![]() |
ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄວາມຄືບໜ້າ ແລະ ວາງແຜນງານບຸລິມະສິດສຳລັບປີ 2027 ພາຍໃຕ້ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ 10 (2026-2030). ເປັນການຊ່ວຍເຫຼືອເພື່ອການພັດທະນາ (ODA) ຫຼຸດລົງຕາມສະຖານະການ LDC, ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ເນັ້ນໜັກການເພີ່ມການຈັດສັນງົບປະມານແຫ່ງຊາດໃຫ້ຂະແໜງສາທາລະນະສຸກ, ພ້ອມທັງເປີດໂອກາດລະດົມທຶນຈາກແຫຼ່ງໃໝ່ໆເຊັ່ນ: ການເງິນດ້ານການປ່ຽນແປງດິນຟ້າອາກາດ (Climate Finance) ເພື່ອຮັບມືກັບຄວາມສ່ຽງດ້ານສຸຂະພາບ; ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນການບໍລິຫານຈັດການ ແລະ ການໃຫ້ບໍລິການ, ໂດຍຕ້ອງຮັກສາຄວາມເປັນສ່ວນຕົວ, ຄວາມປອດໄພ ແລະ ມາດຕະ ຖານຈັນຍາບັນ ເພື່ອໃຫ້ປະຊາຊົນເຂົ້າເຖິງຢ່າງທົ່ວເຖິງ. ມຸ່ງເນັ້ນການພັດທະນາ ແລະ ຮັກສາບຸກຄະລາກອນການແພດ (ໂດຍສະເພາະເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ) ພ້ອມທັງຍົກລະດັບມາດຕະຖານຄຸນນະພາບສະຖານບໍລິການ ເພື່ອຕອບສະໜອງຄວາມຄາດຫວັງອັນຊອບທຳຂອງປະຊາຊົນ.
ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ: ການຫຼຸດພົ້ນເປັນຕົວຊີ້ບອກເຖິງຄວາມຄືບໜ້າ ແລະ ເປັນການຮຽກຮ້ອງໃຫ້ພວກເຮົາມີຄວາມຮັບຜິດຊອບ ແລະ ເປັນເຈົ້າການຕໍ່ອະນາຄົດດ້ານສຸຂະພາບຂອງຕົນຫຼາຍຂຶ້ນ ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສ້າງຄວາມເຂັ້ມແຂງໃຫ້ກັບການຈັດຫາແຫຼ່ງທຶນພາຍໃນ.
![]() |
ທ່ານ ໂຄອິຊຶມິ ຊຶໂຕະມຸ ກ່າວວ່າ: ການນຳໃຊ້ເຕັກໂນໂລຊີ ບໍ່ແມ່ນເປົ້າໝາຍຫຼັກສະເພາະ ແຕ່ສິ່ງສຳຄັນແມ່ນການນຳໃຊ້ເຕັກໂນໂລຊີເຫຼົ່ານັ້ນ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ແລະ ປັບປຸງການຮັກສາສຸຂະພາບສຳລັບປະຊາຊົນລາວໄດ້ ຫຼື ບໍ່ຕ່າງຫາກ.
ທ່ານ ທີໂມທີ ອາມສະຕຣອງ ກ່າວວ່າ: ອົງການອະນາໄມໂລກ ຈະສືບຕໍ່ຮ່ວມມື ແລະ ຢືນຄຽງຂ້າງ ສປປ ລາວ ຕະຫຼອດໄລຍະການຂ້າມຜ່ານນີ້, ໂດຍສືບຕໍ່ສະໜັບສະໜູນລັດຖະບານໃນການສ້າງລະບົບສາທາລະນະສຸກໃຫ້ເຂັ້ມແຂງ. ສໍາລັບທິດທາງໃນຕໍ່ໜ້າ ລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາຈະສືບຕໍ່ຮັກສາການປະສານງານຢ່າງໃກ້ຊິດ ເພື່ອສ້າງລະບົບສາທາລະນະສຸກທີ່ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດສະໜອງການປິ່ນປົວທີ່ມີຄຸນນະພາບໃຫ້ປະຊາຊົນທຸກຄົນຢ່າງທົ່ວເຖິງ ແລະ ເປັນທຳ.
(ແຫຼ່ງຂ່າວ: ວຽງຈັນໃໝ່)


ຄໍາເຫັນ