ການປະຕິບັດໜ້າທີ່ຂອງທ່ານມີຜົນສຳເລັດ ທ່ານກ່າວວ່າວຽກງານການສຶກສາ ເປັນບຸລິມະສິດຂອງລັດຖະບານອົສຕຣາລີ ລວມເຖິງການໃຫ້ທຶນການສຶກສາ ໃນໄລຍະຜ່ານມາການໃຫ້ການຊ່ວຍເຫຼືອຜ່ານແຜນງານບີຄວາເຫັນວ່າ ການຮຽນຮູ້ຂອງເດັກນ້ອຍລາວ ເພີ່ມຂຶ້ນຈາກ 25% ໃນປີ 2024 ເປັນ 45% ໃນປີ 2026 ການເຂົ້າຮ່ວມຝຶກອົບຮົມຄູ ເພີ່ມຂຶ້ນເປັນ 3 ເທົ່າ. ນອກນັ້ນ, ທາງລັດຖະບານອົສຕຣາລີ ຍັງໄດ້ໃຫ້ການຊ່ວຍເຫຼືອຍົກລະດັບພາສາອັງກິດ ສຳລັບພະນັກງານລັດຖະກອນຕື່ມອີກ. ນອກນັ້ນ, ທ່ານທູດອົສຕຣາລີ ຍັງໄດ້ລາຍງານວຽກສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ວຽກງານແມ່ຍິງ ແລະ ເດັກນ້ອຍ ໃຫ້ທ່ານຮອງນາຍົກລັດຖະມົນຕີຮັບຊາບ ຕື່ມອີກ.

ຮອງນາຍກລດຖະມນຕ ຕອນຮບການເຂາຢຽມອຳລາຂອງທດອສຕຣາລ ປະຈຳລາວ - image 2
(ພາບ-ຂ່າວ: ບົວລະພາ)

ຄໍາເຫັນ

ຂ່າວການຮ່ວມມື

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍ ສະຫາຍສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນໄດ້ພົບປະ ແລະ ເຮັດວຽກກັບ ພະແນກວັດທະນະທຳ ແລະ ກິລາ, ໜັງສືພິມຕວຍແຈ,ວິທະຍຸ, ໂທລະພາບ ແລະ ພາກສ່ວນທີ່ກ່ຽວຂ້ອງໃນ​ວັນ​ທີ 26 ຕຸ​ລາ​ຜ່ານ​ມາທີ່ນະຄອນຫລວງໂຮຈີມິນເຊິ່ງນໍາໂດຍສະຫາຍ ເລ ວັນ ທາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈິມິງ,ທັງສອງຝ່າຍໄດ້ແລກບົດຮຽນກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນສະພາບການຫັນເປັນດີຈີຕ໋ອນເຊິ່ງເປັນການນິຍົມຫລາຍໃນສື່ສັງຄົມອອນລາຍໃນຍຸກປັດຈຸບັນ,​ ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານສື່ມວນຊົນ.
ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າ, ເຮືອນສາຍໃຈ ທີ່ເຂດຊາຍແດນລາວ-ຫວຽດນາມ, ລະບົບໄຟເຍືອງທາງ ພ້ອມທັງການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາ ຊົນ ກຸ່ມບ້ານລະໂກ ຈັດຂຶ້ນໃນວັນທີ 24 ຕຸລາຜ່ານມາ, ທີ່ບໍລິເວນຫຼັກໝາຍຊາຍແດນ 591 ບ້ານຕາລຸງ ຕາແສງເຮືອງເລິບ ແຂວງກວາງຈິ ສສ ຫວຽດນາມ, ໂດຍມີທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງເຊໂປນ, ທ່ານ ພັນໂທ ດິງຊວນຮຸ່ງ ເລຂາຄະນະພັກ ຫົວໜ້າການເມືອງ ກຳມະການພັກເມືອງ ຄະນະກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ